ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກາ​ນາ​ດາ ຢຸດ​ການ ປະ​ຕິ​ບັດ​ການ ຢູ່​ສະ​ຖານ​ທູດ ໃນ​ປະ​ເທດ ເວ​ເນ​ຊູ​ເອ​ລາ


ຢູ່ດ​້ານນອກ​ຂອງ​ສະ​ຖານ​ທູດ ກາ​ນາ​ດາ ໃນ​ນະ​ຄອນຫຼວງ ຄາ​ຣາ​ກັ​ສ, ປະ​ເທດ ເວ​ເນ​ຊູ​ເອ​ລາ. (Twitter @CanEmbVenezuela).
ຢູ່ດ​້ານນອກ​ຂອງ​ສະ​ຖານ​ທູດ ກາ​ນາ​ດາ ໃນ​ນະ​ຄອນຫຼວງ ຄາ​ຣາ​ກັ​ສ, ປະ​ເທດ ເວ​ເນ​ຊູ​ເອ​ລາ. (Twitter @CanEmbVenezuela).

ກາ​ນາ​ດາ ໄດ້​ຢຸດ​ການ​ປະ​ຕິ​ບັດ​ການ​ຊົ່ວ​ຄາວ​ ຢູ່​ສະ​ຖານ​ທູດ​ຂອງ​ເຂົາ​ເຈົ້າ​ໃນ​ປະ​ເທດ
ເວເນຊູເອລາ ໃນວັນອາທິດວານນີ້, ເວົ້າວ່າ ລະບອບການປົກຄອງຂອງປະທານາທິ
ບໍດີ ເວເນຊູເອລາ ທ່ານ ນິໂຄລັສ ມາດູໂຣ ຈະບໍ່ຕໍ່ວີຊາໃຫ້ບັນດານັກການທູດຂອງ
ເຂົາເຈົ້າ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ທ່ານ​ນາງ ຄ​ຣິ​ສ​ເຕຍ ຟ​ຣີ​ແລນ ໄດ້​ກ່າ​ວ​ໃນ​ຖະ​ແຫຼງ​ການ​
ສະບັບນຶ່ງວ່າ ການາດາ ບໍ່ມີທາງເລືອກ.

ທ່ານ​ນາງ ຟ​ຣີ​ແລນ ໄດ້​ກ່າວ​ວ່າ ລະ​ບອບ​ການ​ປົກ​ຄອງ​ດັ່ງ​ກ່າວ​ໄດ້​ເອົາ​ບາ​ດ​ກ້າວ​ ເພື່ອ
ຈຳກັດຄວາມສາມາດຂອງສະຖານທູດຕ່າງປະເທດ ທີ່ຈະເຮັດໜ້າທີ່ໃນປະເທດ ເວເນ
ຊູເອລາ, ໂດຍສະເພາະຜູ້ທີ່ສະໜັບສະໜູນສຳລັບປະຊາທິປະໄຕໃນ ເວເນຊູເອລາ.
ໂຊກບໍ່ດີ, ໃນທ້າຍເດືອນນີ້, ບັນດານັກການທູດ ການາດາ ໃນ ເວເນຊູເອລາ ຈະບໍ່ໄດ້
ຢູ່ໃນສະຖານະທີ່ຈະໄດ້ຮັບການແຕ່ງຕັ້ງທາງການທູດພາຍໃຕ້ລະບອບການປົກຄອງ
ຂອງທ່ານ ມາດູໂຣ, ແລະ ວີຊາຂອງເຂົາເຈົ້າກໍຈະໝົດອາຍຸ. ສະນັ້ນ, ພວກເຮົາຈຶ່ງບໍ່ມີ
ທາງເລືອກ ແຕ່ຢຸດການປະຕິບັດການຂອງພວກເຮົາໄວ້ຊົ່ວຄາວຢູ່ສະຖາທູດ ການາດາ
ໃນ ເວເນຊູເອລາ, ເຊິ່ງຈະມີຜົນບັງຄັບໃຊ້ໃນທັນທີ.”

ທ່ານ​ນາງ ຟ​ຣີ​ແລນ ໄດ້​ກ່າວ​ວ່າ ກາ​ດາ​ນາ ແມ່ນ​ກຳ​ລັງ​ປະ​ເມີນ​ສະ​ຖາ​ນະ​ພາບ​ຂອງ​ບັນ
ດານັກການທູດ ເວເນຊູເອລາ ປະຈຳ ການາດາ ທີ່ຖືກແຕ່ງຕັ້ງໂດຍລະບອບການປົກ
ຄອງຂອງທ່ານ ມາດູໂຣ.

ກາ​ນາ​ດາ ໄດ້​ມີ​ບົດ​ບາດ​ທີ່​ສຳ​ຄັນ​ພາຍ​ໃນ​ກຸ່ມ ລີ​ມາ, ເຊິ່ງ​ປະ​ກອບ​ມີ​ບັນ​ດາ​ປະ​ເທດ​ອາ​
ເມຣິກາ ລາຕິນ ເກືອບສິບກວ່າປະເທດ ແລະ ການາດາ. ເຂົາເຈົ້າໄດ້ນຳໜ້າໃນການ
ຜັກດັນ ເພື່ອຮັບຮູ້ສະມາຊິກສະພາຝ່າຍຄ້ານ ທ່ານ ຮວນ ກວາອີໂດ ເປັນຜູ້ນຳທີ່ຖືກ
ຕ້ອງຂອງ ເວເນຊູເອລາ ແລະ ຫາທາງທີ່ຈະປົດທ່ານ ມາດູໂຣ ອອກຈາກຕຳແໜ່ງ.
ທ່ານນາງ ຟຣີແລນ ໄດ້ກ່າວວ່າ ການາດາ ຈະສືບຕໍ່ເວົ້າຄັດຄ້ານຕໍ່ລະບອບການປົກ
ຄອງຂອງທ່ານ ມາດູໂຣ.

ທ່າ​ນນາງ ຟ​ຣີ​ແລນ ແມ່ນ​ກຳ​ລັງ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ກຸ່ມ ລີ​ມາ ທີ່​ນະ​ຄອນ ນິວຢອກ ໃນ
ວັນຈັນມື້ນີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG