ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການາດາ ທຳການລົງໂທດ ພວກເຈົ້າໜ້າທີ່ ເວເນຊູເອລາ


ລັດຖະມົນຕີຕ່າງປະເທດ ການາດາ ທ່ານນາງ Chrystia Freeland ທີ່ກອງປະຊຸມ Pasay ປະເທດ Philippines, ວັນທີ 6 ສິງຫາ, 2017.
ລັດຖະມົນຕີຕ່າງປະເທດ ການາດາ ທ່ານນາງ Chrystia Freeland ທີ່ກອງປະຊຸມ Pasay ປະເທດ Philippines, ວັນທີ 6 ສິງຫາ, 2017.

ກາ​ນາ​ດາ​ໄດ້​ປະກາດ​ວ່າ​ ຕົນຈະ​ທຳ​ການ​ລົງ​ໂທດ​ຕໍ່ ບັນດາບຸກຄົນສຳຄັນໆ​ຢູ່​ໃນ​ລະ
ບອບການ​ປົກຄອງ​ເວ​ເນ​ຊູ​ເອລາ ​ຂອງປະທານາທິບໍດີ Nicolas Maduro.

ລັດຖະມົນຕີ​ຕ່າງປະ​ເທດ​ກາ​ນາ​ດາ ທ່ານ​ນາງ Chrystia Freeland ກ່າວ​ຢູ່​ໃນ​ຖະ
​ແຫລ​ງການ​ວ່າ ມາດ​ຕະການນີ້​ແມ່ນ​ໝາຍເ​ຖິງ ​ເປັນ​ການ​ເຕືອນທີ່​ຈະແຈ້ງວ່າ ການ​ປະພຶດທີ່ຕໍ່ຕ້ານປະຊາທິປະ​ໄຕນັ້ນ ​ແມ່ນ​ມີ​ຜົນ​ທີ່​ຕິດ​ຕາມ​ມາ.

ການ​ປະພຶດ​ທີ່​ເປັນ​ຄຳ​ຖາມ ​ກໍ​ແມ່ນການ​ແຕ່ງ​ຕັ້ງ​ ສະພາ​ຂອງ​ພວກ​ຈົງ​ຮັກ​ພັກດີ​ພ້ອມ
ກັບ​ອໍານາດ ​ໃນການຂຽນ​ລັດຖະທຳ​ມະນູນ​ສະບັບ​ໃໝ່ ຂອງປະທານາທິບໍດີ Maduro
​ໃນເດືອນ​ແລ້ວ​ນີ້ ​ແລະເຂົ້າຮັບ​ໜ້າ​ທີ່​ແທນ​ສະພາ​ແຫ່ງ​ຊາດທີ່​ຄວບ​ຄຸມ​ໂດຍ​ພວກ​
ຝ່າຍ​ຄ້ານ.

ການ​ລົງ​ໂທດ​ຂອງ​ກາ​ນາ​ດາ ​ແນ​ໃສ່ 40 ຄົນ​ທີ່ໄດ້​ພົວພັນ​ກັບ​ລັດຖະບານ​ທ່ານ
Maduro ຮວມທັງທ່ານ Maduro ​ດ້ວຍ.

ກາ​ນາ​ດາ​ກ່າວ​ວ່າ ​ພວກ​ເຈົ້າ​ໜ້າ​ທີ່ ທີ່ເປັນ​ເປົ້າ​ໝາຍ “​ໄດ້​ມີບົດບາດ​ສຳຄັນ​ໃນການ

ບ່ອນທຳລາຍ​ຄວາມ​ໝັ້ນຄົງ ສະຖຽນ​ລະ​ພາບ ​ແລະ​ກຽດສັກ​ສີ​ຂອງ​ສະ​ຖາ ບັນປະຊາ
ທິປະ​ໄຕ​ໃນ​ເວ​ເນ​ຊູ​ເອລາ.”

ການ​ລົງ​ໂທດນີ້ ຈະ​ກັກ​ຊັບ​ສິນຂອງ​ບັນດາ​ສ່ວນ​ບຸກຄົນທີ່​ອາດມີ​ຢູ່​ໃນ​ກາ​ນາ​ດາ​. ຊາວ​
ກາ​ນາ​ດາຍັງ​ຖືກຫ້າມ​ບໍ່​ໃຫ້​ເຮັດ​ທຸລະ​ກິດ​ກັບ​ພວກ​ເຈົ້າ​ໜ້າ​ທີ່ ທີ່ເປັນ​ເປົ້າ​ໝາຍ​ເຫຼົ່ານີ້.

ລັດຖະບານ​ປະທານາທິບໍດີ​ທຣໍາ​ໄດ້​ທຳ​ການ​ລົງ​ໂທດ​ດ້ານ​ການ​ເງິນ​ຕໍ່ເວ​ເນ​ຊູ​ເອລາ

​ແລະ​ຍັງ​ບໍ່ໄດ້​ປະຕິ​ເສດ​ເຖິງ​ຄວາມ​ເປັນ​ໄ​ປ​ໄດ້​ກ່ຽວ​ກັບການ​ແຊກ​ແຊງ​ທາງ​ທະຫານ.
ທ່ານ Maduro ​ໄດ້​ຖິ້ມ​ໂທດ​ບັນຫາ​ການ​ເງິນ​ຂອງ​ເວ​ເນ​ຊູ​ເອລາ​ໃສ່​ການ​ກ່າວ​ຫາທີ່​ວ່າ
​ເປັນ “ສົງຄາມ​ເສດຖະກິດ” ຈາກ​ພວກ​ຝ່າຍ​ຄ້ານ​ ຢູ່​ໃນ​ປະ​ເທດ​ແລະ​ສະຫະລັດ.

ບັນດາ​ລັດຖະບານໃນ​ອາ​ເມຣິກາລາ​ຕິນ​ໄດ້​ຮຽກຮ້ອງ​ໃຫ້ເປີດ​ການ​ເຈລະຈາ​ເພື່ອ​ແກ້
ໄຂ​ວິ​ກິດ​ການໃນ​ເວ​ເນ​ຊູ​ເອລາ ​ໂດຍ​ການ​ໂອນ​ອຳນາດ​ຢ່າງ​ສັນຕິ ​ໄປ​ສູ່ປະ ຊາທິປະ​
ໄຕ ​ແລະ​ປາດ​ສະ​ຈາກ​ການ​ໃຊ້​ກຳລັງ​ທະຫານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG