ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນ.ຍ. ການາດາ ພົບປະ ພວກຜູ້ນຳຊົນເຜົ່າພື້ນເມືອງ


ນາຍົກລັດຖະມົນຕີການາດາ ທ່ານ Stephen Harper
ນາຍົກລັດຖະມົນຕີການາດາ ທ່ານ Stephen Harper
ນາຍົກລັດຖະມົນຕີການາດາໄດ້ພົບປະກັບພວກຜູ້ນຳຊົນເຜົ່າ
ພື້ນເມືອງ ເພື່ອສົນທະນາຫາລື ກ່ຽວກັບ ສິດທິໃນສົນທິສັນຍາ ແລະຄວາມບໍ່ພໍໃຈອື່ນໆອີກ.

ທ່ານ Stephen Harper ໄດ້ພົບປະກັບຫົວໜ້າຊົນເຜົ່າພື້ນ
ເມືອງປະມານ 20 ຄົນທີ່ນະຄອນ Ottawa ໃນມື້ວັນສຸກວານ
ນີ້.

ຫົວໜ້າຊົນເຜົ່າບາງຄົນ ບໍ່ຍອມໄປຮ່ວມ ການພົບປະໃນຄັ້ງນີ້
ຍ້ອນວ່າຂ້າຫຼວງໃຫຍ່ David Johnston ຊຶ່ງເປັນຜູ້ຕາງໜ້າ
ຢ່າງເປັນທາງການຂອງພະຣາຊີນີເອລີຊາແບັດທີ່ເປັນປະມຸກ
ຂອງການາດານັ້ນບໍ່ໄດ້ເຂົ້າຮ່ວມ. ພວກເຂົາເຈົ້າເວົ້າວ່າ ການ
ໄປຮ່ວມຂອງທ່ານ Johnston ແມ່ນມີຄວາມຈຳເປັນຍ້ອນວ່າ ການເຈລະຈາຫາລືກັນແມ່ນມີຈຸດໃຈກາງແນໃສ່ສິດທິຕາມສົນທິສັນຍາທີ່ສ້າງຕັ້ງຂຶ້ນໂດຍ ຄຳປະກາດພະບໍຣົມຣາຊະໂອງການໃນສັດຕະວັດທີ 18. ທ່ານ Johnston ເວົ້າວ່າ ມັນບໍ່ ແມ່ນໜ້າທີ່ຂອງທ່ານທີ່ຈະເຂົ້າໄປພົວພັນກ່ຽວກັບການຕັດສິນໃຈໃນດ້ານນະໂຍບາຍ.

ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ມີການບັນລຸຜົນຫຍັງແດ່ຖ້າຫາກມີ ໃນການພົບປະໃນວັນ ສຸກວານນີ້ ຊຶ່ງໄດ້ມີການຈັດແຈງກັນ ຢ່າງຟ້າວຟັ່ງ ພາຍໃຕ້ການກົດດັນ ຈາກຫົວໜ້າເຜົ່າ ໃນເຂດສະຫງວນ Ontario ເໜືອ ທ່ານນາງ Theresa Spence ຜູ້ທີ່ໄດ້ທຳການອົດອາ ຫານເປັນເວລານຶ່ງເດືອນຮຽກຮ້ອງໃຫ້ປັບປຸງສະພາບການເປັນຢູ່ໃຫ້ດີຂຶ້ນໃນເຂດສະຫງວນ ແຫ່ງຕ່າງໆຂອງຊົນເຜົ່າພື້ນເມືອງ. ທ່ານນາງແມ່ນຮວມຢູ່ໃນບັນດາພວກທີ່ບໍ່ຍອມໄປຮ່ວມ ປະຊຸມ.

ກ່ຽວຂ້ອງກັນ

XS
SM
MD
LG