ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາຍົກການາດາ ກ່າວວ່າ ຈະບໍ່ຍອມ ໃຫ້ປະເທດຂອງທ່ານ ຖືກຂົ່ມຂູ່ ໂດຍ ພວກກໍ່ການຮ້າຍ


Authorities Look for Motive in Canadian Shootings
please wait

No media source currently available

0:00 0:02:24 0:00

ນາຍົກລັດຖະມົນຕີ ການ​າດາ ກ່າວ​ວ່າ ປະ​ເທດ​ຂອງ​ທ່ານ
“ຈະ​ບໍ່​ຍອມໃຫ້ຖືກ​ ຂົ່​ມຂູ່​ເດັດຂາດ” ຫລັງ​ຈາກ​ການ​ໂຈມ​ຕີ
ໃນອາທິດ​ນີ້ ທີ່ນະຄອນ Ottawa ​ແລະ​ໃກ້​ກັບ​ນະຄອນ
Montreal ທີ່​ໄດ້​ສັງຫານ​ທະຫານ​ສອງ​ຄົນ.

ຢູ່​ໃນຄຳປາໄສ​ທາງ​ໂທລະພາບ ​ໃນ​ຕອນ​ແລງວັນ​ພຸດ​ວານ
ນີ້ ນາຍົກລັດຖະມົນຕີ Stephen Harper ກ່າວ​ວ່າ ການ​
ໂຈມ​ຕີ​ເປັນ​ການ​ເຕືອນ​ຄວາມຊົງຈຳວ່າ ກາ​ນາ​ດາ ບໍ່ໄດ້​ຮັບ
​ການ​ຍົກ​ເວັ້ນຈາກການ​ກໍ່​ການ​ຮ້າຍ ​ແລະ​ປະຕິຍານວ່າ
ຈະເພີ້ມ ຄວາມພະຍາຍາມຂຶ້ນເປັນ “​ສອງ​ເທົ່າ” ​ເພື່ອລະບຸ
ແລະ​ກຳຈັດໄພ​ຂົ່ມຂູ່ເຫຼົ່ານີ້.

ທ່ານ​ໄດ້​ກ່າວ ບໍ່​ເທົ່າໃດ​ຊົ່ວ​ໂມງ​ ຫລັງ​ຈາກມື​ປືນ​ຄົນ​ນຶ່ງ​ໄດ້​ຍິງສິບ​ໂທ Nathan Cirillo ​ໃນ​
ຂະນະ​ທີ່​ທະຫານ​ຄົນນີ້ ຢືນ​ຍາມຢູ່ ອະນຸສາວະລີສົງຄາມ​ແຫ່ງ​ຊາດ ທີ່​ນະ​ຄອນ Ottawa.

ບັນດາ​ຜູ້​ເຫັນ​ເຫດການ​ກ່າວ​ວ່າ ມືປືນ​ປາກົດ​ວ່າ ໄດ້ຍົກແຂນ​ຂອງ​ລາວ​ຂື້ນ​ເພື່ອ ສະແດງ
ເຖິງໄຊຊະນະ ກ່ອນ​ເຂົ້າ​ໄປ​ໃນ​ຕຶກ​ສະພາຂອງການາທີ່ຢູ່​ໃກ້ໆ​ນັ້ນ ​ແລະ​ຍິງປືນ​ອີກ​ຫລາຍ
​ລູກ. ບັນດາ​ສະມາຊິກສະພາໄດ້ພາກັນ​ອັດປະຕູ​ຢູ່​ໃນ​ຫ້ອງການ​ຂອງ​ເຂົາ​ເຈົ້າ ​ໃນ​ຂະນະທີ່​
ຢູ່​ຂ້າງ​ນອກ ການສັນຈອນໄປມາຕາມ​ຖະໜົນ​ຫົນທາງ​ໄດ້ຢຸດຊະງັກລົງ.

ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານ ​ໄດ້​ສັນລະ​ເສີນ ຕຳຫຼວດສະພາຄົນ​ນຶ່ງ ​ທີ່​ຢູ່​ໃນ​ຕຶກສະພາ ທີ່
​ໄດ້​ຍິງສັງຫານ​ຜູ້​ໂຈມຕີ ທີ່​ລະບຸຊື່ວ່າ ແມ່ນທ້າວ Michael Zehaf-Bibeau ອາຍຸ 32 ປີ.

​ໃນ​ຕົ້ນ​ອາທິດ​ນີ້ ຜູ້​ຊາຍ​ຄົນ​ນຶ່ງ​ທີ່ ນາຍົກລັດຖະມົນ​ຕີກ່າວ​ວ່າ ໄດ້​ປ່ຽນ​ໄປ​ນັບຖື​ສາສະໜາ​
ອິສລາມ ຊຶ່ງ​ເປັນຜູ້​ທີ່​ “ມີ​ຫົວ​ຮຸນ​ແຮງ” ໄດ້ຂັບ​ລົດ​ຕຳທະຫານ​ ກາ​ນາ​ດາສອງ​ຄົນ ​ທີ່ເມືອງ
Saint-Jean-sur-Richelieu ປະມານ 40 ກິ​ໂລ​ແມັດ ທາງ​ພາກຕາເວັນອອກສຽງໃຕ້
​ຂອງນະຄອນ Montreal ​ແລະໄດ້​ເຮັດ​ໃຫ້​ຄົນນຶ່ງ ເສຍ​ຊີວິດ​.

ປະທານາທິບໍດີ ສະຫະລັດ ທ່ານ Barrack Obama ​ໄດ້​ໂອ້​ລົມໂດຍ​ທາງ​ໂທລະສັບ​ກັບ
ນາຍົກລັດຖະມົນຕີ Harper ຫລັງ​ຈາກ​ມີການໂຈມຕີ​ໃນ​ວັນ​ພຸດ​ວານ​ນີ້ ​ແລະ​ກ່າວ​ວ່າ ມັນ
​ສຳຄັນ​ທີ່​ສຸດ​ ທີ່ບັນດາ​ເຈົ້າ​ໜ້າ​ທີ່ ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍຂອງສະຫະລັດ ​ແລະ​ກາ​ນາ​ດາ
ຈະສືບຕໍ່​ປະຕິບັດ​ງານ​ຮ່ວມກັນ​.

ທ່ານ Obama ​ໄດ້​ປະນາມ​ການ​ໂຈມ​ຕີ ​ຕໍ່ທະຫານ​ກາ​ນາ​ດາແລະ​ໄດ້​ສະ​ເໜີ​ໃຫ້ການ​
ຊ່ວຍ​ເຫລືອ​ໃດໆກໍຕາມ​ ທີ່ກາ​ນາ​ດາຕ້ອງການ​ ໃນ​ການ​ຮັບມື ກັບສະຖານະ​ການ ຕໍ່​
ນາຍົກລັດຖະມົນຕີ Harper.

ທ່ານ Obama ກ່າວ​ວ່າ ສະຫະລັດກຳລັງຕິດຕາມເບິ່ງສະຖານະ​ການຢູ່ໃນກາ ນາດາ ​
ແລະ​ຈະ​ດຳເນີນການທຸກສິ່ງ​ຢ່າງທີ່​ກະທຳ​ໄດ້ ​ເພື່ອ​ປົກປ້ອງປະຊາຊົນ ອາ​ເມຣິກັນ.

CANADA SHOOTING CNPK
please wait
Embed

No media source currently available

0:00 0:02:31 0:00

XS
SM
MD
LG