ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການຫາສຽງ ເລືອກຕັ້ງ ປະທານາທິບໍດີ ຢູ່ມາລີ ສີ້ນສຸດລົງ (ສະໄລດ໌/ວີດີໂອ)


ຜູ້​ສະມັກ ຢູ່​​ໃນ ມາລີ ​ໄດ້​ສີ້​ນສຸດການ​ໂຄສະ​ນາ​ຫາ​ສຽງ ກ່ອນ​ກໍາໜົດ​ວັນ​ອາທິດ
ຜູ້​ສະມັກ ຢູ່​​ໃນ ມາລີ ​ໄດ້​ສີ້​ນສຸດການ​ໂຄສະ​ນາ​ຫາ​ສຽງ ກ່ອນ​ກໍາໜົດ​ວັນ​ອາທິດ
ບັນດາ​ຜູ້​ສະໝັກ​ເລືອກ​ຕັ້ງ ຢູ່ໃນປະ​ເທດມາລີ ​ໄດ້​ສີ້​ນສຸດການ​ໂຄ
ສະ​ນາ​ຫາ​ສຽງ​ແລ້ວ ກ່ອນ​ກໍາໜົດ​ການ​ເລືອກ​ຕັ້ງ​ປະທານາທິບໍດີ
ທີ່ສໍາຄັນ​ ​ໃນ​ວັນ​ອາທິດ​ມື້ອື່ນ​ນີ້.

ບັນດາ​ຜູ້​ສະໝັກ 27 ຄົນ​ກໍາລັງ​ພາກັນ​ແຂ່ງຂັນ ​ເພື່ອຈະ​ນໍາພາປະ​
ເທດ​ອາ​ຟຣິກາ​ຕາ​ເວັນ​ຕົກ ດັ່ງກ່າວອອກ​ຈາກວິ​ກິດ​ການ. ມາລີກໍາ
ລັງຟື້ນ​ໂຕ​ຄືນ​ຈາກ​ລະຍະ​ປັ່ນ​ປ່ວນ ​ທີ່​ຮວມ​ທັງການ​ກໍ່ ກະບົດ​ຂອງ
​ຊົນເຜົ່າ Tuareg ການ​ເຮັດລັດຖະປະຫານ​ຂອງ​ທະຫານ ການ​ຢຶດ
ຄອງພາກ ​ເໜືອ​ຂອງພວກ​ອິສລາມ​ຫົວຮຸນ​ແຮງແລະ​ການ​ແຊກ​
ແຊງ​ທາງ​ທະຫານ​ທີ່ນໍາພາໂດຍທະຫານ​ຝຣັ່ງ ຊຶ່ງ​ໃນ​ປັດຈຸບັນ​ກຳ
ລັງ​ຫັນປ່ຽນ​ໃຫ້​ກາຍ​ເປັນ​ການ​ປະຕິບັດ​ງານ​ຂອງສະຫະ​ປະຊາ​ຊາດ.

ວັນສຸກ​ວານ​ນີ້ ​ໄດ້​ເປັນ​ວັນ​ສຸດ​ທ້າຍ​ຂອງ​ການໂຄສະນາ​ຫາ​ສຽງ
ແລະ​ໄດ້​ຖືກ​ປະກາດ​ເປັນວັນພັກ ​ເພື່ອ​ອະນຸຍາດ​ໃຫ້ຜູ້​ຄົນ​ໄປ​ຮັບ
​ເອົາ​ບັດປະຈຳຕົວ ສຳລັບ​ໃຊ້​ໃນການ​ປ່ອນ​ບັດຂອງ​ເຂົາເຈົ້າ. ບັນ​ຫາ​ທີ່​ພົວພັນ​ກັບ​ການ​ແຈກ​ຢາຍ​ບັດປະຈຳ​ຕົວແລະ​ຄວາມ​ຜິດພາດໃນ​ບັນຊີ​ລາຍ​ຊື່​ຂອງ​ຜູ້ມີ​ສິດ​ປ່ອນ​ບັດ ​ໄດ້​ເຮັດ​ໃຫ້​ເກີດ​ການກ່າວ​ຫາ​ ກ່ຽວ​ກັ​ການສໍ້​ໂກງ ແລະ​ການ​ກະ ທຳ​ທີ່​ຜິດ​ລະບຽບ.



​ໃນ​ຂະນະ​ທີ່​ການ​ໂຄສະນາ​ຫາ​ສຽງ​ສີ້​ນສຸດ​ລົງ ​ເລ​ຂາ​ທິການ​ໃຫຍ່ສະຫະ​ປະຊາ​ຊາດ ທ່ານ Ban Ki-moon ​ໄດ້​ຮຽກຮ້ອງ​ໃຫ້​ຂັ້ນຕອນການ​ປ່ອນ​ບັດ ດຳ​ເນີນ​ໄປ​ດ້ວຍ​ຄວາມ​ສະຫງົບ ​ແລະມີ​ຄວາມ​ໂປ່​ງ​ໃສ.

ຫົວໜ້າຄະນະ​ສັງ​ເກດ​ການ ​ຂອງສະຫະ​ພາບຢູ​ໂຣບ ​ໃນ​ມາລີ ທ່ານ Louis Michel ກ່າວ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ທາງຄະນະ​ມີ​ຄວາມ “​ເພິ່ງ​ພໍ​ໃຈ​ຢ່າງ​ບໍ່​ຄາດຝັນ” ກ່ຽວ​ກັບ
ສະພາບ​ການ​ປ່ອນ​ບັດ.



Mali
please wait
Embed

No media source currently available

0:00 0:01:46 0:00
XS
SM
MD
LG