ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເຈົ້າໜ້າທີ່ ການາດາ ຫາທາງ ຂະຫຍາຍອຳນາດ ເພື່ອປາບປາມ ພວກກໍ່ການຮ້າຍ


CANADA SPY LAW VO
please wait
Embed

No media source currently available

0:00 0:00:35 0:00

ນາຍົກລັດຖະມົນຕີ ກາ​ນາ​ດາ ກ່າວ​ວ່າ ສະພາ​ຕ້ອງ​ຂະຫຍາ​ຍ
ອຳນາດ​ ອົງການ​ສືບ​ລັບ ຂອງປະ​ເທດ ​ເພື່ອ​ຕິດຕາມ​ເບິ່ງພວກ
ທີ່ສົງໄສເປັນ​ກໍ່​ການ​ຮ້າຍ​ຢູ່​ຕ່າງປະເທດ ​ແລະ​ກັກ​ຂັງຜູ້ຄົນ​ຢູ່​ໃນ​
ປ​ະ​ເທດ​ ທີ່​ສົງ​ໄສວາງ​ແຜນ​ໂຈມ​ຕີ​ແລະ​ທ່ານ​ຈະກົດ​ ດັນ​ໃຫ້​ຮັບ
ຜ່ານການອະນຸມັດດັ່ງກ່າວດ່ວນ.

ການ​ຊຸກຍູ້​ໂດຍ ທ່ານ Stephen Harper ​ເພື່ອ​ໃຫ້ອົງການ​ສືບ
ລັບດ້ານຄວາມ​ໜັ້ນຄົງ​ຂອງກາ​ນາ​ດາມີ​ອຳນາດ​ຫລາຍ​ຂື້ນ​ ​ໃນ
​ການ​ຕິດຕາມສິ້ງ​ຊອມ ຫລັງຈາກ ​ໄດ້ມີການ​ໂຈມຕີ​ໃນນະຄອນ
Ottawa ​ແລະໃກ້ກັບນະຄອນ Montreal ໃນອາ ທິດ​ນີ້ ທີ່​ໄດ້
​ສັງຫານ​ທະຫານ​ສອງ​ຄົນນັ້ນ.

​ໃນ​ວັນ​ສຸກ​ວານ​ນີ້ ໄດ້ມີການອ້າງຄຳເວົ້າ ຜູ້ນຳ​ຝ່າຍ​ຄ້ານ ທ່ານ Thomas Mulcair ທີ່​ກ່າວ
​ວ່າ ພັກ​ຂອງ​ທ່ານ​ຈະ​ພິຈາລະນາ ປ່ຽນ​ແປງຮ່າງ​ກົດໝາຍວ່າ ດ້ວຍອົງການ ລັບດ້ານ​ຄວາມ
​ໝັ້ນຄົງ​ຂອງກາ​ນາ​ດາ ສະບັບປີ 1984​. ທ່ານ Mulcair ກ່າວ​ວ່າ ພັກ​ປະ​ຊາ​ທິປະໄຕ​ໃໝ່ ​ມີ
“ຄວາມພໍ​ໃຈ​ທີ​ຈະ​ໃຫ້ການ​ຮ່ວມມື​ກັບລັດຖະບານ ​ໃນ​ການ​ເຄື່ອນໄຫວເພື່ອຮັບຜ່ານ​ກົດ
ໝາຍນີ້ ​ແຕ່​ບໍ່​ໄດ້​ໝາຍ​ຄວາມ​ວ່າ ຕົນ​ຈະ​ໃຫ້ການ​ສະໜັບສະໜູນທຸກໆຢ່າງ ​ທີ່ພັກນິຍົມ
ແນວາງເດີມ ຕ້ອງການ."

ອົງການ​ຂ່າວ​ຣອຍ​ເຕີ ກ່າວ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ລັດຖະບານ​ຂອງພັກນິຍົມແນວ ທາງ​ເດີມ
ຄາດ​ວ່າ​ ຈະ​ສະ​ເໜີ​ຮ່າງ​ກົດໝາຍ​ເພື່ອ​ຂະຫຍາຍ​ອຳນາດການສືບສວນ ຂອງອົງການ​ສື​ບ
ລັບ ​ໃນ​ອາທິດ​ໜ້າ​ນີ້.

ຮ່າງ​ກົດໝາຍ​ທີ່​ຄ້າຍຄື​ກັນ ກໍຄາດວ່າຈະ​ຖືກ​ສະ​ເໜີ ​ໃນ​ວັດ​ພຸດ​ແລ້ວ​ນີ້ ​ເວລາສະພາໄດ້
ຖືກ​ລົບ​ກວນ​ຈາກ​ມື​ປືນ​ຄົນ​ນຶ່ງ ​ທີ່​ໄດ້​ບຸກເຂົ້າ​ໄປ​ໃນຕຶກສະພາ ຫລັງ​ຈາກ​ລາວ​ໄດ້​ຍິງ ​ແລະ​
ສັງຫານ ທະຫານ​ກາ​ນາ​ດາ​ຄົນ​ນຶ່ງ ຢູ່​ອານຸສາວະລີສົງຄາມ ທີ່ ຢູ່່​ໃກ້ໆ​ນັ້ນ

ລັດຖະມົນ​ຕີຍຸຕິ​ທຳທ່ານ Peter MacKay ກ່າວ​ວ່າ ຮ່າງກົດໝາຍທີ່ໄດ້ມີການ ດັດແປງ​
ໃໝ່ ແມ່ນຈະມີຄວາມເຂັ້ມງວດກວ່າ​ຮ່າງກົດໝ​າຍ ​ທີ່​ບໍ່​ເຄີຍ​ສະ​ເໜີ​ນັ້ນ.

ທ່ານ MacKay ຍັງ​ກ່າວ​ອີກ​ວ່າ ລັດຖະບານ​ ກຳລັງ​ຊອກ​ຫາ​ຊ່ອງທາງ ພາຍ​ໃຕ້​ກົດໝາຍ
​ປັດ​ຈຸ​ບັນ ​ເພື່ອທຳການເຄື່ອນໄຫວລົງມືກ່ອນ ​ໂດຍ​ສະ​ເພາະ ຢູ່​ໃນ​ຂົງ​ເຂດ​ ການ​ກໍ່​ການ
​ຮ້າ​ຍ. ​

XS
SM
MD
LG