ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເມືອງໃນກຳປູເຈຍ


ຜູ້ນຳຂອງພັກຝ່າຍຄ້ານ ທີ່ສຳຄັນໃນກຳປູເຈຍ ໄດ້ຖືກຕັດ ສິນໂທດຈຳຄຸກ ເປັນເວລາ 10 ປີ ຍ້ອນມີເອກກະສານ ທີ່ບໍ່ຖືກຕ້ອງ ຢູ່ໃນຄວາມຄອບຄອງ.

ສານໄດ້ສິນໂທດຈຳຄຸກທ່ານ Sam Rainsy ຍ້ອນເຜີຍ ແຜ່ຂໍ້ມູນ ທີ່ບໍ່ຖືກຕ້ອງ ພົວພັນກັບບັນຫາຂັດແຍ້ງເລື່ອງ ຊາຍແດນ ກັບຫວຽດນາມ. ນອກນັ້ນ ທ່ານຍັງໄດ້ຖືກປັບ ໄໝ 1,000 ໂດລາ ຖືກສັ່ງໃຫ້ຈ່າຍເງິນອີກ ຢ່າງນ້ອຍ 14,000 ໂດລາ ​ເປັນຄ່າທຳນຽມທາງກົດໝາຍຂອງລັດ ຖະບານ.

ຜູ້ພິພາກສາກ່າວວ່າ ການກະທຳຂອງທ່ານ Rainsy ຈະເປັນການສ້າງຄວາມເສື່ອມເສຍ ໃຫ້ແກ່ລັດຖະບານ.

ກ່ອນ​ໜ້າ​ນີ້ ທ່ານ Rainsy ທີ່ພຳນັກຢູ່ກຸງປາຣີ ຫລັງ​ຈາກ​ໜີ​ໄປລີ້ໄພໂດຍສະມັກ​ໃຈນັ້ນ ຍັງໄດ້ຖືກພົບເຫັນວ່າມີຄວາມ ຜິດ ແລະຖືກຕັດສິນໂທດໃຫ້ຈຳຄຸກ 2 ປີ ໃນເດືອນມັງກອນ ປີນີ້ ຍ້ອນໄດ້ຂຸດຫຼັກໝາຍຊາຍແດນອອກ ໃນບໍລິເວນຊາຍແດນ ທີ່ຕິດກັບຫວຽດນາມ.

ໂຄສົກຄົນນຶ່ງ ຂອງພັກທ່ານ Sam Rainsy ເອີ້ນການຕັດສິນໂທດ ໃນວັນພະຫັດມື້ນີ້ວ່າ ມີຈຸດປະສົງ ທາງການເມືອງ.

ທ່ານ Sam Rainsy ເປັນຄົນກ້າປາກກ້າເວົ້າ ໃນການຕຳໜິຕິຕຽນ ນາຍົກລັດຖະມົນຕີຮຸນ ເຊນໂດຍອ້າງວ່າ ທ່ານຮຸນເຊນຍອມຍົກດິນແດນ ກຳປູເຈຍຫຼາຍໂພດໃຫ້ແກ່ຫວຽດນາມ.

ກຸ່ມປົກປ້ອງສິດທິມະນຸດ Human Rights Watch ທີ່ມີສຳນັກງານຢູ່ສະຫະລັດໄດ້ກ່າວຫາ ທ່ານຮຸນເຊນວ່າ ໃຊ້ການຟ້ອງຮ້ອງທາງດ້ານກົດໝາຍ ເພື່ອຮາວີແລະຂົ່ມຂູ່ ພວກຄັດຄ້ານ ຕົນ​ທາງ​ການ​ເມືອງ.

XS
SM
MD
LG