ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ນ້ຳ​ມັນ​ດິບ​ຣັດ​ເຊຍ ສາ​ມາດ​ຊ່ວຍ​ເສດ​ຖະ​ກິດ ທີ່​ຝືດ​ເຄືອງ​ຂອງ​ປາ​ກິ​ສ​ຖານ​ໄດ້​ຫຼື​ບໍ່?


​ກຳ​ປັ່ນ​ Pure Point ທີ່​ບັນ​ທຸກ​ນ້ຳ​ມັນ​ດິບ ພວມ​ຖິ້ມ​ສະ​ໝໍ ຈອດ​ຢູ່​ເມືອງ​ທ່າ​ກາ​ຣາ​ຈີນ ໃນ​ປະ​ເທດ​ປາ​ກິ​ສ​ຖານ ເມື່ອ​ວັນ​ທີ 11 ມິ​ຖຸ​ນາ 2023. (Karachi Port Trust/Handout via Reuters)
​ກຳ​ປັ່ນ​ Pure Point ທີ່​ບັນ​ທຸກ​ນ້ຳ​ມັນ​ດິບ ພວມ​ຖິ້ມ​ສະ​ໝໍ ຈອດ​ຢູ່​ເມືອງ​ທ່າ​ກາ​ຣາ​ຈີນ ໃນ​ປະ​ເທດ​ປາ​ກິ​ສ​ຖານ ເມື່ອ​ວັນ​ທີ 11 ມິ​ຖຸ​ນາ 2023. (Karachi Port Trust/Handout via Reuters)

ເຈົ້າ​ໜ້າ​ທີ່​ປາ​ກິ​ສ​ຖານໄດ້​ກ່າວ​ເຖິງ​ການ​ໄປຮອດ​ ໃນ​ການ​ຈັດ​ສົ່ງ​ນ້ຳ​ມັນດິບ​ລາ​ຄາ​ຖືກງວດ​ທຳ​ອິດ ຈາກ​ຣັດ​ເຊຍນັ້ນ​ວ່າ “ຈະ​ພາ​ໃຫ້​ມີ​ການ​ປ່ຽນ​ແປງ​ທີ່​ສຳ​ຄັນ​” ແຕ່​ແນວ​ໃດ​ກໍ​ຕາມ ພວກ​ນັກ​ວິ​ເຄາະ​ກ່າວ​ວ່າ ຂອບ​ເຂດ​ໃນ​ການ​ຊ່ວຍ​ບັນ​ເທົາ​ ຂອງ​ນ້ຳ​ມັນ​ດັ່ງ​ກ່າວ ​ຕໍ່​ປະ​ເທດທີ່​ພວມ​ປະ​ສົບ​ກັບ ​ວິ​ກິດ​ການ​ທາງ​ດ້ານ​ເສ​ດ​ຖະ​ກິດນັ້ນແມ່ນ​ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ນ້ຳ​ມັນ ​ຂອງ​ປາ​ກິ​ສ​ຖານ ທ່ານ​ມູ​ຊາ​ດິກ ມາ​ລິກ ກ່າວ​ຕໍ່​ອົງ​ການ​ຂ່າວຣອຍ​ເຕີ້​ວ່າ ອິ​ສ​ລາ​ມາ​ບັດ​ຈ່າຍ​ຄ່າ​ນ້ຳ​ມັນ​ດັ່ງ​ກ່າວໃຫ້ແກ່​ມົ​ສ​ກູ​ດ້ວຍ​ເງິນ ຢວນຂອງ​ຈີນ ແຕ່​ປາ​ກິ​ສ​ຖານ​ບໍ່​ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ລາ​ຄາ​ນ້ຳ​ມັນ.

ການ​ປະ​ກາດ​ກ່ຽວ​ກັບ​ການ​ເດີນ​ທາງ​ໄປ​ຮອດ ​ຂອງ​ກຳ​ປັ່ນ “Pure Point” ​ຣັດ​ເຊຍ ພ້ອມ​ດ້ວຍ​ນ້ຳ​ມັນ​ດິບ​ຫຼາຍກວ່າ 45,000 ໂຕນນັ້ນ ນາ​ຍົກ​ລັດ​ຖະ​ມົນ​ຕີປາ ​ກິ​ສ​ຖານ ທ່ານເຊ​ບາ​ສ ຊາ​ຣິ​ຟ ໄດ້​ກ່າວຜ່ານ​ທາງ​ທວີ​ດ​ເຕີ້ ​ໃນຄືນ​ວັນ​ອາ​ທິດ ທີ່​ຜ່ານ​ມານີ້​ວ່າ ​ປະ​ເທດ​ຂອງ​ທ່ານ​ໄດ້​ເຄື່ອນ​ໄຫວ “​ເທື່ອ​ລະບາດ​ກ້າວ​ ໄປ​ສູ່​ຄວາມ​ອຸ​ດົມ​ຮັ່ງ​ມີ ການ​ເຕີບ​ໂຕ​ທາງ​ດ້ານ​ເສດ​ຖະ​ກິດ ແລະ​ຄວາມ​ໝັ້ນ​ຄົງ​ ທາງ​ດ້ານ​ພະ​ລັງ​ງານ ແລະລາ​ຄາ​ກໍ​ຍ່ອມ​ເຍົາ.”

ເຈົ້າ​ໜ້າ​ທີ່​ເມືອງ​ທ່າ​ກາ​ຣາ​ຈີ ໃນ​ພາກ​ໃຕ້​ຂອງ​ປະ​ເທດ ພວມ​ຂົນ​ນ້ຳ​ມັນ​ອອກ​ຈາກ​ກຳ​ປັ່ນ​ບັນ​ທຸກ ​ໃນ​ຕອນ​ເຊົ້າ​ວັນ​ຈັນ​ວານນີ້. ທ່ານ​ຊາ​ຣິກ ອາ​ມັນ ຟາ​ຣຸກ​ກີ ເຈົ້າ​ໜ້າ​ທີ່ປະ​ຊາ​ສຳ​ພັນ​ຂອງ​ເມືອງ​ທ່າ​ກາ​ຣາ​ຈີ ກ່າວ​ຕໍ່​ວີ​ໂອ​ເອ​ວ່າ ຂັ້ນ​ຕອນ​ທັງ​ໝົດ​ຈະ​ໃຊ້​ເວ​ລາ​ລະ​ຫວ່າງ 26 ຫາ 30 ຊົ່ວ​ໂມງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG