ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນັກແລ່ນສະກີ້ ການາດາ ​ຊະນະ ​ການ​ແຂ່ງຂັນ ແລ່ນສະກີ້ slopestyle ຄັ້ງ​ທໍາ​ອິດ​ (ສະໄລດ໌)


ນາງ Dara Howell ສະແດງຄວາມຕື່ນເຕັ້ນ ທີ່ໄດ້​​ຊະນະ​ ການ​ແຂ່ງຂັນສະກີ້ ປະເພດ slopestyle ເປັນ​ຄັ້ງ​ທໍາ​ອິດ​ ໃນກິລາ​ໂອ​ລິ​ມປິກ
ນາງ Dara Howell ສະແດງຄວາມຕື່ນເຕັ້ນ ທີ່ໄດ້​​ຊະນະ​ ການ​ແຂ່ງຂັນສະກີ້ ປະເພດ slopestyle ເປັນ​ຄັ້ງ​ທໍາ​ອິດ​ ໃນກິລາ​ໂອ​ລິ​ມປິກ
ນັກ​ກິແລ່ນສະ​ກີ້​ແບບ​ອິດສະຫຼະ ຫລືຟຣີສະໄຕຂອງການາດາ
ນາງ Dara Howell ​ໄດ້ຊະນະ​ການ​ແຂ່ງຂັນສະກີ້ ປະເພດ
slopestyle ເປັນ​ຄັ້ງ​ທໍາ​ອິດ ​ໃນກິລາ​ໂອ​ລິ​ມປິກທີ່​ເມື​ອງ Sochi
ປະເທດ ຣັດເຊຍ.

ນາງ Howell ​ໄດ້ຊະນະນັກແລ່ນສະກີ້ອາ​ເມຣິກັນ ນາງ Devin
Logan ​ແລະ ​ເພື່ອນ​ນັກ​ແລ່ນສະກີ້ຊາວກາ​ນາ​ດາ ນາງ Kim
Lamarre ​ໃນ​ວັນ​ອັງຄານ​ມື້​ນີ້ທີ່ ​ເຮັດ​ໃຫ້​ປະ​ເທດ​ຂອງນາງ ໄດ້
​ຮັບ​ຫລຽນຄໍາຫລາຍກວ່າໝູ່.

ກາ​ນາ​ດາ ຊຶ່ງ​ໄດ້​ຮັບ​ຫລຽນ​ທັງ​ໝົດ ​ເກົ້າ​ຫລຽນນັ້ນ ແມ່ນ​ນໍາ​ໜ້າ ​
Netherlands ​ແລະ Norway ຊຶ່ງແຕ່ລະປະ​ເທດໄດ້​ຮັບເຈັດ​ຫລຽນ ສ່ວນສະຫະລັດແລະ ຣັດ​ເຊຍ ໄດ້ປະເທດລະ 6 ຫລຽນ.


ໃນການແຂ່ງຂັນ halfpipe ນັ້ນ ນັກແລ່ນກະດານຫິມະຫຼື snowboard ອາເມຣິກັນ
Shaun White ໄດ້ພະຍາຍາມ ເພື່ອຍາດເອົາຫລຽນຄຳທີ 3 ລຽນຕິດ.

ຄູ່ແຂ່ງຂອງລາວແມ່ນທ້າວ Peetu Piiroinen ຈາກຟິນແລນ ທີ່ໄດ້ຮັບຫລຽນ ເງິນໃນ
ການແຂ່ງຂັນປີ 2010.

​ໃນ​ຂະນະ​ດຽວ​ກັນ ​ເຢຍຣະມັນ ມີ​ຄວາມ​ຫວັງ​ໃນ​ວັນ​ທີ່ຫລຽນ​ຕ່າງໆ​ຈະ​ມອບ​ໃຫ້​ແກ່​ບັນດາ​
ນັກ​ກິລາ​ຜູ້​ຍິງ ​ໃນ​ການ​ແຂ່ງຂັນ luge ​ຂະນະ​ທີ່ ນາງ Natalie Geisenberger ​ແລະ
Tatjana Huefner ກໍາລັງ​ນໍາ​ໜ້າ ຫຼັງ​ຈາກ​ການ​ແລ່ນ​ຮອບທີ​ສອງ. ນາງ Geisenberger
​ໄດ້​ໄຊຊະນະຫລຽນ​ທອງ​ແດງ ​ແລະ ນາງ Huefner ​ໄດ້​ຫລຽນ​ຄໍາ ຢູ່​ໃນການ​ແຂ່ງ​ຂັນໂອລິ​ມ ປິກ ​ເທື່ອ​ແລ້ວ​ນີ້​ທີ່ ນະຄອນ Vancouver.

ທ່ານ​ສາມາດ​ຕິດຕາມ​ເບິ່ງ ປະ​ເທດ​ທີ່​ໄດ້​ຫລຽນ​ຫລາຍ​ທີ່​ສຸດ ທີ່​ໜ້າ​ເວັບ​ໄຊ​ຂອງ​ເຮົ​າທີ່
lao.voanews.com

XS
SM
MD
LG