ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການາດາ ຕ້ອນຮັບຜູ້ຍົກຍ້າຍຖິ່ນຖາຍຫຼາຍເປັນປະຫວັດການ ແລະ ຍັງຈະຕ້ອນຮັບຕື່ມອີກ


ປ້າຍ “ພວກເຮົາກຳລັງຈ້າງງານ” ຕິດຢູ່ຮ້ານອົບເຂົ້າໜົມໃນບ້ານ ໂອນ ແຊລຊີ, ລັດ ເກເບັກ, ການາດາ, 3 ຕຸລາ 2022.
ປ້າຍ “ພວກເຮົາກຳລັງຈ້າງງານ” ຕິດຢູ່ຮ້ານອົບເຂົ້າໜົມໃນບ້ານ ໂອນ ແຊລຊີ, ລັດ ເກເບັກ, ການາດາ, 3 ຕຸລາ 2022.

ການາດາ ​ໄດ້​ກ່າວ​ອ້າງ ກ່ຽວກັບ ຕົວເລກສະຖິຕິ ຂອງຜູ້ອາໄສຢູ່ຖາວອນໃໝ່ໃນປີ 2022, ເປັນການຂະຫຍາຍສະຖານະພາບ ຂອງເຂົາເຈົ້າເປັນນຶ່ງໃນຫຼາຍປະເທດທີ່ຕ້ອນຮັບເອົາຄອບຄົວ ແລະ ບຸກຄົນທີ່ຊອກຫາຊີວິດໃໝ່ໃນຕ່າງແດນຫຼາຍທີ່ສຸດ.

ຮູບພາບດັ່ງກ່າວແມ່ນຖືກສະໜັບສະໜູນໂດຍການສຳຫຼວດຄວາມຄິດເຫັນ ທີ່ສະແດງໃຫ້ເຫັນບໍ່ພຽງແຕ່ປະຊາຊົນສະໜັບສະໜູນຄົນເຂົ້າເມືອງໃນລະດັບທີ່ ສູງເທົ່ານັ້ນ, ແຕ່ເຖິງແມ່ນຈະມີສະພາບອາກາດທີ່ຂ້ອນຂ້າງຮຸນແຮງ, ປະເທດດັ່ງກ່າວ ແມ່ນຢູ່ໃນອັນດັບສອງຮອງແຕ່ ສະຫະລັດ ເທົ່ານັ້ນ ໃນຈຸດໝາຍປາຍທາງທີ່ປາຖະໜາສຳລັບຄົນທີ່ອາດເປັນຜູ້ຍົກຍ້າຍຖິ່ນຖານ.

ການາດາ ໄດ້ຮັບເອົາຜູ້ອາໄສຢູ່ຖາວອນໃໝ່ 437,000 ຄົນໃນປີ 2022 ອີງຕາມອົງການຄົນເຂົ້າເມືອງ, ອົບພະຍົບ ແລະ ສັນຊາດ ການາດາ, ເຊິ່ງແມ່ນອົງການລັດຖະບານທີ່ຮັບຜິດຊອບ. ຕົວເລກທີ່ວ່ານັ້ນເປັນຕົວແທນ ໃຫ້ປະຊາ ກອນທັງໝົດ 1.1 ເປີເຊັນຂອງປະເທດ.

ອົງການທີ່ວ່ານັ້ນໄດ້ກ່າວໃນຖະແຫຼງການທີ່ໄດ້ອີເມລໃຫ້ວີໂອເອວ່າ “ນີ້ເປັນຕົວ ແທນໃຫ້ຕົວເລກທີ່ໃຫຍ່ສຸດຂອງປະຊາຊົນທີ່ຖືກຕ້ອນຮັບໃນນຶ່ງປີ, ໃນປະຫວັດ ສາດຂອງ ການາດາ. ກ່ອນໜ້າການຕັ້ງສະຖິຕິໃໝ່ສຳລັບການຮັບເອົາຄົນໃນປີ 2021 ນັ້ນ, ຄັ້ງສຸດທ້າຍທີ່ການາດາ ໄດ້ຕ້ອນຮັບເອົາຄົນມາໃໝ່ຈຳນວນຫຼາຍ ດັ່ງກ່າວແມ່ນໃນປີ 1913 ດ້ວຍການຮັບເອົາຜູ້ອາໄສຢູ່ຖາວອນ 400,870 ຄົນ.”

ເມື່ອປຽບທຽບແລ້ວ, ສະຫະລັດ ແມ່ນຄາດວ່າໄດ້ຮັບເອົາຜູ້ອາໄສຢູ່ຖາວອນໃໝ່ ປະມານ 1​ ລ້ານຄົນໃນປີກາຍນີ້, ເຖິງແມ່ນຈະມີປະຊາກອນໃຫຍ່ກວ່າ ການາດາ 9 ເທື່ອກໍ່ຕາມ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG