ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການາດາ ເກັບພາສີສິນຄ້າ ຕອບໂຕ້ ສະຫະລັດ


ປະທານາທິບໍດີ ດໍໂນລ ທຣຳ, ຊ້າຍ, ພົບກັບນາຍົກລັດຖະມົນຕີ ການາດາ ທ່ານ ຈັສຕິນ ທຣູໂດ ໃນລະຫວ່າງກອງປະຊຸມສຸດຍອດ G-7. ເມືອງ ຊາກເລີວົວ, ປະເທດ ການາດາ. 8 ມິຖຸນາ, 2018.
ປະທານາທິບໍດີ ດໍໂນລ ທຣຳ, ຊ້າຍ, ພົບກັບນາຍົກລັດຖະມົນຕີ ການາດາ ທ່ານ ຈັສຕິນ ທຣູໂດ ໃນລະຫວ່າງກອງປະຊຸມສຸດຍອດ G-7. ເມືອງ ຊາກເລີວົວ, ປະເທດ ການາດາ. 8 ມິຖຸນາ, 2018.

ການຕອບໂຕ້ຂອງ ການາດາ ຕໍ່ການທີ່ ສະຫະລັດ ຂຶ້ນພາສີສິນຄ້າຂອງ ການາດາ ເລີ້ມ
ມີຜົນບັງຄັບໃຊ້ໃນວັນອາທິດ ທີ 1 ກໍລະກົດມື້ນີ້ ລຸນຫຼັງພາສີໃໝ່ຂອງລັດຖະບານ ທຣຳ
ມີຕໍ່ເຫຼັກກ້າ ແລະອາລູມີນຽມຂອງການາດາ.

ສຳນັກງານຂອງທ່ານ ທຣູໂດ ໄດ້ເວົ້າໃນຖະແຫຼງການອັນນຶ່ງວ່າ ທ່ານ ນາຍົກລທັດຖະ
ມົນຕີ “ບໍ່ມີທາງເລືອກແນວອື່ນ ນອກຈາກຈະປະກາດຕອບໂຕ້ມາດຕະການຕ້ານຄືນ
ການຂຶ້ນພາສີເຫຼັກກ້າ ແລະ ອາລູມີນຽມ ທີ່ ສະຫະລັດ ນຳໃຊ້ ໃນວັນທີ 1 ມິຖຸນາ ປີ
2018 ນັ້ນ.

ທຳນຽບຂາວ ໄດ້ກ່າວໃນວັນເສົາວານນີ້ວ່າ ທ່ານ ຈັດສຕິນ ທຣູໂດ ນຍ ການາດາ ແລະ
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳໄດ້ເວົ້າໃນຕອນແລງວັນສຸກຜ່ານມາວ່າ
ໄດ້ສົນທະນາກັນ ເລື້ອງການຄ້າ ແລະ ບັນຫາອື່ນໆດ້ານເສດຖະກິດ.

ອີງຕາມສຳນັກງານຂອງ ນາຍົກລັດຖະມົນຕີ ການາດາ ແມ່ນວ່າ “ຜູ້ນຳທັງສອງທ່ານ
ຕົກລົງເຫັນດີ ທີ່ຈະຕິດຕໍ່ກັນຢ່າງໄກ້ສິດ ເພື່ອແກ້ໄຂບັນຫາໃຫ້ກ້າວໜ້າຕໍ່ໄປ.” ການ
ສົນທະນາທາງໂທລະສັບ ລະຫວ່າງທ່ານຜູ້ນຳທັງສອງເທື່ອນີ້ ເປັນຄັ້ງທຳອີດທີ່ໄດ້ເວົ້າ
ລົມກັນ ນັບຕັ້ງແຕ່ກອງປະຊຸມສຸດຍອດກຸ່ມເຈັດປະເທດ ໃນ ເກເບັກ ໃນເດືອນມິຖຸນາ
ຜ່ານມາ. ແລ້ວຫຼັງຈາກກອງປະຊຸມນັ້ນ ທ່ານ ທຣຳ ກໍໄດ້ຂຽນລົງໃນທວີດເຕີ້ວ່າ ທ່ານ
ທຣູໂດ “ອ່ອນແອ” ແລະ “ບໍ່ຍຸຕິທຳ.”

ນອກຈາກນັ້ນແລ້ວ ທ່ານ ທຣູໂດ ກໍໄດ້ເວົ້າໃນວັນສຸກຜ່ານມາ ກັບປະທານາທິບໍດີ ເມັກ
ຊິໂກ ທ່ານ ເອັນຣິເກ ປີຍາ ນີເອໂຕ ເພື່ອໃຫ້ຮູ້ທັນສະພາບການ ກ່ຽວກັບ ການຕອບໂຕ້
ຂອງ ການາດາ ຕໍ່ພາສີຂອງ ສະຫະລັດ.

ສິນຄ້າຂອງ ສະຫະລັດ ທີ່ການາດາ ໄດ້ວາງພາສີໃໝ່ໃສ່ ກໍມີລວມທັງນໍ້າ ໝາກເລັ່ນ
Ketchup, ຈັດຕັດຫຍ້າ, ແລະ ຈັກແລ່ນເຮືອ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG