ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມີຜູ້ເສຍຊີວິດ 18 ຄົນ ໃນການຍິງສັງຫານ ຢູ່ການາດາ ແລະຕຳຫຼວດຄາດວ່າ ຈະພົບຜູ້ເຄາະຮ້າຍຕື່ມອີກ


ແມ່ຍິງຄົນນຶ່ງ ແລະລູກສາວນ້ອຍຂອງລາວ ວາງຮູບຫົວໃຈໃສ່ຮົ້ວ ເພື່ອໄວ້ອາໄລແກ່ຜູ້ເຄາະຮ້າຍ ທີ່ປະທດການາດາ.
ແມ່ຍິງຄົນນຶ່ງ ແລະລູກສາວນ້ອຍຂອງລາວ ວາງຮູບຫົວໃຈໃສ່ຮົ້ວ ເພື່ອໄວ້ອາໄລແກ່ຜູ້ເຄາະຮ້າຍ ທີ່ປະທດການາດາ.

ນາຍົກລັດຖະມົນຕີການາດາ ທ່ານຈັສຕິນ ທຣູໂດ ກ່າວວ່າ ຈຳນວນຜູ້ເສຍຊີວິດ ໃນ
ການຍິງສັງຫານຢ່າງບໍ່ເລືອກໜ້າຢູ່ທີ່ແຂວງໂນວາ ສະໂກເຕຍ ໃນວັນອາທິດ ທີ່ຜ່ານ
ມານີ້ ແມ່ນເປັນການຍິງສັງຫານທີ່ຮ້າຍແຮງສຸດທີ່ບໍ່ເຄີຍມີມາໃນປະຫວັດ ສາດກາ
ນາດາ ໄດ້ເພີ້ມຂຶ້ນເປັນ 18 ຄົນ.

ທ່ານທຣູໂດ ໄດ້ກ່າວຕໍ່ປະເທດຊາດໃນວັນຈັນວານນີ້ ນຶ່ງມື້ຫຼັງຈາກມືປືນ ໄດ້ປອມ
ໂຕເປັນເຈົ້າໜ້າທີ່ຕຳຫຼວດ ອອກໄປຍິງຄົນຢ່າງບໍ່ເລືອກໜ້າ ຢູ່ຕາມບ້ານ ເຮືອນຂອງ
ເຂົາເຈົ້າເປັນເວລາ 12 ຊົ່ວໂມງ ພ້ອມທັງເຜົາເຮືອນຊານແລະສັງ ຫານຢ່າງໜ້ອຍ
18 ຄົນ ຮວມທັງຕຳຫຼວດແມ່ຍິງ ທີ່ເຮັດວຽກມາໄດ້ 23 ປີ ແລ້ວ.

ຢູ່ໃນການໃຫ້ຄວາມເຫັນຂອງທ່ານນັ້ນ ທ່ານທຣູໂດກ່າວວ່າ “ໂສກນາດຕະກຳ ດັ່ງ
ກ່າວ ບໍ່ຄວນເກີດຂຶ້ນເລີຍ ຄວາມຮຸນແຮງບໍ່ວ່າປະເພດໃດໆ ແມ່ນຈະບໍ່ໃຫ້ ເກີດຂຶ້ນ
ຢູ່ໃນການາດາ.”

ຕຳຫຼວດກ່າວວ່າ ເຫດການໄດ້ເກີດຂຶ້ນໃນຕອນຂ້າມຄືນຂອງວັນເສົາທີ່ຜ່ານມາ ຢູ່
ເມືອງປໍຕາປິກ (Portapique) ປະມານ 100 ກິໂລແມັດ ຢູ່ທາງເໜືອຂອງ ເມືອງຮາ
ລິແຟກ (Halifax.) ເຂົາເຈົ້າກ່າວວ່າ ເຂົາເຈົ້າ ໄດ້ໄປຫາເຮືອນບ່ອນ ທີ່ມີລາຍງານ
ກ່ຽວກັບການຍິງກັນ ແລະໄດ້ພົບເຫັນຊາກສົບຄົນຕາຍ ທັງຢູ່ໃນ ແລະຢູ່ນອກເຮືອນ.

ຊາກສົບຄົນຕາຍ ຍັງໄດ້ພົບເຫັນຢູ່ໃນແຫ່ງອື່ນໆຫຼາຍບ່ອນ ພາຍໃນລັດສະໝີ 50
ກິໂລແມັດ ຈາກຄຸ້ມບ້ານດັ່ງກ່າວ. ພວກເຈົ້າໜ້າທີ່ກ່າວວ່າ ມືປືນອາດແນ ໃສ່ຜູ້ເຄາະ
ຮ້າຍຂອງລາວຄົນທໍາອິດ ແຕ່ຫຼັງຈາກນັ້ນໄດ້ໂຈມຕີຢ່າງບໍ່ເລືອກໜ້າ. ເຮືອນຫຼາຍຫຼັງ
ຢູ່ໃນເຂດດັ່ງກ່າວ ໄດ້ຖືກຈູດເຜົາ.

ຫົວໜ້າຕໍາຫຼວດແຫ່ງຊາດການາດາ ທ່ານກຣິສ ເລເດີ ກ່າວຕໍ່ກອງປະຊຸມນັກ ຂ່າວ
ໃນວັນຈັນວານນີ້ວ່າ ຕຳຫຼວດຄາດວ່າຈະພົບເຫັນຜູ້ເຄາະຮ້າຍເພີ້ມຂຶ້ນອີກ.

ທ່ານກ່າວວ່າ ມີການສົ່ງທິມຕຳຫຼວດອອກໄປກວດ ຢູ່ 16 ແຫ່ງ ພາກກາງ ແລະພາກ
ເໜືອຂອງແຂວງໂນວາ ສະໂກເຕຍ ແລະທ່ານກ່າວຕື່ມວ່າ ຈຳນວນນຶ່ງຮູ້ຈັກກັບທ້າວ
Wortman ແລະບາງຄົນກໍບໍ່ຮູ້ຈັກ.

ທ່ານເລເທີ ກ່າວວ່າ “ພວກເຮົາແນ່ນອນວ່າ ພວກເຮົາໄດ້ເຂົ້າໄປກວດບ່ອນເກີດເຫດ
ທັງໝົດ. ພວກເຮົາມີເຮືອນຫ້າຫຼັງທີ່ຖືກໄຟໄໝ້ ສ່ວນໃຫ່ຍເປັນບ່ອນພັກເຊົາ ແລະ
ພວກເຮົາເຊື່ອວ່າ ອາດມີຜູ້ເຄາະຮ້າຍທີ່ຍັງຄ້າງຄາຢູ່ໃນບັນດາເຮືອນເຫລົ່ານັ້ນ

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG