ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຍຸກ​ໃໝ່ ​ໄດ້​ເລີ້ມ​ຕົ້ນແລ້ວ ຢູ່​ກາ​ນາ​ດາ ເພື່ອຊົມ​ໃຊ້ ​ກັນ​ຊາ​ ເປັນ​ການ​ພັກ​ຜ່ອນ


ເຊື້ອ​ພັນ​ທີ່​ແຕກ​ຕ່າງ​ຂອງ​ກັນ​ຊາ ວາງ​ສະ​ແດງ​ຢູ່ສູນ​ກາງ ວາມແລນ ບ​ຣິ​​​ຕິສ​ໂຄ​ລຳ​ເບຍ ຢູ່​ເກາະ​ແວນ​ຄູ​ເວີ ປະ​ເທດ​ກາ​ນາ​ດາ ວັນ​ທີ 24 ກັນ​ຍາ 2018.
ເຊື້ອ​ພັນ​ທີ່​ແຕກ​ຕ່າງ​ຂອງ​ກັນ​ຊາ ວາງ​ສະ​ແດງ​ຢູ່ສູນ​ກາງ ວາມແລນ ບ​ຣິ​​​ຕິສ​ໂຄ​ລຳ​ເບຍ ຢູ່​ເກາະ​ແວນ​ຄູ​ເວີ ປະ​ເທດ​ກາ​ນາ​ດາ ວັນ​ທີ 24 ກັນ​ຍາ 2018.

ຍຸກສະ​ໄໝ​ໃໝ່​ໄດ້​ເລີ້ມ​ຕົ້ນແລ້ວຢູ່​ກາ​ນາ​ດາໃນ​ວັນ​ພຸດ​ມື້​ນີ້ ເວ​ລາ​ປະ​ເທດ​ດັ່ງ​ກ່າວ ໄດ້​ກາຍ​ມາ​ເປັນ​ພຽງ​ປະ​ເທດ​ທີ​ສອງ ທີ່​ອະ​ນຸ​ຍາດ​ໃຫ້ ​ມີ​ການ​ຊົມ​ໃຊ້​ກັນ​ຊາ​ ເພື່ອ​ເປັນ​ການ​ພັກ​ຜ່ອນ ໄດ້ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​.

ເຖິງ​ແມ່ນ​ວ່າ ມີ​ການ​ໃຊ້ກັນ​ຊາ ​ເປັນ​ຢາ​ປົວ​ພະ​ຍາ​ດ ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ ມ​າ​ແຕ່​ປີ 2001 ແຕ່ກາ​ນາ​ດາ​ ແລະ ອູ​ຣຸ​ໄກວ ​ຈະເປັນ​ພຽງສອງປະ​ເທດ​ບ່ອນ​ທີ່​ພວກ​ລູກ​ຄ້​າ​ ສາ​ມາດ​ຊື້​ກັນ​ຊາໄ ດ້​ຢູ່​ຕາມ​ຫ້າງ​ຮ້ານ​ຂາຍ​ຍ່ອຍຕ່າງໆ.

ຮ້ານ​ຂາຍ​ກັນ​ຊາ​ບ່ອນ​ທຳ​ອິດ​ຈະ​ເປີດ​ໃນ​ຕອນ​ທ່ຽງ​ຄືນ​ຂອງວັນ​ພຸດ​ມື້​ນີ້ ທີ່​ເມືອງ​ນິວ​ຟ​າວແລນ ທີ່ເປັນ​ແຂວງ​ຕັ້ງ​ຢູ່ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ສຸດ​ຂອງ​ປະ​ເທດ.

ແຕ່​ລະ 13 ແຂວງ​ຈະ​ຕັ້ງ​ກົດ​ລະ​ບຽບ​ຂອງ​ໃຜ​ລາວ​ໃນ​ການ​ຂາຍ​ກັນ​ຊາ. ຈຳ​ນວນ​ນຶ່ງ​ຈະ​ອະ​ນຸ​ຍາດ​ໃຫ້​ຮ້​ານ​ຄ້າ​ສ່ວນ​ໂຕ ໃນ​ຂະ​ນະ​ທີ່​ແຂວງ​ອື່ນໆຈະອະ​ນຸ​ຍາດ​ໃຫ້​ຂາຍ​ຜ່ານ​ຮ້​ານ​ຄ້າ​ຂອງ​ລັດ​ຖະ​ບານ. ແຕ່​ການ​ສັ່ງ​ຊື້​ຂາຍທາງ​ໄປ​ຊະ​ນີ ຈະ​ໄດ້​ຮັບ​ອະ​ນຸ​ຍາດ​ຢູ່​ໃນທົ່ວ​ປະ​ເທດ​ກາ​ນາ​ດາ​.

​ມີ​ແຕ່​ບັນ​ດາ​ຜູ້​ໄດ້​ຮັບອະ​ນຸ​ຍາດ​ໃຫ້​ປູກ ສາ​ມາດ​ຂາຍກັນ​ຊາ​ໄດ້ ​ຢູ່​ຕາມ​ຕະ​ຫຼາດ​ຂາຍຍ່ອຍ.

ອາ​ຍຸ​ທີ່ຖືກຕ້ອງ​ຕາມ​ກົດ​ໝາຍ​ຂອງລັດ​ຖະ​ບານ​ກາງ​ ໃນການ​ໃຊ້​ກັນ​ຊາ​ໄດ້​ນັ້ນ ແມ່ນ 18 ປີ ແຕ່​ວ່າ​ສ່ວນ​ໃຫຍ່​ຂອງ​ແຂວງ​ຕ່າງໆ​ໄດ້​ຕັ້ງ​ໄວ້​ 19 ປີ.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ກາ​ນາ​ດາ ທ່ານ​ຈັສ​ຕິນ ທ​ຣູ​ໂດ ໄດ້​ເລີ້ມ​ຊຸກ​ຍູ້​ໃຫ້ມີ​ການ​ໃຊ້​ກັນ​ຊາ​ໄດ້​ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍຢູ່​ທົ່ວປະ​ເທດ ມາ​ໄດ້​ກວ່າ​ສອງ​ປີ​ກ່ອນ ຢູ່​ ​ສ່ວນນຶ່ງ​ກໍ​ແມ່ນເພື່ອ​ປິດ​ຕະ​ຫຼາດ​ມືດ ແລະ​ປ້ອງ​ກັນ​ການ​ໃຊ້​ຂອງ​ຜູ້​ບໍ່​ເຖິງ​ກະ​ສຽນ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG