ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກີດ​ເຫດ ​ລະ​ເບີດ​ ສະຫຼະ​ຊີບ ​ອີກ​ຄັ້ງ​ໜຶ່ງ​ ໃນ​ປະ​ເທດ ​ແຄມເມີ​ີຣູນ


​ແຜນ​ທີ່ ຂອງ​ປະ​ເທດ ​​ແຄມ​ເມີຣູນ
​ແຜນ​ທີ່ ຂອງ​ປະ​ເທດ ​​ແຄມ​ເມີຣູນ

ເຈົ້າ​ໜ້າ​ທີ່ໃນ​ປະ​ເທດ ​ແຄມ​ເມີຣູນ ກ່າວ​ວ່າ​ເຫດການ​ລະ​ເບີດ​ສະຫຼະ​ຊີບ​ໃນເມືອງ Maroua ຢູ່​ທາງ​ພາກ​ເໜືອ​ຂອງ​ປະ​ເທດ​ໄດ້​ເຮັດໃຫ້​ຢ່າງ​ໜ້ອຍ 10 ​ເສຍ​ຊີວິດ​ໃນ​ວັນ​ເສົາ​ວານ​ນີ້, ສາມ​ມື້​ຫຼັງ​ຈາກ​ການ​ລະ​ເບີດ​ສອງ​ຄັ້ງ​ໃນ​ເມື​ອງດຽວ​ກັນ​ທີ່​ເຮັດໃຫ້​ມີຢ່າງ​ໜ້ອຍ 20 ຄົນ​ເສຍຊີວິດ.

​ໂທ​ລະ​ພາບ​ຂອງ​ປະ​ເທດ​ໄດ້​ກ່າວ​ວ່າ ມື​ລະ​ເບີດແມ່ຍິງ​ຄົນ​ໜຶ່ງ​ໄດ້​ປົນ​ຂະ​ນວນລະ​ເບີດ​ຢູ່ໃນ​ພື້ນ​ທີ່​ທີ່​ມີ​ຄວາມ​ນິຍົມທ່ຽວ​ກາງຄືນ, ​ເຮັດ​ໃຫ້​ສັນຍານ​ເຕືອນ​ໄພ​ສັ່ນ​ໄປໃນທົ່ວ​ເມືອງ ​ພາ​ໃຫ້​ໜ່ວຍ​ກູ້​ໄພ ​ແລະ ​ເຈົ້າ​ໜ້າ​ທີ່​ທະຫານ​ເລີ່​ມດຳ​ເນີນການ​ຄົ້ນ​ຫາ​ຜູ້ລອດ​ຊີ​ວິດ. ອົງ​ກອນ​ຂ່າວ Reuters ​ໄດ້​ອ້າງ​ອີ​ງຄຳ​ເວົ້າ​ຂອງເຈົ້າໜ້າ​ທີ່​ທະຫານ​ອາວຸໂສ​ຄົນ​ໜຶ່ງ​ວ່າ, ຫຼາຍ​ກວ່າ 60 ຄົນ​ໄດ້​ຮັບ​ບາດ​ເຈັບ.

​ເຫ​ດການລະ​ເບີ​ດສອງ​ຄັ້ງ​ໃນ​ວັນ​ພຸດ​ທີ່​ຜ່ານ​ມາ​ ​ໄດ້​ແນ​ເປົ້າ​ໃສ່​ຕະຫຼາດໃຫຍ່​ແຫ່ງ​ໜຶ່ງ ​ແລະ ​ເຂດ​ທີ່​ຢູ່​ອາ​ໄສ​ຂອງ​ປະ​ຊາ​ຊົນ​ແຫ່ງ​ໜຶ່ງ​ຢູ່ໃນເມື​ອງ. ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ໜຶ່ງ​ໃນ​ບັນດາ​ມື​ລະ​ເບີດ​ແມ່ຍິງນັ້ນ, ​ໄດ້​ປອມ​ຕົວ​ເປັນ​ຄົນ​ຄ້າ​ຂາຍ ​ໃນ​ຂະນະ​ຄົນ​ອື່ນ, ​ແມ່ນ​ເດັກ​ຍິງ​ອາຍຸ​ 9 ປີ, ທຳທ່າ​ເປັນ​ຂໍທານ.

ບໍ່​ມີ​ໃຜ​ອອກ​ມາ​ອ້າງ​ຄວາມ​ຮັບ​ຜິດຊອບ​ສຳລັບ​ການ​ລະ​ເບີດດັ່ງກ່າວ, ​ແຕ່​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ເຫດການ​ເຫຼົ່ານີ້​ປະກົດ​ວ່າເປັນ​ຜົນງານ​ຂອງ​ກຸ່ມ​ຫົວ​ຮຸນ​ແຮງ​ໂບ​ໂກ ຮາຣາມໄນ​ຈີ​ເຣຍ.

Cameroon bombing
please wait
Embed

No media source currently available

0:00 0:00:29 0:00

Raw Cameroon unrest Africa
please wait

No media source currently available

0:00 0:01:28 0:00

XS
SM
MD
LG