ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກາເມຣູນ ປິດໂບດທີ່ອ້າງວ່າ COVID-19 ບໍ່ມີຢູ່ຈິງ


ນັກຮຽນມໃສ່ໜ້າກາກດັ່ງກັບມາດຕະການປ້ອງກັນຕໍ່ການລະບາດຂອງ COVID-19 ໃນຫ້ອງຮຽນຂອງເຂົາເຈົ້າ ຢູ່ວິທະຍາໄລ ຈັອງ ເບັນວາ, ນະຄອນຫຼວງ ຢາອຸນເດ. 1 ມິຖຸນາ, 2020.
ນັກຮຽນມໃສ່ໜ້າກາກດັ່ງກັບມາດຕະການປ້ອງກັນຕໍ່ການລະບາດຂອງ COVID-19 ໃນຫ້ອງຮຽນຂອງເຂົາເຈົ້າ ຢູ່ວິທະຍາໄລ ຈັອງ ເບັນວາ, ນະຄອນຫຼວງ ຢາອຸນເດ. 1 ມິຖຸນາ, 2020.

ບັນດາເຈົ້າໜ້າທີ່ໃນນະຄອນຫຼວງ ຢາອຸນເດ ຂອງປະເທດ ກາເມຣູນ ໄດ້ປິດ ໂບດຄຣິສຕຽນທີ່ມີຊື່ສຽງແຫ່ງນຶ່ງສຳລັບການສັ່ງສອນທີ່ວ່າ COVID-19 ບໍ່ໄດ້ ມີຢູ່ຈິງ. ໂບດດັ່ງກ່າວໄດ້ບອກສະມາຊິກຂອງເຂົາເຈົ້າປະມານ 300 ຄົນບໍ່ໃຫ້ ສົນໃຈກັບຄຳແນະນຳທາງການແພດ ກ່ຽວກັບ ການຢູ່ຫ່າງກັນໃນສັງຄົມ, ການ ໃສ່ໜ້າກາກອະນາໄມ, ແລະ ແມ່ນກະທັ້ງລ້າງມືຂອງເຂົາເຈົ້າ. ນັກຂ່າວວີໂອເອ ໂມກີ ເອັດວິນ ຄິນເຊກາ ມີລາຍງານຈາກນະຄອນຫຼວງ ຢາອຸນເດ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ສຽງເພງນີ້ແມ່ນໄດ້ຫຼິ້ນໃສ່ລຳໂພງໃຫຍ່ໂດຍກຸ່ມນຶ່ງທີ່ມີສະມາຊິກ 7 ຄົນຂອງໂບດແຫ່ງເສລີພາບ ໃນນະຄອນຫຼວງ ຢາອຸນເດ ຂອງປະເທດ ກາເມຣູນ.

ແມ່ຍິງສີ່ຄົນ ແລະ ຜູ້ຊາຍສາມຄົນ ໄດ້ເຄື່ອນຍ້າຍຈາກເຮືອນຫຼັງນຶ່ງໄປຫາອີກຫຼັງນຶ່ງ ແລະ ຖະໜົນເສັ້ນນຶ່ງໄປຫາອີກຖະໜົນແຫ່ງນຶ່ງ ໂດຍເອີ້ນຕົນເອງວ່າເປັນ ຜູ້ເຜີຍແຜ່ສາສະໜາວັນສິ້ນໂລກ. ນາງ ພຣູເດັນສ໌ ມາຢາ ອາຍຸ 32​ປີ, ຜູ້ນຳຂອງກຸ່ມດັ່ງກ່າວໄດ້ຖືກອ້າງໂດຍບັນດາສະມາຊິກຂອງໂບດດັ່ງກັບແມ່ຊີ.

