ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂົງເຂດນາຍອາກາຣາ ຂອງການາດາ ປະກາດພາວະສຸກເສີນ ກ່ອນການລັ່ງໄຫລຂອງຄົນ ທີ່ຈະມາຊົມ ປາກົດການສຸລິຍະຄາດ


ແຟ້ມພາບ - ບັນດານັກທ່ອງທ່ຽວ ພາກັນຖ່າຍຮູບຢູ່ດ້ານໜ້າ ຂອງນ້ຳຕົກນາຍອາກາຣາ (Niagara Falls) ໃນເຂດ Niagara Falls, ແຂວງອອນຕາຣີໂອ ຂອງການາດາ, ວັນທີ 28 ມິຖຸນາ 2022.
ແຟ້ມພາບ - ບັນດານັກທ່ອງທ່ຽວ ພາກັນຖ່າຍຮູບຢູ່ດ້ານໜ້າ ຂອງນ້ຳຕົກນາຍອາກາຣາ (Niagara Falls) ໃນເຂດ Niagara Falls, ແຂວງອອນຕາຣີໂອ ຂອງການາດາ, ວັນທີ 28 ມິຖຸນາ 2022.

ຂົງເຂດນາຍອາກາຣາ ຂອງແຂວງ ອອນຕາຣີໂອ ໄດ້ປະກາດພາວະສຸກເສີນ ຂະນະທີ່ເຂດດັ່ງກ່າວພວມກະກຽມທີ່ຈະຕ້ອນຮັບນຶ່ງລ້ານຄົນທີ່ກຳລັງຈະມາຢ້ຽມຢາມສຳລັບ ສຸລິຍະຄາດ ໃນຕົ້ນເດືອນເມສານີ້.

ສຸລິຍະຄາດເຕັມດວງ ໃນວັນທີ 8 ເມສາ ຈະເປັນຄັ້ງທຳອິດທີ່ເກີດຂຶ້ນໃນແຂວງ ດັ່ງກ່າວ ນັບຕັ້ງແຕ່ປີ 1979 ແລະ ເຂດນ້ຳຕົກ ນາຍອາກາຣາ ໄດ້ຖືກປະກາດ ໂດຍ ວາລະສານ National Geographic ໃຫ້ເປັນນຶ່ງໃນສະຖານທີ່ທີ່ດີສຸດ ໃນການຊົມສຸລິຍະຄາດ.

ເມືອງນີ້ ເປັນແລວທາງຂອງສຸລິຍະຄາດເຕັມດວງ ບ່ອນທີ່ດວງເດືອນຈະເຄື່ອນ ເຂົ້າມາບັງແສງຕາເວັນເປັນເວລາບໍ່ເທົ່າໃດນາທີ. ຜູ້ປົກຄອງເມືອງນ້ຳຕົກ ນາຍອາກາຣາ ທ່ານຈິມ ດີໂອດາຕີ ໄດ້ກ່າວໃນຕົ້ນເດືອນມີນາວ່າ ທ່ານຄາດວ່າ ຄົນ​ຈະ​ມາ​ທ່ຽວເມືອງຂອງທ່ານຫຼາຍ​ທີ່​ສຸດ​ແບບ​ທີ່ບໍ່ເຄີຍເຫັນມາ​ກ່ອນພາຍໃນມື້ດຽວ.

ເຂດເທດສະບານນາຍອາກາຣາ ປະກາດພາວະສຸກເສີນລ່ວງໜ້າເພື່ອຈະໄດ້ຕັ້ງ ໜ້າທຳການກະກຽມສຳລັບເຫດການດັ່ງກ່າວນັ້ນ. ການປະກາດໃນວັນພະຫັດທີ່ ຜ່ານມາ ໄດ້ເລີ້ມໃຫ້ດຳເນີນແຜນການໃຊ້ເຄື່ອງມືຕ່າງໆຕື່ມອີກ ເພື່ອກຽມພ້ອມ ສຳລັບວັນນັ້ນ ເຊິ່ງອາດພົວພັນນຳການສັນຈອນທີ່ີຕິດຂັດຢ່າງໜາແໜ້ນ, ການ ຮຽກຮ້ອງທາງດ້ານການບໍລິການສຸກເສີນຢ່າງຫຼວງຫຼາຍ ແລະເຄືອຂ່າຍສັນຍານ ໂທລະສັບມືຖືທີ່ເກີນປະສິດທິພາບ.

ສຸລິຍະຄາດຈະສາມາດເຫັນຮອດເຂດແຄມຝັ່ງມະຫາສະໝຸດປາຊີຟິກຂອງເມັກຊິໂກ ໃນຕອນເຊົ້າ ທີ່ຕັດຕາມເສັ້ນຂວາງໃນທົ່ວສະຫະລັດ ຈາກລັດເທັກຊັສ ໄປຫາລັດ ເມນ ແລະອອກໄປທາງທິດຕາເວັນອອກຂອງການາດາ ພາຍໃນ ຕອນບ່າຍໆ. ສ່ວນທີ່ເຫຼືອຂອງທະວີບອາເມຣິກາ ຈະເຫັນເປັນບາງສ່ວນຂອງ ສຸລິຍະຄາດນີ້.

Ontario's Niagara Region has declared a state of emergency as it prepares to welcome up to a million visitors for the solar eclipse in early April.

The total solar eclipse on April 8 will be the first to touch the province since 1979, and Niagara Falls was declared by National Geographic to be one of the best places to see it.

The city is in the path of totality, where the moon will entirely block the sun's rays for a few minutes. Niagara Falls Mayor Jim Diodati said earlier in March that he expects the most visitors his city has ever seen in a single day.

The regional municipality of Niagara is proactively invoking a state of emergency to prepare for the event. The declaration announced Thursday sets in motion some additional planning tools to prepare for the day, which could involve major traffic jams, heavier demands on emergency services and cell phone network overloads.

The eclipse will reach Mexico's Pacific coast in the morning, cut diagonally across the United States from Texas to Maine, and exit in eastern Canada by late afternoon. Most of the rest of the continent will see a partial eclipse.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG