ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການາດາ ແລະປະເທດ ໃນເຂດ ອາເມຣິກາ ລາຕິນ ເວົ້າວ່າ ຈະບໍ່ນຳໃຊ້ກຳລັງ ຢູ່ໃນ ເວເນຊູເອລາ


ພວກປະທ້ວງຕໍ່ຕ້ານລັດຖະບານ ຢຸດລົດບັນທຸກ ຄັນນຶ່ງ ໃນຂະນະ ທີ່ກີດຂວາງ ທາງຫຼວງສາຍນຶ່ງ ພ້ອມກັນກັບ ພວກປະທ້ວງກຸ່ມນ້ອຍກຸ່ມນຶ່ງ ທີ່ພວມກັບຄືນມາຈາກ ການປະທ້ວງ ຢ່າງສັນຕິ ່ທີ່ຮຽກຮ້ອງໂດຍ ປະທານາທິບໍດີ ໄລຍະຂ້າມຜ່ານ ທ່ານ ຮວານ ກວາອີໂອ ເພື່ອໃຫ້ ທ. ມາດູໂຣ ລາອອກຈາກຕຳແໜ່ງ, ວັນທີ 2 ກຸມພາ 2019.
ພວກປະທ້ວງຕໍ່ຕ້ານລັດຖະບານ ຢຸດລົດບັນທຸກ ຄັນນຶ່ງ ໃນຂະນະ ທີ່ກີດຂວາງ ທາງຫຼວງສາຍນຶ່ງ ພ້ອມກັນກັບ ພວກປະທ້ວງກຸ່ມນ້ອຍກຸ່ມນຶ່ງ ທີ່ພວມກັບຄືນມາຈາກ ການປະທ້ວງ ຢ່າງສັນຕິ ່ທີ່ຮຽກຮ້ອງໂດຍ ປະທານາທິບໍດີ ໄລຍະຂ້າມຜ່ານ ທ່ານ ຮວານ ກວາອີໂອ ເພື່ອໃຫ້ ທ. ມາດູໂຣ ລາອອກຈາກຕຳແໜ່ງ, ວັນທີ 2 ກຸມພາ 2019.

ປະເທດ ການາດາ ແລະ ກຸ່ມລີມາ ຂອງບັນດາປະເທດໃນອາເມຣິກາລາຕິນ ຈະບໍ່ໃຊ້
ກຳລັງທະຫານ ໃນປະເທດ ເວເນຊູເອລາ.

ກອງປະຊຸມ ບັນດາຜູ້ຕາງໜ້າ ໃນນະຄອນ ໂອຕາວາ ຂອງການາດາ ໄດ້ອອກຖະແຫລງ
ການຮ່ວມ ສະບັບນຶ່ງ ໃນວັນຈັນວານນີ້ ເພື່ອ “ກ່າວຢ້ຳວ່າ ການສະໜັບສະໜຸນ ຂອງ
ພວກເຂົາເຈົ້າ ສຳລັບຂະບວນການສັນຕິພາບ ໃນໄລຍະຂ້າມຜ່ານ ດ້ານການເມືອງ
ແລະດ້ານການທູດ ແມ່ນໝາຍຄວາມວ່າ ຈະບໍ່ມີການນຳໃຊ້ກຳລັງທະຫານ.”

ຢູ່ໃນຊ່ວງນຶ່ງ ພວກປະທ້ວງ ໄດ້ພາກັນລົບກວນ ກອງປະຊຸມຖະແຫລງຂ່າວ ດ້ວຍການ
ແຜ່ປ້າຍໂຄສະນາທີ່ມີຂໍ້ຄວາມອ່ານວ່າ “ຫ້າມແຕະຕ້ອງເວເນຊູເອລາ.”

ລັດຖະມົນຕີວ່າການຕ່າງປະເທດຂອງການາດາ ທ່ານນາງ ຄຣິສເຕຍ ຟຣີແລນ ໄດ້ໃຫ້
ຂໍ້ສັງເກດວ່າ ພວກປະທ້ວງ ມີສິດພາຍໃຕ້ລັດຖະທຳມະນູນຂອງການາດາ ເພື່ອເຮັດໃຫ້
ສຽງຂອງພວກເຂົາເຈົ້າ ໄດ້ຖືກຮັບຟັງ.

ທ່ານນາງ ໄດ້ໃຫ້ຂໍ້ສັງເກດວ່າ “ຂ້າພະເຈົ້າ ຮູ້ສຶກເສຍໃຈ ທີ່ວ່າ ພວກປະທ້ວງດ້ານ
ການເມືອງ ໃນເວເນຊູເອລາ ແມ່ນບໍ່ມີສິດອັນນັ້ນ.”

ກ່ອນໜ້າ ທີ່ກຸ່ມລີມາ ຈະພົບພໍ້ກັນ ນາຍົກລັດຖະມົນຕີ ຂອງການາດາ ທ່ານ ຈັດສຕິນ
ທຣູໂດ ໄດ້ປະກາດໃຫ້ທຶນຊ່ອຍເຫຼືອ ດ້ານມະນຸດສະທຳ ແກ່ ປະຊາຊົນ ເວເນຊູເອລາ
ຈຳນວນ 40 ລ້ານໂດລາ ແລະ ໄດ້ປະນາມ ລັດຖະບານ ທ່ານ ມາດູໂຣ ວ່າ ເປັນ “ລະ
ບອບຜະເດັດການ ທີ່ຈະໃຊ້ກຳລັງ ແລະຄວາມຢ້ານກົວ.”

ໃນວັນຈັນມື້ດຽວກັນ ລັດຖະມົນຕີວ່າການ ຕ່າງປະເທດສະຫະລັດ ທ່ານ ໄມຄ໌ ພອມພຽວ
ກໍໄດ້ກ່າວວ່າ ສະຫະລັດ ຍິນດີນຳການຕັດສິນໃຈ ໂດຍ 16 ປະເທດໃນທະວີບຢູໂຣບ ທີ່
ຮັບຮູ້ວ່າ ທ່ານ ຮວານ ກວາອີໂດ ຜູ້ນຳພັກຝ່າຍຄ້ານ ແລະ ຜູ້ທີ່ປະກາດຕົນ ເປັນປະທາ
ນາທິບໍດີ ໄລຍະຂ້າມຜ່ານ ນັ້ນ ເປັນຜູ້ນຳຂອງເວເນຊູເອລາ.

ປະເທດດັ່ງກ່າວ ລວມມີ ອັງກິດ ຝຣັ່ງ ເຢຍຣະມັນ ແລະ ສະເປນ. ສະຫະລັດ ແມ່ນລວມ
ຢູ່ໃນ ປະເທດມະຫາອຳນາດ ທີ່ສຳຄັນ ຜູ້ທຳອິດທີ່ຮັບຮູ້ ທ່ານ ກວາອີໂດ ເມື່ອສັບປະດາ
ແລ້ວນີ້. ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກ່າວວ່າ ທຸກໆທາງເລືອກ ແມ່ນຢູ່
ເທິງໂຕະການເຈລະຈາ ກ່ຽວກັບ ເວເນຊູເອລາ.


ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG