ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເຈົ້າໜ້າທີ່ການາດາ ກັກໂຕ ອົບພະຍົບສຣີລັງກາ


ອົບພະຍົບສຣີລັງກາ ຢູ່ອິນໂດເນເຊຍ
ອົບພະຍົບສຣີລັງກາ ຢູ່ອິນໂດເນເຊຍ

ກອງທັບເຮືອຂອງການນາດາ ໄດ້ກວດກາເບິ່ງ ກຳປັ່ນຂົນສົ່ງສິນຄ້າລຳນຶ່ງ ທີ່ບັນທຸກ ພວກຂໍລີ້ໄພ 490 ຄົນ ຮວມທັງ ພວກອົບພະຍົບສຣີລັງກາ ຈຳນວນນຶ່ງ.

ເຈົ້າໜ້າທີ່ການາດາເວົ້າວ່າ ກຳປັ່ນຂົນສົ່ງລຳນີ້ ໄດ້ແລ່ນຢູ່ໃກ້ໆບໍລິເວນ ນອກແຄມຝັ່ງ ທະເລຂອງແຂວງ British Colombia ທາງກໍ້າຕາເວັນຕົກ ຂອງການາດາ. ເປັນທີ່ຄາດ ກັນວ່າ ພວກທີ່ໂດຍສານມານຳກຳປັ່ນລຳນີ້ ຈະຖືກເຈົ້າໜ້າທີ່ຄວບຄຸມໂຕໄວ້ ຫຼັງຈາກເຂົ້າ ຈອດ ທີ່ຖານທັບເຮືອແຫ່ງນຶ່ງ ໃກ້ໆເມືອງ Victoria ໃນແຂວງ British Colombia.

ລັດຖະມົນຕີ ຮັກສາຄວາມປອດໄພ ຂອງການາດາ ທ່ານ Vic Toews ກ່າວວ່າ ອາດຈະ ມີພວກພວກຄ້າມະນຸດ ແລະພວກກໍ່ການຮ້າຍຮວມຢູ່ໃນບັນດາຜູ້ໂດຍສານ ແລະຖ້າຫາກ ມີການພົບເຫັນ ພວກກ່ຽວກໍຈະຖືກລົງໂທດ. ທ່ານເວົ້າວ່າ ເຈົ້າໜ້າທີ່ໄດ້ຕິດ ຕາມເບິ່ງການ ເຄື່ອນໄຫວຂອງກຳປັ່ນລຳນີ້ ມາໄດ້ຫຼາຍອາທິດແລ້ວ.

ເປັນທີ່ເຊື່ອກັນວ່າ ອົບພະຍົບບາງຄົນ ທີ່ຢູ່ເທິງລໍານີ້ ແມ່ນເປັນສະມາຊິກຂອງກຸ່ມກະບົດ ເສືອທະມິນ ຂອງສຣີລັງກາ. ການາດາ ແລະສະຫະລັດ ຖືວ່າ ພວກກະບົດເສືອທະມິນ ເປັນຜູ້ກໍ່ການຮ້າຍ.

XS
SM
MD
LG