ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການາດາ ໄດ້ໃຊ້ຄວາມພະຍາຍາມສຸດຂີດ ໃນການ ຕໍ່ສູ້ກັບ ໄພໄຟໄໝ້ປ່າ ທີ່ຮ້າຍແຮງ


ລົດຂົນສົ່ງ ແລ່ນຜ່ານ ຄວັນໄຟ ຈາກໄຟໄໝ້ປ່າ ຢູ່ໃກ້ກັບ ເມືອງ Fort McMurray ຂອງແຂວງ Alberta ໃນວັນອາທິດ ທີ 8 ພຶດສະພາ 2016.
ລົດຂົນສົ່ງ ແລ່ນຜ່ານ ຄວັນໄຟ ຈາກໄຟໄໝ້ປ່າ ຢູ່ໃກ້ກັບ ເມືອງ Fort McMurray ຂອງແຂວງ Alberta ໃນວັນອາທິດ ທີ 8 ພຶດສະພາ 2016.

ພວກເຈົ້າທີ່ການາດາກ່າວວ່າ ພວກຕົນໄດ້ພະຍາຍາມຈົນສຸດຄວາມສາມາດແລ້ວ ໃນການຕໍ່ສູ້ກັບອັກຄີໄພ ໄຟໄໝ້ປ່ທີ່ຮ້າຍແຮງ ທີ່ໄດ້ທຳລາຍຂົງເຂດກວ້າງໃຫຽ່ ໃນ ອາລເບີຕາ ທາງພາກຕາເວນຕົກຂອງການາດາ.

ທ່ານ Chad Morrison ກ່າວວ່າ ອາກາດທີ່ໜາວເຢັນກັບຝົນຕົກຄ່ອຍໆ “ເຮັດໃຫ້ການ ຕໍ່ສູ້ກັບໄຟເປັນໄປໄດ້ດີ. ພວກເຮົາສາມາດເຂົ້າໄປໄກ້ໄຟໄດ້ ແລະ ການຕໍ່ສູ້ ກໍແມ່ນ ເປັນໄປໄດ້ດີແທ້.”

ຄວັນ ແລະ ແປວໄຟ ຈາກໄຟໄໝ້ປ່າ ທີ່ລະເບີດຂຶ້ນ ຢູ່ດ້ານຫຼັງຂອງລົດຄັນໜຶ່ງ ຢູ່ຖະໜົນຫຼວງ ໃກ້ກັບ ເມືອງ Fort McMurray ຂອງແຂວງ Alberta, ປະເທດການາດາ, ວັນທີ 7 ພຶດສະພາ 2016.
ຄວັນ ແລະ ແປວໄຟ ຈາກໄຟໄໝ້ປ່າ ທີ່ລະເບີດຂຶ້ນ ຢູ່ດ້ານຫຼັງຂອງລົດຄັນໜຶ່ງ ຢູ່ຖະໜົນຫຼວງ ໃກ້ກັບ ເມືອງ Fort McMurray ຂອງແຂວງ Alberta, ປະເທດການາດາ, ວັນທີ 7 ພຶດສະພາ 2016.


ເຖິງແມ່ນໄຟບໍ່ໄດ້ໄປເຖິງສະຖານທີ່ຜລິດນໍ້າມັນແຫ່ງສຳຄັນກໍຕາມ ແຕ່ມັນກໍຢູ່ໄກ້ຫຼາຍ ພາໃຫ້ລາຄານໍ້າມັນຂອງໂລກຖີບໂຕຂຶ້ນ ຍ້ອນຄວາມເປັນຫ່ວງ ກ່ຽວກັບອັກຄີໄພ ຂອງ ການາດານີ້.

ມັນບໍ່ເປັນທີ່ແຈ້ງຂາວວ່າ ເມື່ອໃດສະຖານຜລິດນໍ້າມັນດັ່ງກ່າວຈະເປີດຄຶນ. ພວກຄົນງານ ຜລິດນໍ້າມັນ ພ້ອມຄອບຄົວຂອງເຂົາເຈົ້າ ໄດ້ພາກັນອົບພະຍົບໜີໄປປຸກຕູບຜາມ ຢູ່ ແຫ່ງອື່ນ.

ທ່ານ ມາກ ຣູຕ ຫົວໜ້ານັກເສດຖະສາດປະຈຳ ເຄບີຊີ ຂອງອາເມຣິກາ ເທັກໂນໂລຈີ ທີ່ ນະຄອນ ຮູສຕັນ ໄດ້ບອກຂ່າວສານຣອຍເຕີ ວ່າ “ໃນເມື່ອຜູ້ກຳກັບວຽກງານ ແລະ ຄອບ ຄົວຂອງລາວຕ້ອງໜີພ່າຍໄປ ເຖິງແມ່ນໂຮງງານຈະຢູ່ໃນສະພາບດີຢູ່ກໍຕາມ ມັນຈະມີ ຫຽັງດີຂຶ້ນ.”

ທ່ານ ຣູຕ ຄາດຄະເນວ່າ ຢ່າງໜ້ອຍ ການຜລິດນໍ້າມັນແມ່ນຈະຢຸດສະງັກຢູ່ເປັນເວລາ​ 2 ຫຼື 3 ເດືອນ.

Canada Fire
please wait
Embed

No media source currently available

0:00 0:00:38 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG