ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການາດາ ຍັງປະເຊີນກັບຄວາມຫຍຸ້ງຍາກ ຈາກຂໍ້ຫ້າມໂຣກລະບາດ ໄວຣັສໂຄໂຣນາ


ກຳປັ່ນສຳລານ 'Island Princess' ຢູ່ທ່າເຮືອ ແວນຄູເວີ, ປະເທດ ການາດາ.
ກຳປັ່ນສຳລານ 'Island Princess' ຢູ່ທ່າເຮືອ ແວນຄູເວີ, ປະເທດ ການາດາ.

ສະພາບການໂຣກລະບາດໄວຣັສໂຄໂຣນາແມ່ນຍັງຢູ່ໃນພາວະການກັກບໍລິເວນຢູ່. ເຂດຊາຍແດນແມ່ນຍັງປິດສຳລັບການເດີນທາງເຂົ້າປະເທດ ແລະ ລັດຖະບານໄດ້ເຕືອນວ່າ ນັກເດີນທາງທີ່ເຂົ້າໄປໃນປະເທດແມ່ນມີຄວາມສ່ຽງທີ່ຈະຕິດ ຫຼື ແຜ່ລາມໄວຣັສ COVID-19 ສາຍພັນໃໝ່.

ປັດຈຸບັນນີ້ ການາດາ ມີອັດຕາການສັກຢາວັກຊີນກັນ COVID-19 ໂດສທຳອິດປະມານ 23 ລ້ານກວ່າຄົນ ແລະ ຜູ້ທີ່ໄດ້ສັກຢາຄົບແລ້ວແມ່ນປະມານ 3 ລ້ານກວ່າຄົນ.

ຫຼາຍແຂວງຫຼາຍພາກສ່ວນໃນ ການາດາ ແມ່ນມີສະພາບການທີ່ບໍ່ຄືກັນ. ບາງແຫ່ງຍັງຢູ່ໃນລັອກດາວທີ່ເຄັ່ງຄັດ ແລະ ບາງບ່ອນແມ່ນອະນຸຍາດໃຫ້ຄົນໄປນັ້ນໄປນີ້ໄດ້.

ນາງ ວາເລັນໄທນ໌ ແມ່ຍິງທີ່ອາໄສຢູ່ເມືອງ ແວນຄູເວີ ໄດ້ກ່າວຕໍ່ພວກເຮົາວ່າ “ຂ້າພະເຈົ້າໄດ້ສັກຢາໂດສທຳອິດເມື່ອສອງສາມອາທິດທີ່ຜ່ານມາ ແລະ ຈະໄດ້ ສັກໂດສທີສອງ ພາຍໃນສອງເດືອນ. ພວກເຮົາຂ້ອນຂ້າງຈະໂຊກດີ ເພາະວ່າພວກເຮົາມີອາກາດທີ່ອຸ່ນເມື່ອທຽບກັບພາກສ່ວນອື່ນໆຂອງ ການາດາ ເຊິ່ງສາມາດມີອຸນຫະພູມໜາວຫຼາຍໃນລະຫວ່າງລະດູໜາວ. ຢູ່ແຂວງ ອອນທາຣີໂອ ມັນຫຍຸ້ງຍາກວ່າ ແລະ ໜາວກວ່າ. ແລະ ເຂົາເຈົ້າກໍຖືກກັກບໍລິເວນເປັນເວລາຫຼາຍເດືອນ ເມື່ອທຽບໃສ່ພວກເຮົາທີ່ບໍ່ສາມາດກິນອາຫານຢູ່ຮ້ານພຽງສອງສາມອາທິດເທົ່ານັ້ນ. ມັນຂ້ອນຂ້າງດີທຽບຖ້າໃສ່ກັບບ່ອນອື່ນໆໃນ ການາດາ.”

ນາງ ວາເລັນໄທນ໌ ເວົ້າວ່າລາວເຫັນຫຼາຍຄົນເລີ່ມເຮັດກິດຈະໃໝ່ໆໃນລະຫວ່າງ ການກັກບໍລິເວນຄື ການອົບເຂົ້າໜົມ, ເຮັດສວນ, ເຮັດກິດຈະກຳນອກບ້ານ ຄື ໄປປີນພູ, ຂີ່ເຮືອ, ແລ່ນ ແລະ ອື່ນໆ.

XS
SM
MD
LG