ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ຕ້ອງສົງໄສ ຊາວໂຊມາເລຍ ຖືກຈັບກຸມ ໃນຖານ ເປັນຜູ້ໂຈມຕີ 'ໂດດດ່ຽວ'


ຕຳຫຼວດ ສືບສວນສອບສວນ ຢູ່ສະຖານທີ່ເກີດເຫດ ບ່ອນ
ທີ່ຊາຍຄົນນຶ່ງ ໄດ້ຂັບລົດບັນທຸກ ຕຳພວກຄົນຍ່າງ ຫລັງ
ຈາກນັ້ນ ລົດບັນທຸກ U-Haul ທີ່ຊາຍຄົນນຶ່ງ ຂັບຢູ່ນັ້ນ ກໍພິກ
ປີ້ນ ໃນເມືອງ Edmonton ລັດ Alberta ຂອງການາດາ, ວັນທີ 1 ຕຸລາ 2017.
ຕຳຫຼວດ ສືບສວນສອບສວນ ຢູ່ສະຖານທີ່ເກີດເຫດ ບ່ອນ ທີ່ຊາຍຄົນນຶ່ງ ໄດ້ຂັບລົດບັນທຸກ ຕຳພວກຄົນຍ່າງ ຫລັງ ຈາກນັ້ນ ລົດບັນທຸກ U-Haul ທີ່ຊາຍຄົນນຶ່ງ ຂັບຢູ່ນັ້ນ ກໍພິກ ປີ້ນ ໃນເມືອງ Edmonton ລັດ Alberta ຂອງການາດາ, ວັນທີ 1 ຕຸລາ 2017.

ຕຳຫຼວດການາດາ ໄດ້ຈັບກຸມ ຜູ້ຊາຍຊາວໂຊມາເລຍ ຄົນນຶ່ງ ຜູ້ທີ່ໄດ້ຂັບລົດຕຳ ເຈົ້າໜ້າທີ່
ຕຳຫຼວດຄົນນຶ່ງ ຢູ່ນອກສະໜາມກິລາຟຸດບອລ ຢູ່ໃນເມືອງ Edmonton ແລະ ຕໍ່ຈາກນັ້ນ
ກໍໄດ້ແທງເຈົ້າໜ້າທີ່ຕຳຫຼວດດັ່ງກ່າວຊ້ຳແລ້ວຊ້ຳອີກ ກ່ອນທີ່ຜູ້ກ່ຽວຈະຫລົບໜີ ໄປຈາກ
ຈຸດເກີດເຫດ. ຫລັງຈາກນັ້ນ ຜູ້ຊາຍຄົນດຽວກັນນີ້ ກໍໄດ້ຂັບລົດຕູ້ ໄປຕຳຄົນຢູ່ທາງຍ່າງ
ອີກ 4 ຄົນ ໃນລະຫວ່າງການໄລ່ນຳຈັບ ດ້ວຍຄວາມໄວສູງ ເມື່ອຕອນແລງວັນເສົາຜ່ານ
ມານີ້.

ຜູ້ເຄາະຮ້າຍທັງຫ້າຄົນ ຍັງໄດ້ຮັບການຮັກສາປິ່ນປົວຢູ່ທີ່ໂຮງໝໍ ດ້ວຍບາດແຜທີ່ບໍ່ໄດ້ຖືກ
ເປີດເຜີຍ. ຊື່ສຽງຂອງຜູ້ເຄາະຮ້າຍຫຼື ຜູ້ຕ້ອງສົງໄສ ວ່າແມ່ນໃຜ ບໍ່ໄດ້ຖືກເປີດເຜີຍ ຕໍ່
ສາທາລະນະຊົນ.

ແຕ່ ຜູ້ຊ່ວຍວ່າການ ຫົວໜ້າກົມກຳຫຼວດແຫ່ງຊາດຂອງການາດາ ຫຼື Royal Canadian
Mounted Police ທ່ານ Marlin Degrand ໄດ້ກ່າວວ່າ ຜູ້ຕ້ອງສົງໄສ ຖືສັນຊາດ
ໂຊມາເລຍ ທີ່ຂໍລີ້ໄພໃນຖານະເປັນອົບພະຍົບ ໃນການາດາ. ຜູ້ຕ້ອງສົງໄສ ແມ່ນຮູ້ຈັກ
ກັນດີ ໂດຍທັງ ຕຳຫຼວດເມືອງ Edmonton ແລະ ກົມຕຳຫຼວດແຫ່ງຊາດ. ທ່ານ
Degrand ກ່າວວ່າ ລາວໄດ້ຖືກໝາຍຫົວ ໃນປີ 2015 ສຳລັບ ການມີແນວຄິດຫົວ
ຮຸນແຮງ ແລະ ຕຳຫຼວດໄດ້ສຳພາດລາວໃນເວລານັ້ນ ແຕ່ທ່ານໄດ້ກ່າວວ່າ ບໍ່ໄດ້ອອກ
ຂໍ້ຫາໃດໆ ຫຼັງຈາກ ທີ່ໄດ້ ທຳການ “ສືບສວນສອບສວນຢ່າງລະອຽດແລ້ວ.”

ຜູ້ບັນຊາການຕຳຫຼວດເມືອງ Edmonton ທ່ານ Rod Knecht ໄດ້ກ່າວວ່າ ຜູ້ຕ້ອງ
ສົງໄສ ໄດ້ມີທຸກ ຂອງກຸ່ມລັດອຸສລາມ ຢູ່ໃນລົດ ທີ່ໃຊ້ແລ່ນຕຳເຈົ້າໜ້າທີ່ຕຳຫຼວດ. ແຕ່ບັນດາເຈົ້າໜ້າທີ່ ກ່າວວ່າ ມັນປາກົດວ່າ ລາວໄດ້ດຳເນີນການພຽງຄົນດຽວ.

ຜູ້ປົກຄອງເມືອງ Edmonton ທ່ານ Don Iveson ໄດ້ກ່າວວ່າ "ດັ່ງທີ່ພວກເຮົາ
ຮູ້ຈັກດີທີ່ສຸດ ນີ້ແມ່ນການໂຈມຕີ ໂດດດຽວ."

ທ່ານ Knecht ໄດ້ກ່າວວ່າ ຕຳຫຼວດ Edmonton ໄດ້ທຳງານຮ່ວມກັບ ທີມປະຕິບັດ
ລະບຽບກົດໝາຍ ການຮັກສາຄວາມປອດໄພ ຂອງກົມຕຳຫຼວດແຫ່ງຊາດ ແລະ
ອົງການຮັກສາ ຄວາມປອດໄພຕ່າງໆ. ທ່ານໄດ້ແນະນຳໃຫ້ມວນຊົນ ຈົ່ງຢູ່ໃນຄວາມ
ລະມັດລະວັງ ແລະ ສັງເກດເບິ່ງສະພາບແວດລ້ອມຂອງພວກເຂົາເຈົ້າ.

Canada Attack
please wait
Embed

No media source currently available

0:00 0:01:31 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG