ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນາ​ຍົກ ທ​ຣູ​ໂດ ຂອງ​ກາ​ນາ​ດາ ​​ຊະ​ນະ​ການ​ເລືອກ​ຕັ້ງ ້​ເຂົ້າ​ດຳ​ລົງ​ ຕຳ​ແໜ່ງ​​ ເປັນສະ​ໄໝ​ທີ​ 2


ນາ​ຍົກ​ລັດ​ຖະ​ມົນ​ຕີ​ກາ​ນາ​ດາ, ທ່ານ ຈັ​ສ​ຕິນ ທ​ຣູ​ໂດ, ຜູ້ນຳ​ພັກເສ​ລີ​ນິ​ຍົມ ແລະ​ພັນ​ລະ​ນາ​ຂອງ​ທ່ານ, ທ.ນ. ​ໂຊ​ຟີ ເກ​ຣ​ກົວ ທ​​ຣູ​ໂດ, ໂບກ​ມື​ໃສ່​ພວກ​ສະ​ໜັບ​ສະ​ໜຸນທ່ານ ທີ່​ໂຮມ​ຊຸມ​ນຸມ​ກັນຢູ່​ສຳ​ນັກ​ງານ​ເລືອກ​ຕັ້ງຂອງ​ທ່ານ​ໃນ​ນະ​ຄອນມົງ​ເຣ​ອານ ໃນວັນ​ທີ 22 ຕຸ​ລາ 2019
ນາ​ຍົກ​ລັດ​ຖະ​ມົນ​ຕີ​ກາ​ນາ​ດາ, ທ່ານ ຈັ​ສ​ຕິນ ທ​ຣູ​ໂດ, ຜູ້ນຳ​ພັກເສ​ລີ​ນິ​ຍົມ ແລະ​ພັນ​ລະ​ນາ​ຂອງ​ທ່ານ, ທ.ນ. ​ໂຊ​ຟີ ເກ​ຣ​ກົວ ທ​​ຣູ​ໂດ, ໂບກ​ມື​ໃສ່​ພວກ​ສະ​ໜັບ​ສະ​ໜຸນທ່ານ ທີ່​ໂຮມ​ຊຸມ​ນຸມ​ກັນຢູ່​ສຳ​ນັກ​ງານ​ເລືອກ​ຕັ້ງຂອງ​ທ່ານ​ໃນ​ນະ​ຄອນມົງ​ເຣ​ອານ ໃນວັນ​ທີ 22 ຕຸ​ລາ 2019

ນາ​ຍົກ​ລັດ​ຖະ​ມົນ​ຕີ​ກາ​ນາ​ດາ, ທ່ານ ຈັ​ສ​ຕິນ ທ​ຣູ​ໂດ (Justin Trudeau), ​ໄດ້​ຮັບ​ໄຊ​ຊະ​ນະ ໃນ​ການ​ເລືອກ​ຕັ້ງ​ໃນ​ຕອນ​ເຊົ້າໆ ຂອງວັນ​ອັງ​ຄານມື້ນີ້, ຊຶ່ງ​ເປັນ​ໄຊຊະ​ນະໃນການ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ສະ​ໄໝ​ທີ​ສອງຂອງ​ທ່ານ ພາຍ​ຫລັງທີ່​ພັກເສ​ລີ​ນິ​ຍົມ ຫລືລີເບີ​ຣອ​ລ​ຂອງ​ທ່ານ​ ໄດ້​ຮັບ​ບ່ອນ​ນັ່ງ​ພຽງ​ພໍທີ່​ຈະ​ຍັງ​ເປັນ​ພັກລັດ​ຖະ​ບານປົກ​ຄອງ​ປະ​ເທດ​ໄດ້​ຕໍ່​ໄປ.

ອີງ​ຕາມບໍ​ລິ​ສັດ​ຂ່າວສານ​ຂອງ​ກາ​ນາ​ດາ ຫລື CBC, ພວກ​ສັງ​ກັດ​ພັກ​ເສ​ລີ​ນິ​ຍົມຂອງ​ທ່ານທ​ຣູ​ໂດແມ່ນຢູ່​ໃນ​ເສັ້ນ​ທາງ​ທີ່​ຈະ​ກ້າວ​ໄປ​ຫາ​ໄຊ​ຊະ​ນະທີ່​ຈະ​ໄດ້​ຮັບ 157 ບ່ອນ​ນັ່ງ ​ໃນ​ສະ​ພາ ແຕ່​ບໍ່​ຮອດ 170 ບ່ອນທີ່​ຕ້ອງ​ການ​ເພື່ອ​ໃຫ້ສາ​ມາດກຳ​ສຽງ​ສ່ວນ​ຫລາຍຢ່າງ​ສົມ​ບູນ​ແບບ​ຢູ່​ໃນສະ​ພາ​ທີ່​ມີ 338 ບ່ອນ​ນັ່ງ​ນັ້ນ ເທື່ອ. ທ່ານທ​ຣູ​ໂດຈະ​ຕ້ອງ​ໄດ້​ສ້າງ​ຕັ້ງ​ລັດ​ຖະ​ບານ​ປະ​ສົມ​ຂຶ້ນ​ຮ່ວມ​ກັບພັກ​ເດ​ໂມ​ແຄ​ຣັດ​ໃໝ່ ຊຶ່ງ​ເປັນ​ພັກ​ກ້າວ​ໜ້າ​ທີ່​ຄາດ​ວ່າ ຈະ​ຊະ​ນະ 24 ບ່ອ​ນ​ນັ່ງ​ນັ້ນ.

"ແຕ່​ຝັ່ງ​ທະ​ເລ​ຟາກນຶ່ງ ​ໄປ​ຫາ​ອີກ​ຟາກ​ນຶ່ງໃນ​ຄ່ຳ​ຄືນນີ້, ປະ​ຊາ​ຊົນ​ກາ​ນາ​ດາ​ປະ​ຕິ​ເສດບໍ່​ຍອມ​ຮັບ​ເອົາ​ການ​ແບ່ງ​ແຍກ ແລະ​ຄວາມຄິດ​ໃນແງ່​ລົບຕໍ່​ກັນ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານທ​ຣູ​ໂດ ທີ່​ກ່າວ​ຕໍ່​ໜ້າຝູງ​ຊົນ​ທີ່ສະ​ໜັບ​ສະ​ໜຸນ​ທ່ານກຸ່ມ​ນຶ່ງ​ທີ່​ຮ້ອງ​ໂຮ ຊົມ​ເຊີຍທ່ານຢູ່​ສຳ​ນັກ​ງານ​ການ​ເລືອກ​ຕັ້ງຂອງ​ທ່ານ​ໃນ​ນະ​ຄອນມົງ​ເຣ​ອານ. ທ່ານ​ກ່າວ​ຕໍ່​ໄປ​ອີກວ່າ "ພວກ​ເຂົາ​ເຈົ້າ​ໄດ້​ລົງ​ຄະ​ແນນ​ສຽງ​ສະ​ໜັບ​ສະ​ໜຸນ​ນະ​ໂຍ​ບາຍ ທີ່​ກ້າວ​ໜ້າ ແລະ​ການເຄື່ອນ​ໄຫວ​ຢ່າງ​ແຂງ​ແກ່ນ​ໃນ​ເລື້ອງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ."

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ, ທ່ານ ດໍ​ໂນ​ລ ທ​ຣຳ, ທີ່​ໄດ້​ປະ​ທະ​ ກັບ​ທ່ານທ​ຣູ​ໂດ ກ່ຽວ​ກັບ​ບັນ​ຫາ​ທາ​ງ​ການ​ຄ້າ ແລະການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດນັ້ນ ກໍ​ໄດ້​ກ່າວ​ຊົມ​ເຊີຍ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທ່ານນີ້ ຢູ່​ໃນ​ທວີດ​ເຕີສຳ​ລັບ "ໄຊ​ຊະ​ນະ​ທີ່​ດີ​ເລີດ ແລະ​ຜ່ານ​ຜ່າການ​ຕໍ່​ສູ້ທີ່​ໜັກ​ໜ່ວງ. ກາ​ນາ​ດາ​ໄດ້​ຮັບການ​ດູ​ແລຮັບ​ໃຊ້​ຊາດເປັນ​ຢ່າງ​ດີ."

ພວກ​ອະ​ນຸ​ລັກ​ນິ​ຍົມ ຫລື Conservatives ຊຶ່ງ​ເປັນ​ພັກ​ຄູ່​ແຂ່ງ ​ທີ່​ນຳ​ພາ​ໂດຍ​ທ່ານແອນດ​ຣູ ເຊຍ (Andrew Sheer) ​ກຳ​ລັງ​ຢູ່​ໃນເສັ້ນ​ທາງ​ທີ່​ຈະ​ໄດ້​ຊະ​ນະ 121 ບ່ອນ​ນັ່ງ ເຖິງ​ແມ່ນ​ວ່າຈະ​ໄດ້​ຮັບ​ຄະ​ແນນ​ນິ​ຍົມຫລາຍກວ່າ 6 ລ້ານ​ສຽງກໍ​ຕາມ ເມື່ອ​ທຽບ​ໃສ່ 5.8 ລ້ານ​ສຽງ​ທີ່​ພວກ​ສັງ​ກັດ​ພັກເສ​ລີ​ນິ​ຍົມໄດ້​ຮັບ. ແຕ່​ວ່າ ຢູ່​ໃນ​ການ​ກ່າວ​ຄຳ​ປາ​ໄສ​ຍອມ​ຮັບ​ການ​ປະ​ລາ​ໄຊ​ໃນການ​ເລືອ​ກ​ຕັ້ງ ​ຢູ່​ໃນ​ເມືອງເຣ​ຈີ​ນາ (Regina), ແຂວງຊາ​ສຄາຈວານ (Saskatchewan) ນັ້ນ ທ່ານເຊຍ (Sheer) ກ່າວ​ຕໍ່​ພວກ​ສະ​ໜັບ​ສະ​ໜຸນ​ທ່ານ​ວ່າ ຜົນ​ການ​ເລືອກ​ຕັ້ງ​ໄດ້​ເຮັດ​ໃຫ້​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ "ຮູ້​ໄວ້​" ວ່າ​ພັກ​ອະນຸ​ລັກ​ນິ​ຍົມເປັນ "ລັດ​ຖະ​ບານ​ທີ່​ກຳ​ລັງ​ລໍ​ຖ້າຢູ່" ແລະ​ກຽມ​ພ້ອມ​ທີ່ ​ຈະ​ຊິງ​ເອົາ​ອຳ​ນາດ​ ໃນ​ການ​ເລືອກ​ຕັ້ງ​ຊຸດ​ໜ້າ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG