ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະພັນແຮງງານ Unifor ຂອງ ການາດາ ເລີ້ມ​ການ​ນັດຢຸດງານ ຢູ່​ທຸກໂຮງງານຂອງບໍລິສັດ Stellantis


ແຟ້ມຮູບ-ພະນັກງານຂອງ Unifor ທ້າງຄລາວ ໂຣບິເທລ (Claude Robitaille) ຍົກປ້າຍ ຢູ່ທີ່ການປະກອບທີ່ຊັບຊ້ອນຂອງ GM ໃນວັນທີ 10 ຕຸລາ 2023. ສະຫະພັນການາດາ ໄດ້ປະກາດໃນຕອນເຊົ້າວັນທີ 30 ຕຸລາ 2023 ວ່າ ພວກເຂົາເຈົ້າຈະເລີ້ມຕົ້ນປະທ້ວງ ໂຮງງານຕ່າງໆຂອງ Stellanis ໃນປະເທດ.
ແຟ້ມຮູບ-ພະນັກງານຂອງ Unifor ທ້າງຄລາວ ໂຣບິເທລ (Claude Robitaille) ຍົກປ້າຍ ຢູ່ທີ່ການປະກອບທີ່ຊັບຊ້ອນຂອງ GM ໃນວັນທີ 10 ຕຸລາ 2023. ສະຫະພັນການາດາ ໄດ້ປະກາດໃນຕອນເຊົ້າວັນທີ 30 ຕຸລາ 2023 ວ່າ ພວກເຂົາເຈົ້າຈະເລີ້ມຕົ້ນປະທ້ວງ ໂຮງງານຕ່າງໆຂອງ Stellanis ໃນປະເທດ.

ສະ​ຫາ​ພັນ​ແຮງ​ງານ Unifor ຂອງ​ກາ​ນາ​ດາ ໄດ້​ກ່າວ​ໃນ​ຕອນ​ເຊົ້າ​ວັນ​ຈັນ​ມື້ນີ້​ວ່າ​ເຂົາ​ເຈົ້າ​ໄດ້​ເລີ່ມ​ການ​ນັດ​ຢຸດ​ງານ​ຢູ່​ໂຮງ​ງານ​ຂອງ​ບໍ​ລິ​ສັດ Stellantis ທັງ​ໝົດ​ຢູ່​ໃນ​ປະ​ເທດ, ດ້ວຍ​ສະ​ມາ​ຊິກຫຼາຍກວ່າ 8,200 ຄົນ​ໄດ້​ທຳ​ການ​ຍ່າງ​ອອກ​ຈາກ ວຽກຫຼັງ​ຈາກບໍ່​ສາ​ມາດ​ທີ່​ຈະ​ບັນ​ລຸ​ຂໍ້​ຕົກ​ລົງ​ຊົ່ວ​ຄາວ​ໃນ​ການ​ເຈ​ລ​ະ​ຈາ​ສັນ​ຍາ​ຈ້າງ​ແຮງ​ງານ.

ສະ​ຫະ​ພັນ​ດັ່ງ​ກ່າວ​ແມ່ນ​ກຳ​ລັງ​ພະ​ຍາ​ຍາມ​ປັບ​ປຸງ​ຄ່າ​ຈ້າງ ແລະ ເງິນ​ບຳ​ນານ. ກຸ່ມ​ຕໍ່​ລອງ​ຂ​ອງ​ເຂົາ​ເຈົ້າ​ຍັງ​ໄດ້​ໃຫ້​ບູ​ລິ​ມະ​ສິດ​ໃນ​ການ​ຫາ​ລື ກ່ຽວ​ກັບ ການ​ສະ​ໜັບ​ສະ​ໜູນ​ສຳ​ລັບ​ພະ​ນັກ​ງານ​ຂອງ​ເຂົາ​ເຈົ້າ​ໃນ​ການ​ຫັນ​ປ່ຽນ​ໄປ​ຜ​ະ​ລິດ​ລົດ​ໄຟ​ຟ້າ​ຢູ່​ໂຮງ​ງານປະ​ກອບ​ລົດ Brampton ຂອງ​ບໍ​ລິ​ສັດ Stellantis.

ສະ​ຫະ​ພັນ​ແຮງ​ງານ Unifor ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ “ພວກ​ເຮົາ​ໄດ້​ທຳ​ຄວາມ​ກ້າວ​ໜ້າ ແລະ ພວກ​ເຮົາ​ຈະ​ສືບ​ຕໍ່​ເຈ​ລະ​ຈາ​ໝົດ​ຄືນ.”

Stellantis ເຊິ່ງ​ແມ່ນ​ບໍ​ລິ​ສັດ​ແມ່​ຂອງ Chry​sler ໄດ້​ກ່າວ​ວ່າ​ “ເຂົາ​ເຈົ້າ​ຜິດ​ຫວັງ​ເປັນ​ຢ່າງ​ຍິ່ງ" ກັບ​ການ​ນັດ​ຢຸດ​ງານ​ນັ້ນ ແລະ ຈະ​ສືບ​ຕໍ່​ເຈ​ລະ​ຈາ​ຈົນ​ກວ່າ​ຈະ​ມີ​ການ​ບັນ​ລຸ​ຂໍ້​ຕົກ​ລົງ.​

ການ​ເຈ​ລະ​ຈາ​ຂອງ​ສ​ະ​ຫະ​ພັນ Unifor ໃນ​ກາ​ນາ​ດາ ແມ່ນບໍ່​ກ່ຽວ​ຂ້ອງ​ກັບ​ການ​ເຈ​ລ​ະ​ຈາ​ຂອງ​ສະ​ຫະ​ພັນ​ກຳ​ມະ​ກອນ​ລົດ​ຍົນ ສະ​ຫະ​ລັດ ໃນ ​ສະ​ຫະ​ລັດ. ສະ​ຫະ​ພັນ​ກຳ​ມະ​ກອນ​ລົດ​ຍົນ​ສະ​ຫະ​ລັດ ແລະ ບໍ​ລິ​ສັດ Stellantis ໄດ້​ບັນ​ລຸ​ຂໍ້​ຕົກ​ລົງ​ຊົ່ວ​ຄາວ ກ່ຽວ​ກັບ ສັນ​ຍາ​ຈ້າງ​ແຮງ​ງານ​ໃໝ່​ໃນ​ວັນ​ເສົາ​ທີ່​ຜ່ານ​ມາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG