ຖ້າຫາກທ່ານໂຊກດີແທ້ໆ ແລະອາໄສຢູ່ເມືອງຮີວສຕັນ, ອິນເດຍນາໂປລິສ, ລອສ
ແອນເຈີແລັສ ຫລື ຊາຄຣາແມນໂຕຂອງສະຫະລັດແລ້ວ ດຽວນີ້ທ່ານກໍສາມາດເຂົ້າ
ເຖິງເຄືອຂ່າຍໂທລະສັບລະບົບ 5ຈີ (5G) ໄດ້. ຖ້າຫາກທ່ານອາໄສຢູ່ບ່ອນອື່ນ ກໍໃຫ້
ລໍໃຈໄວ້ກ່ອນ... ເຄືອຂ່າຍໂທລະສັບມືຖືລະບົບ 5ຈີ (5G) ກຳລັງຈະອອກມາໃຫ້ໃຊ້
ໃນໄວໆນີ້ ແລະມັນກໍໄດ້ໄປເຖິງບາງປະເທດແລ້ວ. ນັກຂ່າວວີໂອເອ, ເຄວິນ ອີນັອກສ໌
ມີລາຍງານກ່ຽວກັບເລື້ອງນີ້ ຊຶ່ງບົວສະຫວັນ ຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.
ຢູ່ໃນເມືອງໂມນາໂກ ທີ່ເປັນເມືອງນ້ອຍໆແຫ່ງນຶ່ງຢູ່ແຄມຝັ່ງຣີເວຍຣ່າ ຂອງທະເລເມດິ
ເຕຣາເນຍນັ້ນ ອານາຄົດໄດ້ໄປເຖິງທີ່ນັ້ນແລ້ວ.
ເສົາຮັບສັນຍານພວກນີ້ ກຳລັງຖືກຍົກລະດັບຂຶ້ນເພື່ອໃຫ້ເມືອງໂມນາໂກສາມາດຮັບມື
ກັບຄວາມຕ້ອງການທີ່ເພີ້ມຂຶ້ນຂອງອຸປະກອນ 5G ໃຫ້ມີເຄືອຂ່າຍໂທລະສັບດັ່ງກ່າວໄວ້.
ທ່ານ ແພັດທຣິກ ບຸບແຟລ (Patrcik Bouffel), ຈາກບໍລິສັດໂທລະຄົມ ໂມນາໂກກ່າວ
ເປັນພາສາຝຣັ່ງວ່າ
“ພວກເຮົາກຳລັງຢູ່ໃນຂັ້ນຕອນການຕິດຕັ້ງເສົາຮັບສັນຍານ ໃສ່ເກືອບໝົດທຸກຫລັງຄາ
ຕຶກຕ່າງໆ ເພາະວ່າ ຈຸດປະສົງກໍແມ່ນເພື່ອໃຫ້ຄົນໃຊ້ເຄືອຂ່າຍດັ່ງກ່າວໄດ້ຢູ່ທົ່ວທັງ
ເມືອງໂມນາໂກ. ສິ່ງທີ່ທ່ານເຫັນຢູ່ທາງຫລັງຂອງຂ້າພະເຈົ້ານີ້ ກໍຄືຫລັກເສົາຮັບສັນ
ຍານທີ່ພວກເຮົາກຳລັງທຳການຕິດຕັ້ງມັນຢູ່. ແລະພວກມັນຈະເຮັດໃຫ້ເຮົາສາມາດ
ມີເຄືອຂ່າຍກວາມເອົາທັງເຂດເທດສະບານເມືອງນີ້, ໃຫ້ສາມາດກວາມເອົາທົ່ວທຸກ
ບ່ອນຢູ່ພາຍໃນເມືອງນີ້ໄດ້.”
ເຄືອຂ່າຍຂອງລະບົບ 5ຈີ (5G) ແມ່ນຫຍັງ?ໂດຍທີ່ບໍ່ຕ້ອງເວົ້າເລິກເຖິງຂັ້ນອະທິບາຍ
ຄຳສັບຂອງວົງການນີ້, ມັນແມ່ນເຄືອຂ່າຍທີ່ຈະເຮັດໃຫ້ອຸປະກອນທີ່ບໍ່ຕ້ອງໃຊ້ສາຍມີ
ຄວາມສາມາດທີ່ຈະເຮັດສິ່ງຕ່າງໆ ທີ່ທ່ານເຮັດທາງອິນເຕີແນັດນັ້ນໄດ້ຫລາຍຂຶ້ນກວ່າ
ເກົ່າ,ແລະເຮັດໄດ້ຢ່າງວ່ອງໄວ ແລະມີສະມັດຕະພາບເພີ້ມຂຶ້ນກວ່ານັ້ນ.
ທ່ານ ມາກຕິນ ເພີຣອນເນັດ (Martin Perronet) ຈາກບໍລິສັດໂທລະຄົມ ໂມນາໂກກ່າວ
ເປັນພາສາຝຣັ່ງວ່າ
“ລະບົບ 5ຈີ (5G) ແມ່ນແຮງກວ່າລະບົບເກົ່າ 10 ເທື່ອ, ເພາະສະນັ້ນ ມັນຈຶ່ງເຮັດໃຫ້
ພວກເຮົາສາມາດທີ່ຈະສະໜອງການຄວບຄຸມຂອງເຄືອຂ່າຍໃຫ້ແກ່ການໃຊ້ການສື່
ສານແບບຫລາຍຊະນິດ ຫລື ມຸນຕີມີເດຍໝົດທຸກຢ່າງ ສຳລັບຫລາຍຄົນທີ່ຈະເຊື່ອມຕໍ່
ເຂົ້າໄປໃຊ້ເຄືອຂ່າຍນີ້ໄດ້ ເພີ້ມຂຶ້ນ. ລະບົບ 5ຈີ (5G) ໄດ້ຫລຸດເວລາລໍຖ້າເຊື່ອມຕໍ່ໃສ່
ເຄືອຂ່າຍຫລຸດລົງ 10 ເທົ່າ, ເພາະສະນັ້ນ ພວກເຮົາສາມາດເຊື່ອມຕໍ່ເຄືອຂ່າຍໃນທັນ
ທີ ທັນໃດໂລດ, ແລະສິ່ງນັ້ນ ແມ່ນຈຳເປັນສຳລັບການໃຊ້ເຄືອຂ່າຍໃໝ່ເຊັ່ນການເຊືອມ
ຕໍ່ໃສ່ເຄືອຂ່າຍຂອງລົດຕ່າງໆ. ແລະນອກຈາກນັ້ນ ລະບົບ 5ຈີ (5G) ກໍຍັງຈະສາມາດ
ເຮັດໃຫ້ມີຈຳນວນການເຊື່ອມ ຕໍ່ໃສ່ເຄືອຂ່າຍຢູ່ໃນເນື້ອທີ່ຕາລາງແມັດນຶ່ງ ຫລາຍເພີ້ມ
ຂຶ້ນເຖິງ ຢ່າງໜ້ອຍ 10 ເທົ່າ ແລະສິ່ງນັ້ນກໍແມ່ນກ່ຽວກັບການສົ່ງສິ່ງຕ່າງໆໄປທາງອິນ
ເຕີແນັດ, ແລະນັ້ນກໍເປັນປະເດັນທີ່ສຳຄັນຫລາຍ ໃນດ້ານການປະຕິວັດຢູ່ຂົງເຂດເທັກ
ໂນໂລຈີ.”
ມີຜະລິດຕະພັນທີ່ໃຊ້ ລະບົບ 5ຈີ (5G) ບາງຢ່າງແລ້ວວາງຂາຍຢູ່ໃນຕະຫລາດແລ້ວ
ແຕ່ວ່າເຄືອຂ່່າຍຂອງລະບົບທີ່ຜະລິດຕະພັນເຫລົ່ານີ້ຕ້ອງການເພື່ອໃຫ້ໃຊ້ງານໄດ້ ຍັງບໍ່
ທັນເຖິງຂັ້ນນັ້ນເທື່ອ.
ພວກນັກຊ່ຽວຊານເວົ້າວ່າ ໃນຂະນະທີ່ຊີວິດ, ເຮືອນ ແລະລົດຂອງພວກເຮົານັບມື້ ບໄດ້
ຮັບການເຊື່ອມຕໍ່ກັບເຄືອຂ່າຍເພີ້ມຂຶ້ນ, ພວກເຮົາຈະມີຄວາມຕ້ອງການລະດັບການບັນຈຸ
ຂໍ້ມູນຂອງສັນຍານ ຫລື bandwith ອັນໃໝ່ດັ່ງກ່າວນັ້ນໂດຍທັງໝົດເລີຍ.
ຕົວເມືອງສອງ ສາມແຫ່ງໃນສະຫະລັດ ແມ່ນມີຈຸດເຊື່ອມຕໍ່ໃສ່ລະບົບ 5ຈີ (5G) ແລ້ວ ແຕ່
ວ່າກໍບໍ່ມີການຄາດຫວັງກັນວ່າ ການບໍລິການທີ່ວ່ອງໄວນີ້ ຈະເລີ້ມໃຊ້ກັນທົ່ວໄປໄດ້ແທ້ໆ
ຈົນຮອດທ້າຍປີໜ້າ ຫລື ແມ່ນແຕ່ ອາດຈະເຂົ້າເຖິງປີ 2020 ອີກດ້ວຍ.
ນອກຈາກເມືອງໂມນາໂກແລ້ວ, ມັນກໍບໍ່ເປັນເລື້ອງແປກໃຈຫຍັງ ທີ່ປະເທດຕ່າງໆ ເບິ່ງຄື
ວ່າຈະເລີ້ມຕົ້ນໃຊ້ລະບົບ 5ຈີ (5G) ກ່ອນໝູ່ໝົດ ຄືເກົາຫລີໃຕ້, ຈີນ, ຍີ່ປຸ່ນ ແລະສະຫະລັດ.