ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົນນຶ່ງ ເສຍຊີວິດ ຍ້ອນລົດໄຟ ຕົກລາງ ຢູ່ການາດາ (ວີດິໂອ)


ລົດໄຟຂະບວນນຶ່ງ ທີ່ບັນທຸກນໍ້າມັນດິບ ຕົກອອກຈາກລາງໄປ ແລະລະເບີດຂຶ້ນຢູ່ໃນໃຈກາງເມືອງ Lac Megantic ແຂວງ Quebec ຂອງການາດາ, ໃນວັນທີ 6 ກໍລະກົດ 2013
ລົດໄຟຂະບວນນຶ່ງ ທີ່ບັນທຸກນໍ້າມັນດິບ ຕົກອອກຈາກລາງໄປ ແລະລະເບີດຂຶ້ນຢູ່ໃນໃຈກາງເມືອງ Lac Megantic ແຂວງ Quebec ຂອງການາດາ, ໃນວັນທີ 6 ກໍລະກົດ 2013
ຫລາຍຄົນຍັງຫາຍສາບສູນຢູ່ ຢູ່ໃນແຂວງ Quebec ຂອງກາ
ນາດາ, ນຶ່ງມື້ ລຸນຫລັງ ລົດໄຟຂະບວນນຶ່ງ ທີ່ບັນທຸກນໍ້າມັນດິບ
ໄດ້ຕົກອອກຈາກລາງໄປ ແລະລະເບີດຂຶ້ນຢູ່ໃນໃຈກາງເມືອງ
ນຶ່ງ ຊຶ່ງເຮັດໃຫ້ຕຶກອາຄານໄດ້ຮັບຄວາມ ເສຍຫາຍຫລາຍສິບ
ຫລັງ ແລະຢ່າງໜ້ອຍ ນຶ່ງຄົນ​ເສຍ​ຊີວິດ.

ອຸປະຕິເຫດຢູ່ໃນເມືອງ Lac-Megantic ທີ່ຕັ້ງຢູ່ແຄມໜອງນັ້ນ
ໄດ້ເກີດຂຶ້ນ ໃນຕອນເດິກໆຂອງວັນເສົາວານນີ້ ໃນຂະນະທີ່ໃຈ
ກາງເມືອງເຕັມໄປດ້ວຍ ຜູ້ຄົນທີ່ໄປສັງສັນຊຸມແຊວກັນ.

ເຈົ້າໜ້າທີ່ໄດ້ຢືນຢັນວ່າ ມີຄົນນຶ່ງເສຍຊີວິດ ແຕ່ກໍເວົ້າວ່າ ພວກ
ເຂົາເຈົ້າຄາດວ່າ ຈໍານວນຄົນເສຍຊີວິດ ຈະເພີ້ມຂຶ້ນ. ລາຍງານຂອງສື່ສານມວນຊົນສະ
ແດງໃຫ້ ເຫັນວ່າ ອາດມີຄົນຫາຍສາບສູນຢູ່ຮອດ 80 ຄົນ.

ເຫດລົດໄຟຕົກລາງໄດ້ເຮັດໃຫ້ສີ່ຕູ້ລົດໄຟ ​ໃນ​ຈໍາ​ນວ​ນ 70 ກວ່າຕູ້ຂອງ​ລົດ​ໄຟ​ຄັນນັ້ນລະ
ເບີດຂຶ້ນຢູ່ໃນໃຈກາງເມືອງ, ສົ່ງ​ແປວໄຟໃຫຍ່ໆ ຂຶ້ນສູ່ທ້ອງຟ້າໃນຍາມ​ຄໍ່າຄືນ. ໄຟໄໝ້ໄດ້​
ທໍາລາຍຕຶກອາຄານຫລາຍສິບຫລັງ ຊຶ່ງລວມທັງຮ້ານ ຂາຍເຄື່ອງຫລາຍຮ້ານ ແລະຢ່າງ
ໜ້ອຍບາບັນ​ເທິງແຫ່ງນຶ່ງ ແລະໄດ້ສືບຕໍ່ໄໝ້ຢູ່ ເປັນເວລາຫລາຍຊົ່ວໂມງ ໃນຂະນະທີ່
ນັກດັບເພີງທັງຈາກ ການາດາ ແລະ ສະຫະລັດ ພາກັນພະຍາຍາມມອດໄຟດັ່ງກ່າວ.
ອຸປະ
ຕິເຫດດັ່ງກ່າວ ໄດ້ບັງຄັບໃຫ້ຄົນຫລາຍເຖິງ 2 ພັນຄົນ ຊຶ່ງກວມເອົາ 1 ສ່ວນສາມຂອງ
ພົນລະເມືອງທີ່ມີຢູ່ 6 ພັນຄົນ ຢູ່ໃນເມືອງ Lac-Megantic ຕ້ອງໄດ້ຍົກຍ້າຍອອກຈາກ
ບ້ານເຮືອນໄປ.

ຍັງບໍ່ມີໃຜຮູ້ເທື່ອວ່າ ແມ່ນຫຍັງຄືສາເຫດພາໃຫ້ເກີດເຫດລົດໄຟຕົກລາງດັ່ງກ່າວນີ້. ບໍລິ
ສັດ​ແລ່ນລົດໄຟ the Montreal, Maine & Atlantic Railway ທີ່ບໍລິຫານລົດໄຟຄັນ​
ດັ່ງກ່າວ ເວົ້າວ່າ ຄົນຂັບລົດໄຟໄດ້ຈອດລົດໄຟ​ໄວ້ ບໍ່ພໍ ເທົ່າໃດນາທີ ກ່ອນທ່ຽງຄືນວັນສຸກ
ແລະວ່າ ຕົນເຊື່ອວ່າ ຄົນຂັບລົດໄຟໄດ້ຈອດ ລົດໄຟແລະໃສ່​ເບຣກຫ້າມຢ່າງຖືກຕ້ອງ ແຕ່ວ່າ
“​ເວລ​າ​ໃດ​ເວລາ​ນຶ່ງ ຫລັງ​ຈາກນັ້ນ ​ເບຣກລົດ​ໄຟ​ໄດ້​ລຸດ ​ແລະລົດໄຟ​ໄດ້​ແລ່ນ​ເຂົ້າ​ສູ່ຕົວ
ເມືອງ “ຕາມພະລັງ​ ຂອງມັນເອງ” ກ່ອນຈະຕົກອອກຈາກລາງໄປ.

ອົງການວ່າດ້ວຍຄວາມປອດໄພຂອງການຂົນສົ່ງຂອງ​ກາ​ນາ​ດາ ກໍາລັງສືບສວນ ເບິ່ງເຫດ
ການດັ່ງກ່າວ.

ເບິ່ງອີດິໂອກ່ຽວກັບຂ່າວນີ້:

XS
SM
MD
LG