ການາດາ ຕ້ອນຮັບພວກອົບພະຍົບຊາວຊີເຣຍ ທີ່ເດີນທາງໄປ
ເຖິງໂດຍເຮືອບິນຖ້ຽວທຳອິດ.
ເຮືອບິນກອງທັບການາດາທີ່ບັນທຸກພວກອົບພະຍົບຊາວຊີເຣຍ
163 ຄົນໄດ້ເດີນທາງໄປເຖິງນະຄອນ Toronto ໃນແລງວັນພະ
ຫັດວານນີ້.
ພວກອົບພະຍົບ ໄດ້ຖືກຕ້ອນຮັບເວລາເດີນທາງໄປຮອດ ໂດຍ
ນາຍົກລັດຖະມົນຕີ Justin Trudeau ລັດຖະມົນຕີກະຊວງຄົນ
ເຂົ້າເມືອງ ສາທາລະນະສຸກ ແລະປ້ອງກັນປະເທດ ນາຍົກຂອງ
ແຂວງ Ontario ທ່ານນາງ Kathleen Wynne ແລະເຈົ້າຄອງ
ນະຄອນ Toronto ທ່ານ John Tory.
ໃນຄວາມພະຍາຍາມ ເພື່ອບໍ່ຢາກໃຫ້ພວກອົບພະຍົບ ຮູ້ສຶກຕື່ນເຕັ້ນຈົນເກີນໄປ ລັດຖະ
ບານການນາດາໄດ້ຮ້ອງຂໍບໍ່ໃຫ້ປະຊາຊົນພາກັນໄປຕ້ອນຮັບຢູ່ທີ່ສະໜາມບິນ ແຕ່ນັ້ນກໍ
ບໍ່ສາມາດຢຸດຢັ້ງຜູ້ຫວັງດີບາງຄົນໄດ້.
ທ່ານ Trudeau ກ່າວວ່າ ນີ້ແມ່ນຄ່ຳຄືນທີ່ດີເລີດ ພວກເຮົາໄດ້ສະແດງໃຫ້ໂລກເຫັນວ່າ
ພວກເຮົາໄດ້ເປີດໃຈແລະຕ້ອນຮັບແບບໃດ ຕໍ່ພວກຜູ້ຄົນທີ່ພາກັນຫລົບໜີ ຈາກສະຖາ
ນະການທີ່ມີຄວາມສັບສົນຫຍຸ້ງຍາກເປັນພິເສດ.
ທ່ານເວົ້າວ່າ ພວກເຮົາກຳນົດຫຼືຕີຄວາມໝາຍ ຕໍ່ຄຳວ່າ ຄົນການາດາບໍ່ແມ່ນໂດຍສີຜິວ ຫຼືພາສາປາກເວົ້າ ຫຼືສາສະໜາ ຫຼືວ່າພື້ນຖານປະຫວັດ ແຕ່ໂດຍການຍຶດໝັ້ນ ໃນຫລັກ
ຄຸນຄ່າ ຄວາມປາຖະໜາ ຄວາມຫວັງ ແລະຄວາມຝັນຮ່ວມກັນ ທີ່ບໍ່ພຽງແຕ່ສຳລັບຊາວ
ການາດາເທົ່ານັ້ນ ແຕ່ຍັງສຳລັບປະຊາຊົນໃນທົ່ວໂລກທີ່ມີຮ່ວມກັນນຳດ້ວຍ.
ການາດາມີກຳນົດທີ່ຈະຮັບເອົາພວກອົບພະຍົບຊາວຊີເຣຍ 25,000 ຄົນພາຍໃນທ້າຍ
ເດືອນກຸມພາທີ່ຈະມາເຖິງນີ້.
ການອ້າແຂນຮັບເອົາພວກອົບພະຍົບ ຂອງການາດານີ້ ແມ່ນກົງກັນຂ້າມກັບສະຫະລັດ
ບ່ອນທີ່ຜູ້ສະໝັກ ເປັນປະທານາທິບໍດີຄົນນຶ່ງ ຜູ້ປົກຄອງລັດຫລາຍໆຄົນ ຕະຫລອດທັງ
ປະຊາຊົນທຳມະດາສາມັນໄດ້ພາກັນສະແດງທ່າທີຄັດຄ້ານຢ່າງແຮງວ່າ ບໍ່ຄວນຮັບເອົາ
ພວກອົບພະຍົບເຂົ້າມາໃນປະເທດ.