ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງ​ກຳລັງ​ຂອງ​ Chad ​ຂ້າມ​ຊາຍ​ແດນ ເພື່ອຂັບໄລ່ ພວກຫົວຮຸນແຮງ Boko Haram


ກອງທະຫານ Chad ໄດ້ເຕົ້າໂຮມກັນທີ່ເມືອງ Gamboru ຂອງໄນຈີເຣຍ ໃກ້ກັບເຂດຊາຍແດນຕິດກັບ ກາເມຣູນ ເພື່ອ ປະຕິບັດງານກວດລ້າງ ຫຼັງຈາກທີ່ຢຶດມາໄດ້ຄືນ ເມືອງດັ່ງກ່າວ ຈາກພວກຫົວຮຸນແຮງ Boko Haram, ວັນທີ 1 ກຸມພາ 2015.
ກອງທະຫານ Chad ໄດ້ເຕົ້າໂຮມກັນທີ່ເມືອງ Gamboru ຂອງໄນຈີເຣຍ ໃກ້ກັບເຂດຊາຍແດນຕິດກັບ ກາເມຣູນ ເພື່ອ ປະຕິບັດງານກວດລ້າງ ຫຼັງຈາກທີ່ຢຶດມາໄດ້ຄືນ ເມືອງດັ່ງກ່າວ ຈາກພວກຫົວຮຸນແຮງ Boko Haram, ວັນທີ 1 ກຸມພາ 2015.

ປະ​ເທດ​ກາເມຣູນ ກ່າວ​ວ່າ ພວກ​ນັກ​ຕໍ່ສູ້​ຊາວ​ໄນ​ຈີ​ເຣຍ ປະມານ
800 ຄົນ​ ຂອງ​ກຸ່ມ​ຫົວ​ຮຸນ​ແຮງ Boko Haram ​ໄດ້ໂຈມ​ຕີ ທະຫານ​
ກາ​ເມ​ຣູນ ​ໃນ​ວັນ​ພະຫັດ​ມື້​ນີ້ ​ໃນ​ການ​ປະ​ທະ​ກັນ​ຂ້າມ​ຊາຍ​ແດນ ທີ່​
ຍັງດຳເນີນຢູ່ຕໍ່ມາ ຂະນະ​ທີ່​ບັນດາລັດຖະບານຈາກຫຼາຍໆປະ​ເທດ
​ໃນ​ອາ​ຟຣິກາ ພະຍາຍ​າມທີ່​ຈະ​ປາບປາມ​ພວກ​ກະບົດຈຸນີ້.

ພວກ​ຫົວ​ຮຸນ​ແຮງ ​ໄດ້​ໂຈມ​ຕີເມືອງ Fotocol ຫຼັງຈາກ​ທີ່​ໄດ້​ຫລົບໜີ ​ການ​ປະ​ທະ​ກັນ​ກັບ
ກອງ​ກຳລັງ​ຂອງ​ Chad ​ຂ້າມ​ຊາຍ​ແດນ​ເຂົ້າໄປໃນເມືອງ Gambaru ຂອງ​ໄນ​ຈີ​ເຣຍ
ອີງ​ຕາມ ​ທ່ານ Issa Tchiroma Bakari ໂຄສົກ​ລັດຖະບານ ​ພ້ອມທັງເປັນລັດຖະມົນຕີ
ຖະ​ແຫລ​ງຂ່າວ ຂອງກາ​ເມ​ຣູນ.

ພວກ​ນັກ​ຕໍ່ສູ້​ຫົວ​ຮຸນ​ແຮງ ​ໄດ້ຫລົບໜີ​ຈາກ​ເມືອງ Fotocol ​ເຂົ້າ​ໄປ​ໃນໝູ່​ບ້ານ​ຢູ່ບໍລິ​ເວນ​
ອ້ອມ​ແອ້ມ ບ່ອນ​ທີ່​ພວກ​ເຂົາ​ໄດ້​ຖືກ​ຕາມ​ລ່າ​ໂດຍ​ພວກ​ທະຫານ​ກາ​ເມຣູນ.

ກອງ​ກຳລັງ​ກາ​ເມຣູນ ທີ່​ໜຸນ​ຫລັງ​ໂດຍ Chad ນັ້ນ ສາມາດ​ຂັບ​ໄລ່​ພວກຫົວ​ຮຸນ​ແຮງ Boko Haram ​ໄປຈາກ​ເມືອງ Fotocol ​ໃນ​ວັນ​ພຸດ​ວານ​ນີ້ ຫຼັງຈາກພວກ​ຫົວ​ຮຸນ​ແຮງຈຸດັ່ງກ່າວ​ ໄດ້ສັງຫານ​ຢ່າງ​ນ້ອຍ 70 ຄົນ​ໃນ​ການ​ບຸກໂຈມຕີ​ນັ້ນ.

Chad ​ໄດ້​ເອົາບົດບາດນຳພາ ໃນຄວາມ​ພະຍາຍາມ​ຂອງນາໆ​ຊາດ ​ເພື່ອ​ຊ່ອຍ​ເຫຼືອ​
ໄນ​ຈີ​ເຣຍ ​ປາບປາມ ພວກ Boko Haram ​ແລະຢຶດ​ເອົາ​ຄືນເນື້ອ​ທີ່ ທີ່​ພວກ​ຮຸນ​ແຮງ​
ໄດ້ຢຶດ​ເອົາ​ໄປເພື່ອຈຸດປະສົງໃນການ ​ສ້າງຕັ້ງລັດ​ອິສລາມຂຶ້ນມາ.

NIGERIA BOKO HARAM VIDEO
please wait

No media source currently available

0:00 0:01:13 0:00

Cameroon said a group of about 800 fighters from the Nigerian militant group Boko Haram attacked Cameroonian soldiers Thursday in a continuation of cross-border clashes as multiple governments try to defeat the insurgents.

The militants attacked in Fotocol after fleeing clashes with Chadian forces across the border in the Nigerian town of Gambaru, according to Issa Tchiroma Bakari, a government spokesman and minister of communications for Cameroon.

Fighters escaped from Fotocol into surrounding villages, where they were pursued by Cameroonian soldiers.

The Cameroonian forces, backed by Chad, had repelled Boko Haram militants from Fotocol on Wednesday, after the fighters killed at least 70 people in a raid.

Chad has taken the lead role in a multinational effort to help Nigeria defeat Boko Haram and retake areas seized by the militants for an envisioned Islamic state.

XS
SM
MD
LG