ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອບິນການາດາ ກວດພົບສຽງດັງໃຕ້ນໍ້າ ໃນລະຫວ່າງຄົ້ນຫາ ເຮືອດໍານໍ້າ ທີ່ຫາຍສາບສູນ ໃກ້ກັບກໍາປັ່ນໄທທານິກ


ແຟ້ມພາບ-ຮູບທີ່ບໍ່ໄດ້ບອກວັນທີນີ້ ສະໜອງໃຫ້ໂດຍ OceanGate Expeditions ໃນເດືອນມິຖຸນາ 2021 ສະແດງໃຫ້ເຫັນເຮືອດໍານໍ້າ Titan ຂອງບໍລິສັດ, ເຮືອດໍານໍ້າທີ່ຫາຍສາບສູນຈາກເສັ້ນທາງ ເພື່ອໄປເບິ່ງຊາກເປ່ເພຂອງກໍາປັ່ນໄທທານິກ, ໂດຍມີຜູ້ໂດຍສານທັງໝົດ 5 ຄົນ. (OceanGate Expeditions via AP)
ແຟ້ມພາບ-ຮູບທີ່ບໍ່ໄດ້ບອກວັນທີນີ້ ສະໜອງໃຫ້ໂດຍ OceanGate Expeditions ໃນເດືອນມິຖຸນາ 2021 ສະແດງໃຫ້ເຫັນເຮືອດໍານໍ້າ Titan ຂອງບໍລິສັດ, ເຮືອດໍານໍ້າທີ່ຫາຍສາບສູນຈາກເສັ້ນທາງ ເພື່ອໄປເບິ່ງຊາກເປ່ເພຂອງກໍາປັ່ນໄທທານິກ, ໂດຍມີຜູ້ໂດຍສານທັງໝົດ 5 ຄົນ. (OceanGate Expeditions via AP)

ເຈົ້າໜ້າທີ່ຈາກ​ໜ່ວຍຍາມຝັ່ງຂອງສະຫະລັດ ກ່າວວ່າ ເຮືອບິນຂອງການາດາກວດພົບສຽງດັງຢູ່ໃຕ້ນໍ້າລະຫວ່າງການຄົ້ນຫາເຮືອດໍານໍ້າທີ່ຫາຍສາບສູນໄປ ໃນຂະນະທີ່ເຮືອດັ່ງກ່າວໄດ້ພາຜູ້ໂດຍສານທັງໝົດ 5 ຄົນ ລົງໄປສໍາຫຼວດເບິ່ງຊາກກໍາປັ່ນໄທທານິກ.

ສຸດທ້າຍ ສຽງນອງນັນທີ່ຖືກກວດພົບ ໂດຍເຮືອບິນ P-3 ຂອງການາດານັ້ນ, ຄວາມພະຍາຍາມໃນການຄົ້ນຫາໄດ້ຖືກຍ້າຍບ່ອນ. ການຄົ້ນຫາເຫຼົ່ານັ້ນບໍ່ພົບອັນໃດ ແຕ່ຍັງດໍາເນີນການຄົ້ນຫາຕໍ່ໄປ.

ນອກຈາກ ຂະບວນກໍາປັ່ນ ແລະບັນດາເຮືອບິນສາກົນແລ້ວ, ຫຸ່ນຍົນໃຕ້ນໍ້າ ກໍເລີ້ມຕົ້ນການຊອກຫາຢູ່ບໍລິເວນໃກ້ຄຽງຂອງເຮືອໄທທານິກ ແລະຍັງໄດ້ນໍາເອົາອຸປະກອນກູ້ໄພລົງໄປໃນບໍລິເວນສະຖານທີ່ດັ່ງກ່າວ ໃນກໍລະນີຫາກພົບເຮືອດໍານໍ້ານັ້ນ.

ເຮືອບິນຂົນສົ່ງ C-17 ຈາກກອງທັບຂອງສະຫະລັດສາມ​ລຳ ຖືກນໍາມາໃຊ້ເພື່ອ​ຂົນເຮືອດຳນໍ້າເອກ​ກະ​ຊົນ ແລະອຸປະກອນສະໜັບສະໜຸນຈາກເມືອງບັບຟາໂລ, ລັດນິວຢອກ ໄປຍັງ Newfoundland ໃນຂົງເຂດເຊນຈອນເພື່ອຊ່ວຍໃນການຄົ້ນຫາ. ກອງທັບຂອງການາດາກ່າວວ່າ ພວກເຂົາໄດ້ສະໜອງເຮືອບິນລາດຕະ ເວນສອງລໍາ ແລະກໍາປັ່ນເທິງນ່ານນໍ້າອີກສອງລໍາ, ລວມທັງນຶ່ງ ໃນດ້ານຊ່ຽວ ຊານການດໍານໍ້າອີກດ້ວຍ.

ເຈົ້າໜ້າທີ່ລາຍ​ງານ​ວ່າ ໄດ້​ພົບ​ຄາ​ບອນ​ໄຟ​ເບີຂອງເຮືອດໍານໍ້າ ໃນຕອນແລງວັນອາທິດແລ້ວນີ້, ເຮັດໃຫ້ມີການຊອກຫາໃນ​ເຂດນ່ານນໍ້າປະມານ 700 ກິໂລແມັດ ໄປທາງທິດໃຕ້ຂອງເຂດ St. John’s. ຫົວໜ້າໃນເຮືອດໍານໍາດັ່ງກ່າວ ແມ່ນນັກບິນ ສຕັອກຕັນ ຣັສ (Stockton Rush), ເຊິ່ງເປັນຫົວໜ້າຂອງບໍລິສັດ ໂດຍເປັນຜູ້ນໍາໃນການເດີນທາງຄັ້ງນີ້. ຜູ້ໂດຍສານຂອງລາວແມ່ນນັກພະຈົນໄພຊາວອັງກິດ, ສະມາຊິກຄອບຄົວນັກທຸລະກິດຊາວປາກິສຖານ 2 ຄົນ ແລະຜູ້ຊ່ຽວ ຊານທາງດ້ານເຮືອໄທທານິກ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG