ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ການາດາ ຈັບຊາວໜຸ່ມ 10 ຄົນ ທີ່ສົງໄສວ່າ ຈະໄປຮ່ວມ ກຸ່ມລັດອິສລາມ


ແຜນທີ່ການາດາ
ແຜນທີ່ການາດາ

ຕຳຫລວດ​ກາ​ນາ​ດາ ​ໄດ້​ກັກ​ຂັງ ຊາວ​ໜຸ່ມ 10 ຄົນ ທີ່​ສະໜາມ
​ບິນໃຫຍ່ ນະຄອນ Montreal ​ໃນ​ຖານ​ສົງໄສ​ຕຽມເດີນທາງ
​ອອກ​ນອກ​ປະ​ເທດ ​ເພື່ອໄປຮ່ວມ ກຸ່ມ​ຫົວ​ຮຸນ​ແຮງ​ລັດ​ອິສລາມ.

ຕຳຫລວດ the Royal Canadian Mounted ກ່າວ​ໃນ​ຕອນ
​ແລງ​ວັນ​ອັງຄານ​ວານ​ນີ້ວ່າ ​ເຂົາ​ເຈົ້າ​ໄດ້​ທຳ​ການ​ຈັບ​ກຸມເມື່ອ
ທ້າ​ຍອາທິດ​ແລ້ວນີ້ຢູ່​ສະໜາມບິນນາໆ​ ຊາດ Trudeau ໃນ
ນະຄອນ Montreal ​ແລະ​ໄດ້​ຍຶດໜັງສື​ເດີນທາງ ​ຂອງ​ບັນດາ
​ຜູ້​ຖືກ​ຈັບ.​

​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ບັນດາ​ຄອບຄົວ ​ແລະ​ເພື່ອນ​ມິດ​ຂອງ​ພວກ​
ຖືກ​ຈັບ ກຳລັງ​ຖືກ​ສອບຖາມແຕ່ຍັງບໍ່ທັນມີການຕັ້ງຂໍ້ຫາ​ໃດໆ​ເທື່ອ.

ຢູ່​ໃນ​ຖະ​ແຫລ​ງການ ຕຳຫລວດໄດ້​ຮ້ອງ​ຂໍ​ໃຫ້​ສື່ມວນ​ຊົນ ​ໃຫ້ການ​ນັບຖື​ດ້ານ​ສ່ວນ​ໂຕຂອງ
ຄອບຄົວ​ບັນດາ​ຊາວ​ໜຸ່ມ ແລະໃຫ້​ຂໍ້​ສັງ​ເກດ​ວ່າເຂົາ​ເຈົ້າກຳລັງປະສົບກັບ “​ເວລາ​ອັນ​ລຳ
ບາກ” ​ໃນ​ຂະນະ​ທີ່​ເຂົາ​ເຈົ້າພະຍາຍາມ​ປະ​ເຊີນ​ໜ້າ​ກັບ​ການປະພຶດ ຂອງລູກ​ເຂົາ​ເຈົ້າ.

ບັນດາ​ເຈົ້າໜ້າ​ທີ່​ກາ​ນາ​ດາ ​ໄດ້​ຖືກ​ເຕືອນ ​ເຖິງ​ການ​ເດີນທາງ​ຂອງ​ພວກຊາວ​ໜຸ່ມ​ອອກ​ນອກ
​ປະ​ເທດ ​ແລະ​ເຂົ້າ​ຮ່ວມກຸ່ມລັດ​ອິສລາມ ທີ່​ຄວບ​ຄຸມ​ດິນແດນ ຢູ່ໃນ​ອີ ຣັກ​ແລະ​ຊີ​ເຣຍນັ້ນ.
​ຊາວ​ໜຸ່ມ​ກາ​ນາດາ​ 6 ​ຄົນເຊື່ອວ່າ​ໄດ້​ເດີ​ນທາງ​ໄປ ​Turkey ​ໃນ​ເດືອນ​ມັງກອນຜ່ານມາໄປ​
ສູ່​ຊີ​ເຣຍ ​ເພື່ອ​ເຂົ້າ​ຮ່ວມກັບກຸ່ມຫົວຮຸນແຮງດັ່ງກ່າວ.

ນັນບແຕ່​ນັ້ນ​ມາ ບັນດາ​ເຈົ້າ​ໜ້າ​ທີ່​ໄດ້​ຈັບ​ບັນດາ​ຊາວ​ໜຸ່ມ​ຈຳນວນ​ນຶ່ງ ​ໃນ​ຖານ​ສົງໄສ​ພະ
ຍາຍາມ​ເດີນທາງ​ອອກ​ນອກ​ປະ​ເທດ ໄປ​ຮ່ວມກຸ່ມສົງຄາມສັກສິດ ຫລື Jihadist. ​

XS
SM
MD
LG