ລາວເວົ້າວ່າເດືອນແລ້ວນີ້ ພະເຈົ້າໄດ້ເປີດເຜີຍກັບເຂົາເຈົ້າຜ່ານບາດຫຼວງ ເອັນກົວ ອາຕັງການາ (Ngoa Atangana) ວ່າປະເທດທັງຫຼາຍແມ່ນກຳລັງສູນເສຍເວລາ ແລະ ແຫຼ່ງຊັບພະຍາກອນທີ່ຖືກໃຊ້ໃນການຕໍ່ສູ້ກັບ COVID-19.

ນາງ ມາຢາ ກ່າວວ່າ “ພວກເຮົາຂໍໃຫ້ທຸກຄົນຂຸເຂົ່າລົງ ແລະ ສູດມົນ ແລະ ຮູ້ວ່າມັນບໍ່ມີຫຍັງທີ່ເປັນໄວຣັສໂຄໂຣນາ. ມັນແມ່ນການລົງໂທດຂອງພະເຈົ້າສຳລັບການກະທຳຜິດ, ສຳລັບການເຮັດສົງຄາມຫຼາຍຄັ້ງທີ່ປະຊາຊົນກຳລັງຕໍ່ສູ້ຢູ່ໃນໂລກ. ຜູ້ຊາຍແຕ່ງງານກັບຜູ້ຊາຍ ແລະ ແມ່ຍິງແຕ່ງງານກັບແມ່ຍິງ, ສະນັ້ນພະເຈົ້າຈຶ່ງໃຈຮ້າຍຫຼາຍ.”

ໃນບັນດາເຮືອນ 45 ຫຼັງທີ່ກຸ່ມດັ່ງກ່າວເວົ້າວ່າ ເຂົາເຈົ້າໄດ້ໄປຢ້ຽມຢາມໃນ ວັນຈັນແລ້ວນີ້ກໍແມ່ນເຮືອນຂອງນາງ ລີອອນນີ ຟັອດໂຊ, ຊາວນາອາຍຸ 49 ປີ. ນາງ ຟັອດໂຊ ກ່າວວ່າລາວເຊື່ອໃນການສັ່ງສອນຂອງໂບດນ້ອຍນັ້ນ, ແລະ ຈະປະຕິບັດຕາມຄຳສັ່ງຂອງເຂົາເຈົ້າທີ່ຈະບໍ່ໃສ່ໜ້າກາກ.

ນາງວົ້າວ່າ ໂບດແຫ່ງເສລີພາບ ດັ່ງກ່າວໄດ້ຢືນຢັນຄວາມຄິດຂອງລາວວ່າ COVID-19 ແມ່ນການຫຼອກລວງ. ລາວເວົ້າວ່າບໍ່ມີສະມາຊິກຄົນໃດໃນ ກຸ່ມຊາວນາ 300 ​ຄົນບ່ອນທີ່ລາວເປັນສ່ວນນຶ່ງໃນນັ້ນເຄີຍຢືນຢັນວ່າ ລາວເຄີຍ ເຫັນຄົນໄຂ້ COVID-19 ແລະ ບໍ່ມີຄົນໃດໃນນັ້ນເປັນໄຂ້ຍ້ອນສິ່ງທີ່ເອີ້ນວ່າ ໄວຣັສໂຄໂຣນາ.

COVID-19 ແມ່ນສິ່ງທີ່ເປັນຈິງຫຼາຍ, ມັນໄດ້ສັງຫານຫຼາຍກວ່ານຶ່ງລ້ານຄົນໃນ ທົ່ວໂລກນັບຕັ້ງແຕ່ເດືອນທັນວາທີ່ຜ່ານມາ. ມັນມີຫຼາຍກວ່າ 17,000 ກໍລະນີໃນ ກາເມຣູນ ພຽງປະເທດດຽວ, ແລະ ເສຍຊີວິດປະມານ​ 400 ຄົນໃນປະເທດທີ່ຕັ້ງ ຢູ່ພາກກາງຂອງ ອາຟຣິກາ ນັ້ນ.

ແຕ່ນັ້ນບໍ່ໄດ້ຢຸດໂບດແຫ່ງເສລີພາບ, ເຊິ່ງມີຜູ້ຕິດຕາມປະມານ 300 ຄົນ ແລະ ໄດ້ເຂົ້າຫາປະຊາຊົນຫຼາຍກວ່າເກົ່າ ດ້ວຍການອອກອາກາດໃນສະຖານີວິທະຍຸນະຄອນຫຼວງ ຢາອຸນເດ.

ໃນອາທິດແລ້ວນີ້, ຜູ້ປົກຄອງພາກກາງຂອງ ກາເມຣູນ ທ່ານ ນາເຊຣີ ພອລ ບີ ໄດ້ກ່າວວ່ານັກຮຽນສາມຄົນໄດ້ປະຕິເສດທີ່ຈະຮັບເອົາໃບປະກາດການສອບເສັງຈົບຊັ້ນມັດທະຍົມຂອງເຂົາເຈົ້າ ຍ້ອນເຂົາເຈົ້າຖືກຂໍໃຫ້ໃສ່ໜ້າກາກ.

ເວລາທີ່ພໍ່ແມ່ຂອງພວກນັກຮຽນຖືກເຊີນໃຫ້ໄປໂຮງຮຽນ ແລະ ຊັກຊວນໃຫ້ລູກ ຂອງເຂົາເຈົ້າໃສ່ໜ້າກາກນັ້ນ, ພວກພໍ່ແມ່ຜູ້ປົກຄອງຈະເລືອກພາລູກຂອງເຂົາເຈົ້າ ກັບບ້ານ. ເຂົາເຈົ້າເວົ້າວ່າເຂົາເຈົ້າແມ່ນສະມາຊິກຂອງໂບດດັ່ງກ່າວ.

ທ່ານ ບີ ກ່າວວ່າ “ພວກເຮົາໄດ້ປິດໂບດທີ່ວ່ານີ້ແລ້ວ ສຳລັບການຕໍ່ຕ້ານນະໂຍບາຍລັດຖະບານ. ເຈົ້າສາມາດຈິນຕະນາການໄດ້, ຊາວໜຸ່ມຂອງພວກເຮົາບາງ ຄົນໄດ້ປະຕິເສດທີ່ຈະສັກຢາ. ບາງຄົນໃນນັ້ນຕອນນີ້ໄດ້ປະຕິເສດມາດຕະການ ປ້ອງກັນຕໍ່ COVID-19. ບາງຄົນໃນນັ້ນໄດ້ປະຕິເສດແມ່ນກະທັ້ງທີ່ຈະໄປໂຮງໝໍ, ໂດຍເວົ້າວ່າຖ້າເຈົ້າຕາຍ, ເຂົາເຈົ້າສາມາດສູດມົນໃຫ້ ແລະ ເຈົ້າກໍຈະມີຊີ ວິດຄືນມາອີກ.”

ເຖິງແມ່ນໂບດຈະຖືກປິດກໍຕາມ, ພວກສະມາຊິກຂອງໂບດໄດ້ສືບຕໍ່ຈັດການສູນມົນປະຈຳວັນຂອງເຂົາເຈົ້າ ແລະ ພົບປະກັນຢູ່ຕໍ່ໜ້າຕຶກທີ່ຖືກປິດໄວ້ນັ້ນ.

ໂບດດັ່ງກ່າວເວົ້າວ່າ ເຂົາເຈົ້າຍັງໄດ້ສົ່ງ 15 ກຸ່ມທີ່ມີສະມາຊິກ 7 ຄົນ ອອກໄປສັ່ງສອນຂໍ້ຄວາມທີ່ບໍ່ຖືກຕ້ອງຂອງເຂົາເຈົ້າ ກ່ຽວກັບ COVID-19 ໃນແຕ່ລະວັນ ດ້ວຍ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG