ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກາ​ນາ​ດາ ໂຈະ​ຄວາມ​ສຳ​ພັນ ກັບ​ທະ​ນາ​ຄານ AIIB ທີ່​ຈີນ​ນຳ​ພາ ຂະ​ນະ​ທີ່​ມີ​ການ​ສືບ​ສວນ ກ່ຽວ​ກັບ​ການ​ຄອບ​ງຳ​ຂອງ​ຄອມ​ມູ​ນິ​ສ


ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ແລະ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ກາ​ນາ​ດາ ທ່ານ​ນາງ​ຄ​ຣີ​ສ​ເຄຍ ຟ​ຣີ​ແລນ ພວມ​ຖະ​ແຫຼງ​ຕໍ່​ສື່ມວນ​ຊົນ​ທີ່​ນະ​ຄອນອອ​ຕ​ຕາ​ວາ ແຂວງ​ອອນ​ຕາ​ຣິ​ໂອ ເມື່ອ​ວັນ​ທີ 28 ມີ​ນາ 2023.
ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ແລະ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ກາ​ນາ​ດາ ທ່ານ​ນາງ​ຄ​ຣີ​ສ​ເຄຍ ຟ​ຣີ​ແລນ ພວມ​ຖະ​ແຫຼງ​ຕໍ່​ສື່ມວນ​ຊົນ​ທີ່​ນະ​ຄອນອອ​ຕ​ຕາ​ວາ ແຂວງ​ອອນ​ຕາ​ຣິ​ໂອ ເມື່ອ​ວັນ​ທີ 28 ມີ​ນາ 2023.

ກາ​ນາ​ດາ​ສັ່ງ​ໃຫ້​ໂຈະ​ຄວາມ​ສຳ​ພັນ​ກັບ​ທະ​ນາ​ຄານ​ການ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ ເອ​ເຊຍ ພາຍ​ໃຕ້​ການ​ນຳ​ພາ​ຂອງ​ຈີນທີ່​ເອີ້ນ​ຫຍໍ້​ວ່າ AIIB ໃນ​ຂະ​ນະ​ທີ່​ກາ​ນາ​ດາ ພວມ​ທຳ​ການ​ສືບ​ສວນ​ກ່ຽວ​ກັບ​ການ​ກ່າວ​ຫາ​ທີ່​ວ່າ ທະ​ນາ​ຄານ​ດັ່ງ​ກ່າວນີ້​ຄອບ​ງຳ​ໂດຍ​ພັກ​ຄອມ​ມູ​ນິ​ສ​ຈີນ ນັ້ນ​ຄື​ຄຳ​ເວົ້າ ຂອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ທ່ານ​ນາງ ​ຄ​ຣິ​ສ​ເຕຍ ຟ​ຣີ​ແລນ (Chrystia Freeland) ໃນ​ວັນ​ພຸດ​ວານນີ້ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ທ່ານ​ນາງ​ຟ​ຣີ​ແລນ ກ່າວ​ວ່າ ທ່ານ​ນາງ​ບໍ່​ໄດ້​ປະ​ຕິ​ເສດ​ເຖິງ​ຄວາມ​ເປັນ​ໄປ​ໄດ້​ກ່ຽວ​ກັບ​ຜົນ​ຂອງ​ການ​ສື​ບ​ສວນ ຊຶ່ງ​ເປັນ​ການ​ໃຫ້​ຮ່ອງ​ຮອຍ​ທີ່​ຈະ​ແຈ້ງວ່າ ອອດ​ຕາ​ວາ ອາດ​ຈະ​ຖອນ​ຕົວ​ອອກ​ຈາກ​ທະ​ນາ​ຄານ​ດັ່ງ​ກ່າວ ທີ່​ຕົນ​ໄດ້​ເຂົ້າ​ຮ່ວມ​ຢ່າງ​ເປັນ​ທາງ​ການ​ໃນ​ເດືອນ​ມີ​ນາ​ປີ 2018.

ຜູ້​ອຳ​ນວຍ​ການ​ດ້ານ​ການ​ສື່​ສານ​ຄົມ​ມະ​ນາ​ຄົມ​ກັບ​ໂລກຂອງ​ທະ​ນາ​ຄານ ຊຶ່ງ​ເປັນ​ຄົນ​ກາ​ນາ​ດາ ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ ທ່ານ​ໄດ້​ລາ​ອອກ ແລະ​ຕ້ອງ​ຕິ ​ທະ​ນາ​ຄານນີ້​ວ່າ “ຄອບ​ງຳ​ໂດຍ​ພັກ​ຄອມ​ມູ​ນິ​ສ” ຊຶ່ງ​ເປັນ​ຂໍ້​ກ່າວ​ຫາ​ທີ່​ທະ​ນາ​ຄານ AIIB ກ່າວ​ວ່າ ບໍ່​ມີ​ມູນ​ຄວາມ​ຈິງ.

ທ່ານ​ນາງ​ຟຣີ​ແລນ​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ “ລັດ​ຖະ​ບານ​ກາ​ນາ​ດາຈະ​ຍຸ​ຕິ​ໃນ​ທັນ ​ທີ ທຸກ​ກິດ​ຈະ​ກຳ​ຂອງ​ລັດ​ຖະ​ບານ ກັບ​ທະ​ນາ​ຄານ​ດັ່ງ​ກ່າວ. ແລະ​ຂ້າ​ພະ​ເຈົ້າ​ໄດ້​ສັ່ງ​ໃຫ້​ກະ​ຊວງ​ການ​ເງິນ ເປັນ​ຜູ້​ນຳ​ພາ​ການ​ທົບ​ທວນ​ໃນ​ທັນ​ທີ​ ກ່ຽວ​ກັບ​ການ​ກ່າວ​ຫາທີ່​ໄດ້​ມີ​ຂຶ້ນ ແລະ​ການ​ພົວ​ພັນ​ຂອງ​ກາ​ນາ​ດາ​ກັບ​ທະ​ນາ​ຄານ AIIB.”

ທ່ານ​ນາງ​ກ່າວວ່າ ໃນ​ຖາ​ນະ​ທີ່​ເປັນ​ປະ​ເທດ​ປະ​ຊາ​ທິ​ປະ​ໄຕ​ຂອງ​ໂລກຈຶ່ງ​ເຮັດ​ວຽກ​ເພື່ອ​ຈຳ​ກັດ​ຄວາມ​ຫຼໍ່​ແຫຼມ​ທາງດ້ານຍຸດ​ທະ​ສາດ​ຂອງ​ເຂົາ​ເຈົ້າ ​ຈາກ​ອຳ​ນາດ​ການ​ປົກ​ຄອງ​ຜະ​ເດັດ​ການ ພວກ​ເຂົາ​ເຈົ້າ​ຕ້ອງໃຫ້​ເປັນ​ທີ່​ຈະ​ແຈ້ງ​ກ່ຽວ​ກັບ​ຊ່ອງ​ທາງ​ທີ່​ລັດ​ຖະ​ບານ​ຂອງ​ປະ​ເທດ​ຕ່າງໆ​ໃຊ້​ອິດ​ທິ​ພົນ​ຂອງ​ພວກ​ເຂົາ​ນັ້ນ.”

ອ່ານ​ຂ່າວນ​ີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG