ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄວາມພະຍາຍາມປາບໄຂ້ຍຸງ ໃນກຳປູເຈຽ ກຳລັງໄດ້ ຮັບຜົນດີ


ບັນດາ​ນັກ​ຊ່ຽວຊານດ້ານ​ອະນາ​ໄມ ພາກັນ​ຕ່ືນ​ຕົກ​ໃຈ ທີ່ໄດ້​ພົບ​ເຫັນ​ໂຣກ​ໄຂ້ຍຸງ​ຊະນິດ​ນຶ່ງຢູ່​ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ກຳປູ​ເຈຽ ທີ່ສະ​ແດງ​ໃຫ້​ເຫັນ​ວ່າ ມີ​ຄວາມ​ຕ້ານທານ​ຕໍ່​ຢາ ​ artemisinin ທີ່ເປັນຢາ​ສຳຄັນສຳລັບ​ປິ່ນປົວ​ໂຣກ​ໄຂ້ຍຸງນັ້ນ. ຍ້ອນ​ມີ​ຄວາມ​ເປັນ​ຫ່ວງວ່າ​ ​ໂຣກ​ໄຂ້ຍຸງ​ຊະນິດນີ້​ອາດສາມາດ ສ້າງ​ວິກິດ​ຕະການ ທາງ​ດ້ານ​ສຸຂະພາບ​ຂອງ​ໂລກ​ກໍ​​ເປັນ​ໄດ້ນັ້ນ ລັດຖະບານ​ກຳປູ​ເຈຽ ​ແລະ​ບັນດາອົງການຈັດຕັ້ງ ສາກົນທາງດ້ານ​ສຸຂະພາບ​ ຈຶ່ງ​ໄດ້​ໃຊ້​ເວລາ​ສອງ​ປີຜ່ານ​ມານີ້ ຕໍ່ສູ້​ກັບພະຍາດ​ດັ່ງກ່າວ ​ແລະ​ກໍ​ກຳລັງໄດ້ຮັບຜົນດີ.

ໂຣກມາ​ເລ​ເຣຽຫຼື​ໂຣກ​ໄຂ້ຍຸງ​ ເອົາຊິວິດ​ຜູ້​ຄົນ​ໄປ ນ່ຶງ​ລ້ານ​ຄົນ ​ໃນ​ທົ່ວ​ໂລກ​ ​ໃນ​ແຕ່ລະປີ ຊ່ຶງ​ສ່ວນ​ໃຫຽ່ແມ່ນ​ຢູ່​ໃນ​ອາ​ຟຣິກາ. ເພາະສະນັ້ນ ​ຈຶ່ງ​ ໄດ້ເກີດຄວາມເປັນ​ຫ່ວງ​ຢ່າງ​ໃຫຽ່ ເມື່ອ​ສາມ​ປີ​ກ່ອນ ​ເວລາມີ​ການ​ພົບ​ເຫັນໂຣກ​ໄຂ້ຍຸງ ສາຍ​ພັນ falciparum ຢູ່​ທາງ​ພາກເວັນ​ຕົກ​ຂອງ​ກຳປູ​ເຈຽ ທີ່ມີ​ຄວາມ​ຕ້ານທານ​ຕໍ່​ຢາ artemisinin.

ອົງການອະນາ​ໄມ​ໂລກ​ຖະ​ແຫລງ​ວ່າ ​ຢາ​ທ່ີ​ມີທາດ artemisinin ເປັນພື້ນ ຖານ​ນັ້ນ​ ເປັນ​ຢາ​ປ່ິນປົວ​ໂຣກ​ໄຂ້ຍຸງ​ທ່ີ​ໄດ້​ຮັບ​ຜົນ​ດີ ມີ​ປະສິດທິພາບ​ທ່ີ​ສຸດ. ​ແຕ່​ການທີ່ໂຣກ​ໄຂ້ຍຸງ​ສາຍ​ພັນ​ນີ້ ​ມີ​ຄວາມ​ຕ້ານທານ​ຕໍ່​ຢາ​ດັ່ງກ່າວ ຈ່ຶງ​ໝາຍ​ຄວາມ​ວ່າ​ ຄົນ​ປ່ວຍ​ທ່ີ​ເປັນ​ໂຣກນີ້ຈະ​ໃຊ້​ເວລາດົນ​ກວ່າ​ເກົ່າ ​ຈຶ່ງ​ຈະຮັກສາ​ໃຫ້ຫາ​ຍ​ໄດ້. ແລະ​ຄວາມ​ຕ້ານທານ​ທ່ີ​ວ່າ​ນີ້​ສາມາດ​ເຂັ້ມ​ແຂງ​ຂຶ້ນ ​ແລະ​ໃນ​ທ່ີ​ສຸດ​ກໍ​ຈະ​ເຮັດ​ໃຫ້​ຢາ​ artemisinin ບໍ່​ໄດ້ຜົນ ຂາດ​ປະສິດທິພາບ​ຢ່າງສີ້​ນ​ເຊີງໃນ​ການ​ໃຊ້​ປ່ິນປົວ​ໂຣກ​ໄຂ້ຍຸງ​ສາຍ​ພັນ​ falciparum ນັ້ນ.

ໃນ​ໄລຍະສອງ​ປີ​ຜ່ານ​ມານີ້ ລັດຖະບານ​ກຳປູ​ເຈຽກັບ​ຄູ່​ຮ່ວມງານ ​ເຊັ່ນ ອົງການ​ອະນາ​ໄມ​ໂລກ​ນັ້ນ ໄດ້​ໃຊ້​ເງິນ​ຫຼາຍ​ລ້ານ$ ​ເພ່ືອ​ພະຍາຍາມແກ້​ໄຂ​ບັນຫານີ້ ຢູ່ໃນ​ເຂດນຶ່ງທ່ີກວມ​ເອົາ​ປະມານ 5% ຂອງ​ເນື້ອ​ທີ່​ທັງ​ໝົດ​ຂອງກຳປູ​ເຈຽ ຢູ່​ໄກ້ໆກັບ​ເມືອງ​ໄພລິນ ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ​.

ຄວາມ​ພະຍາຍາມ​ທ່ີວ່າ​ນີ້ ​ມີ​ລວມທັງ​ການ​ແຈກ​ຢາຍ​ມຸ້ງ​ຫຼາຍ​ກວ່າ 5 ​ແສນ​ດາງ​ໃຫ້​ປະຊາຊົນ ​ສຶກສາ​ອົບຮົມ​ເຂົາ​ເຈົ້າກ່ຽວ​ກັບ​ວິ​ທີ​ຫຼີກ​ເວັ້ນ​ໂຣກ​ໄຂ້ຍຸງ ສີດ​ຢາ​ປ້ອງ​ກັນ​ຍຸງ ​ແລະ​ຕໍ່ຕ້ານ​ຢາ​ປອມ​ນຳ.

ໃນ​ວັນ​ອັງຄານ​ຫາ​ກໍ​ຜ່ານ​ມາ​ນີ້ ບັນດາ​ນັກ​ຊ່ຽວຊານ​ໂຣກ​ໄຂ້ຍຸງ​ຈາກ​ກຳ ປູ​ເຈຽ ​ແລະ​ອົງການ​ອະນາ​ໄມ​ໂລກເວົ້າວ່າ ຜົນ​ບັ້ນ​ຕົ້ນ​ທ່ີ​ປາກົດ​ອອກມາ ​ແມ່ນ​ເປັນ​ທີ່​ໃຫ້​ກຳລັງ​ໃຈ ​ແລະ​ມີ​ຜູ້​ຄົນ​ບໍ່​ທໍ່ໃດ​ຄົນ​ທີ່ຖືກ​ກວດພົບວ່າ ​ຕິດ​ເຊື້ອພະຍາດ​ໄຂ້ຍຸງ​ ສາຍ​ພັນ​ falciparum ​ນັ້ນ.

ນາຍ​ແພດ Steven Bjorge ​ນັກ​ຊ່ຽວຊານ​ດ້ານໂຣກ​ໄຂ້ຍຸງ​ຂ​ອງອົງການ ອະນາ​ໄມ​ໂລກ ປະຈຳ​ນະຄອນຫລວງ​ພະນົມ​ເປັນ ​ກ່າວ​ວ່າ:

“ທີ່ຈິງ​ແລ້ວ​ ພວກ​ເຮົາ​ບໍ່​ໄດ້​ຄາດ​ຫວັງ​ຫຽັງ​ເລີຍ ​ແຕ່​ຜົນ​ທີ່​ອອກ​ມາ ກໍຕໍ່າ​ຢ່າງເປັນປາກົດການ​ ຄື​ພວກ​ເຮົາ​ຮູ້ສຶກ​ວ່າ ​ມັນ​ຕໍ່າ​ແທ້ຕໍ່າ​ວ່າ. ​ສະນັ້ນ ​ເບິ່ງ​ຄືວ່າ​ພວກ​ເຮົາ​ໄດ້​ຮັບ​ຜົນສຳ​ເລັດ.”

ຢ່າງ​ໃດ​ກໍ​ດີ ດຣ​. Bjorge ​ເຕືອນ​ວ່າ ມັນ​ຍັງ​ໄກ​ຫຼາຍ ​ກ່ອນ​ຈະເອົາ ຊະນະ​ສົງຄາມນີ້​ໄດ້.​ ຖ້າ​ພວກ​ເຮົາ​ຫາກເຜີ​ແລະ​ບໍ່​ເອົາ​ຈິງ​ເອົາ​ຈັງ​ຕໍ່​ໄປ ຄວາມ​ຕ້ານທານ​ຂອງ​ເຊື້ອ​ໂຣກ​ໄຂ້ຍຸງ ສາຍ​ພັນນີ້​ ກໍ​ຈະ​ແຜ່​ລາມ​ອອກ​ໄປ​ຢ່າງ​ງ່າຍດາຍ.

ນາຍ​ແພດ ຫງວນ ​ໂຊ​ໂກ​ມາ ​ເປັນ​ຫົວໜ້າ​ໜ່ວຍ​ງານ​ທ່ີ​ສູນ​ກາງ​ຄວບ​ຄຸມ​ໄຂ້ຍຸງແຫ່ງ​ຊາດຂອງ​ກຳປູ​ເຈຽ ທີ່ພວມທຳ​ການ​ກວດ​ເລືອດ​ພວກ ຊາວບ້ານ​ ໃນ​ເຂດ​ອ້ອມ​ແອ້ມ​ເມືອງ​ໄພລິນ.

ພວກ​ສະມາຊິກ​ຂອງ​ໜ່ວຍ​ງານ​ດ່ັງກ່າວ ​ໄດ້​ທຳ​ການ​ກວດເລືອດ​ຂອງ ຊາວບ້ານ​ຈຳນວນ 2 ພັນ 7 ຮ້ອຍ 82 ຄົນ ​ໃນ 7 ໝູ່ບ້ານ ທ່ີໂຮມ​ຢູ່​ໃນ​ພວກ​ໝູ່​ບ້ານ​ທີ່ເປັນ​ໂຣກ​ໄຂ້ຍຸງ​ຫຼາຍ​ທ່ີ​ສຸດ ​ແລະ​ໄດ້​ພົບ​ເຫັນ​ວ່າມີ​ແຕ່​ພຽງ​ສອງ​ຄົນ​ເທົ່າ​ນັ້ນ​ຕິດ​ເຊື້ອ​ໄຂ້ຍຸງ ສາຍ​ພັນ falciparum ຊ່ຶງ​ທ່ານ ກ່າວ​ວ່າ ​ເປັນ​ຜົນ​ທ່ີ​ໃຫ້​ກຳລັງ​ໃຈ​ທ່ີ​ສຸດ. ນອກຈາກ​ນີ້​ແລ້ວ ກໍລະນີພວກ​ເປັນໂຣກ​ໄຂ້ຍຸງ​ສາຍ​ພັນອື່ນ ກໍໄດ້​ລຸດ​ຕໍ່າລົງ​ຫຼາຍ​ເຊັ່ນ​ກັນ ​ໂດຍທ່ີມີ ການພົບ​ເຫັນ​ແຕ່​ພຽງ 20-30 ​ຄົນ​ເທ່ົາ​ນັ້ນ.

ດຣ. ຫງວນ ກ່າວ​ວ່າ ​ໃນ​ອີກ​ບໍ່​ທໍ່ໃດ​ເດືອນ​ຂ້າງ​ໜ້າ​ນີ້ ​ຈະ​ມີ​ການ​ກວດ​ເລືອດຕ່ືມອີກ ຢູ່ໃນ 13 ໝູ່ບ້ານ ຊ່ຶງ​ທ່ານ​ກ່າວວ່າ​:

“ເຮົາ​ຄາດຫວັງວ່າ ອັດຕາ​ການ​ຕິດ​ເຊື້ອ​ໂຣກ​ໄຂ້​ຍຸງ​ຢູ່​ໃນ​ໝູ່ບ້ານ​ເຫລົ່າ ນັ້ນ ​ກໍ​ຈະ​ຢູ່​ໃນ​ລະດັບ​ຕໍ່າ​ເຊັນ​ກັນ.”

ຈະ​ມີ​ທີ​ມອື່ນ​ອີກ​ຫຼາຍ​ທີ​ມ ທີ່ຈະ​ກະຈາຍ​ກັນ​ອອກ​ໄປ​ດຳ​ເນີນ​ຄວາມ​ພະ ຍາຍາມ​ປ້ອງ​ກັນ​ໂຣກ​ໄຂ້ຍຸງ​ນີ້​ໃນ​ທົ່ວ​ປະ​ເທດ ​ໃນ​ໂຄງ​ການ 5 ປີທີ່​ຈະ​ໃຊ້​ເງິນ 102 ລ້ານ $ ຊ່ຶງ​ໄດ້​ຮັບການ​ບໍລິຈາກ​ໂດຍ​ກອງ​ທຶນ​ໂລກ ຫລື Global Fund.

ພວກ​ເຈົ້າໜ້າ​ທີ່ຫວັງວ່າ ​ໂຄງການ​ນີ້ຈະ​ຕັດ​ຈຳນວນ​ຜູ້​ຕາຍ​ໃນ​ກຳປູ​ເຈຽ ຍ້ອນ​ໂຣກ​ໄຂ້ຍຸງລົງ ຈາກ 270 ຄົນ​ໃນ​ປີ​ກາຍ​ນີ້ ມາ​ເປັນ​ສູນ​ໃນໄລຍະ​ ນື່ງ​ທົດ​ສະ​ວັດ.

XS
SM
MD
LG