ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານການາດາ ອະນຸຍາດໃຫ້ ສືບຕໍ່ຂະບວນການ ສົ່ງຕົວຜູ້ຮ້າຍຂ້າມແດນ ຕໍ່ຫົວໜ້າການເງິນ ບໍລິສັດ ຫົວເຫວີຍ


ຫົວໜ້າການເງິນບໍລິສັດ ເທັກໂນໂລຈີ ຫົວເຫວີຍ ທ່ານນາງ ເມັງ ຫວານຊູ, ເດີນທາງອອກຈາກສານ, ນະຄອນ ແວນຄູເວີ, ແຂວງ ບຣີທິຊ໌ ໂຄລຳເບຍ. 11 ທັນວາ, 2018.
ຫົວໜ້າການເງິນບໍລິສັດ ເທັກໂນໂລຈີ ຫົວເຫວີຍ ທ່ານນາງ ເມັງ ຫວານຊູ, ເດີນທາງອອກຈາກສານ, ນະຄອນ ແວນຄູເວີ, ແຂວງ ບຣີທິຊ໌ ໂຄລຳເບຍ. 11 ທັນວາ, 2018.

ມັນເປັນຂັ້ນຕອນການເລັ່ງສົ່ງຕົວຫົວໜ້າການເງິນຂອງບໍລິສັດ ຫົວເຫວີຍ ທ່ານ ນາງເມັງ ຫວານຊູ ຂ້າມແດນ ທີ່ມີການຕິດຕາມຢ່າງໃກ້ຊິດ, ເຊິ່ງສານແຫ່ງນຶ່ງໃນ ການາດາ ໄດ້ຄົ້ນພົບວ່າ ການສໍ້ໂກງ ທີ່ຜູ້ບໍລິຫານບໍລິສັດເທັກໂນໂລຈີຖືກ ກ່າວຫາໂດຍ ສະຫະລັດ ນັ້ນ, ຖ້າຫາກຖືກພິສູດວ່າ ເປັນຄວາມຈິງ, ມັນກໍຈະ ເປັນຄວາມຜິດທາງອາຍາໃນ ການາດາ ເຊັ່ນກັນ.

ໃນການຕັດສິນຍາວ 23 ໜ້າຂອງລາວນັ້ນ, ຮອງຫົວໜ້າຜູ້ພິພາກສາ ສານສູງ ສຸດຂອງແຂວງ ບຣີທິຊ໌ ໂຄລຳເບຍ (British Columbia) ທ່ານນາງ ເຮເທີ ໂຮມສ໌ ໄດ້ຄົ້ນພົບຂໍ້ກ່າວຫາທີ່ວ່າ “ເປັນການຕັ້ງໃຈໃຫ້ການທີ່ຜິດນັ້ນ“ ໄດ້ບັນລຸ ຂໍ້ຮຽກຮ້ອງ ກ່ຽວກັບ ອາຊາຍະກຳ ການສໍ້ໂກງ. ການຄົ້ນ ພົບດັ່ງກ່າວໄດ້ປາກົດ ອອກມາ ຫຼັງຈາກການໃຫ້ການໃນເດືອນມັງກອນແລ້ວນີ້.

ການຕັດສິນທີ່ຖືກເພັ່ງເລັງໃສ່ໂດຍສະເພາະເຈາະຈົງແມ່ນສຳຄັນ ເພາະວ່າ ການາດາຈະບໍ່ສົ່ງຕົວຜູ້ທີ່ຖືກກ່າວຫານັ້ນໄປຕ່າງປະເທດ ນອກຈາກວ່າຂໍ້ກ່າວ ຫາແມ່ນຜິດກົດໝາຍໃນສອງປະເທດ, ເຊິ່ງແມ່ນກົດເກນດ້ານກົດໝາຍຂອງ ການາດາ ທີ່ຮູ້ຈັກດັ່ງກັບ “ຄວາມຜິດທາງອາຍາສອງເທົ່າ.”

ການຕັດສິນບໍ່ໄດ້ພິຈາລະນາຄວາມຜິດ ຫຼື ຄວາມບໍລິສຸດ. ມັນມີແຕ່ ກ່ຽວກັບວ່າ ການາກະທຳຂອງທ່ານນາງ ເມັງ ຈະຖືກພິຈາລະນາເປັນຄວາມຜິດທາງອາຍາ ພາຍໃຕ້ກົດໝາຍຂອງ ການາດາ ຫຼືບໍ່. ທ່ານນາງ ເມັງ ແລະ ບໍລິສັດ ຫົວ ເຫວີຍ ໄດ້ປະຕິເສດການກ່າວຫາຕ່າງຂອງ ສະຫະລັດ.

ທ່ານນາງ ເມັງ ຫວັງວ່າຂໍ້ກ່າວຫາຕ່າງໆຈະບໍ່ຖືກພົບວ່າຜິດກົດໝາຍໃນ ການາດາ, ແລະ ທ່ານນາງຈະຖືກປ່ອຍຕົວຈາກການກັກຂັງໄວ້ຢູ່ໃນບ້ານ. ທ່ານນາງ ຄາດວ່າຈະປາກົດຕົວຢູ່ສານຄັ້ງຕໍ່ໄປໃນເດືອນໜ້າ ໃນການເຄື່ອນໄຫວອີກຄັ້ງ ນຶ່ງ ເພື່ອກີດກັ້ນການສົ່ງຕົວຂ້າມແດນ.

ຄະນະດີຂອງລາວໄດ້ເຮັດໃຫ້ ການາດາ ຕົກຢູ່ໃນໃຈກາງຂອງຄວາມຫຍຸ້ງຍາກ ທາງການຄ້າ ລະ ຫວ່າງ ຈີນ ກັບ ສະຫະລັດ, ເຊິ່ງກຳລັງພະຍາຍາມຊັກຊວນ ບັນດາພັນທະມິດຂອງເຂົາເຈົ້າໃຫ້ຫຼີກລ່ຽງການໃຊ້ອຸປະກອນຂອງ ຫົວເຫວີຍ ໃນ ລະບົບໂຄລະຄົມມະນາຄົມ ໂທລະສັບມືຖືລຸ້ນໃໝ່ຂອງເຂົາເຈົ້າ, ເຊິ່ງຮູ້ຈັກກັນໃນຊື່ 5G. ລັດຖະບານ ວໍຊິຕັນ ໄດ້ພິຈາລະນາອຸປະກອນຂອງ ຫົວເຫວີຍ ດັ່ງກັບໄພ ຂົ່ມຂູ່ດ້ານຄວາມປອດໄພ, ແລະ ຫຼາຍປະເທດແມ່ນກຳລັງຍົກເລີກ ການໃຊ້ມັນ, ອີງຕາເວັບໄຊ້ Statistica.

ບັນດາເຈົ້າໜ້າທີ່ ການາດາ, ເຊິ່ງດຳເນີນໜ້າທີ່ຕາມການຮ້ອງຂໍຂອງ ສະຫະລັດ ນັ້ນ, ໄດ້ຈັບກຸມທ່ານນາງ ເມັງ ຢູ່ສະໜາມບິນສາກົນ ແວນຄູເວີ ໃນວັນທີ 1 ທັນວາ 2018, ໃນຂະນະທີ່ລາວກຳລັງປ່ຽນຖ້ຽວບິນ ໄປປະເທດ ເມັກຊິໂກ. ລາວ ໄດ້ອາໄສຢູ່ໃນຮູບແບບຂອງການກັກຂັງໄວ້ໃນບ້ານ ຢູ່ນຶ່ງໃນຄະລືຫາດ ສອງຫຼັງຂອງລາວໃນນະຄອນ ແວນຄູເວີ, ເພື່ອລໍຖ້າການພິຈາລະນາຄະດີຂອງສານ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG