ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ກາ​ນາ​ດາ ​ຂັບ​ໄລ່​ນັກ​ການ​ທູ​ດ​ຈີນ ຫຼັງ​ຈາກ​ກ່າວ​ຫາ​ວ່າລາວພະ​ຍາ​ຍາມ​ຂົ່ມ​ຂູ່​ສະ​ມາ​ຊິກ​ສະ​ພາ ທີ່​ຕ້ອງ​ຕິ​ຈີນ


ແຟ້ມ - ຮູບ​ທຸງ​ຊາດ​ກາ​ນາ​ດາ ແລະ​ຈີນ ທີ່​ວາງ​ສະ​ແດງ​ຢູ່​ບ້ານ​ພັກ​ຂອງ​ລັດ Diaoyutai ໃນ​ນະ​ຄອນ​ຫຼວງ​ປັກ​ກິ່ງ ເມື່ອ​ວັນ​ທີ 5 ທັນ​ວາ 2017.
ແຟ້ມ - ຮູບ​ທຸງ​ຊາດ​ກາ​ນາ​ດາ ແລະ​ຈີນ ທີ່​ວາງ​ສະ​ແດງ​ຢູ່​ບ້ານ​ພັກ​ຂອງ​ລັດ Diaoyutai ໃນ​ນະ​ຄອນ​ຫຼວງ​ປັກ​ກິ່ງ ເມື່ອ​ວັນ​ທີ 5 ທັນ​ວາ 2017.

ກາ​ນາ​ດາ ໄດ້​ຂັບ​ໄລ່​ນັກ​ການ​ທູດ​ຈີນ​ຄົນ​ນຶ່ງ ແລະ​ກ່າວ​ຫາ​ຜູ້​ກ່ຽວ​ວ່າ ພະ​ຍາ​ຍາມ​ທີ່​ຈະ​ຂົ່ມ​ຂູ່​ສະ​ມາ​ຊິກ​ສະ​ພາ​ກາ​ນາ​ດາ ຜູ້​ທີ່​ໄດ້​ຕ້ອງ​ຕິປັກ​ກິ່ງ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ກາ​ນາ​ດາ ທ່ານ​ນາງເມ​ລາ​ນີ ໂຈ​ລີ ອອກ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ໃນ​ວັນ​ຈັນ​ວານນີ້ ກ່າວ​ວ່າ ທ່ານ​ຈ້າວ ເຫ​ວີຍ (Zhao Wei) ໄດ້​ຖືກ​ປະ​ກາດ​ໃຫ້ເປັນ “ບຸກ​ຄົນ​ທີ່​ບໍ່​ເພິງ​ປາດ​ຖະ​ນາ” ໃນ​ການ​ສະ​ໜ​ອງ​ຕອບ​ຕໍ່​ລາຍ​ງານ​ຂ່າວ​ທີ່​ມີ​ມາ​ເປັນ​ລຳ​ດັບ​ຂອງ​ໜັງ​ສື​ພິມ The Globe and Mail ທີ່​ເວົ້າ​ວ່າ ທ່ານ​ຈ້າວ​ໄດ້​ຊອກ​ຫາ​ຂໍ້​ມູນ ​ກ່ຽວ​ກັບ ທ່ານ​ໄມ​ເກີ​ລ ຈອງ ​ສະ​ມາ​ຊິກ​ສະ​ພາ​ນິ​ຍົມ​ແນວ​ທາງ​ເດີມ ທີ່​ໄດ້​ນຳ​ສະ​ເໜີ​ຍັດ​ຕິ ​ເພື່ອ​ປະ​ກາດ​ວ່າ ການ​ປະ​ຕິ​ບັດ​ຂອງ​ຈີນຕໍ່​ຊາວ​ມຸ​ສ​ລິມ​ກຸ່ມ​ນ້ອຍເຜົ່າວີ​ເກີ້​ ​ເປັນ​ການ​ຂ້າ​ລ້າງ​ເຊື້ອ​ຊາດ​ເຜົ່າ​ພັນ.

ລາຍ​ງານ​ກ່າວ​ວ່າ ພະ​ແນກ​ສືບລັບ​ຂອງ​ກາ​ນາ​ດາ​ໄດ້​ຄົ້ນ​ພົບ​ຂໍ້​ມູນ​ທີ່​ວ່າ ຈີນ​ວາງ​ແຜນ​ທີ່​ຈະ​ແນ​ເປົ້າ​ໝາຍ​ໃສ່​ທ່ານ​ຈອງ ແລະ​ຍາດ​ພີ່​ນ້ອງ​ຂອງ​ລາວ​ຢູ່​ຮົງ​ກົງ ດ້ວຍ​ການ​ລົງ​ໂທດ ແລະ​ການ​ຂົ່ມ​ຂູ່​ທີ່​ອາດ​ເປັນ​ໄປ​ໄດ້.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ໂຈ​ລີ ກ່າວ​ວ່າ ອອດ​ຕາ​ວາ “​ຈະ​ບໍ່​ຮັບ​ເອົາ ​ທຸກ​ຮູບ​ແບບ​ ໃນ​ການ​ແຊກ​ແຊງ​ຂອງ​ຕ່າງ​ປະ​ເທດ.” ທ່ານ​ນາງ​ກ່າວ​ວ່າ ພວກ​ນັກ​ການ​ທູດ​ຕ່າງ​ປະ​ເທດ​ທີ່​ເຮັດ​ວຽກ​ຢູ່​ກາ​ນາ​ດາ ໄດ້​ຖືກ​ເຕືອນ​ວ່າ “ຖ້າ​ພວກ​ເຂົາ​ເຈົ້າ​ຫາກ​ພົວ​ພັນ​ໃນ​ການ​ປະ​ພຶດ​ແບບນີ້ ພວກ​ເຂົາ​ເຈົ້າ​ຈະ​ຖືກ​ສົ່ງ​ກັບ​ຄືນ​ບ້ານ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG