ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

27 ຄົນ ທີ່ຖືກຈັບໄປ ເປັນໂຕປະກັນ ໃນກາເມຣູນ ຖືກປ່ອຍແລ້ວ


ພວກອະດີດໂຕປະກັນ 27 ຄົນ ເດີນທາງໄປຮອດ ສະໜາມບິນສາກົນ Yaounde Nsimalen ຂອງກາເມຣູນ.
ພວກອະດີດໂຕປະກັນ 27 ຄົນ ເດີນທາງໄປຮອດ ສະໜາມບິນສາກົນ Yaounde Nsimalen ຂອງກາເມຣູນ.

ປະທານາທິບໍດີ ​ກາ​ເມຣຸນ ກ່າວ​ວ່າ ​ໂຕ​ປະກັນ 27 ຄົນ ຊຶ່ງ​ໃນ​
ນັ້ນ ມີຮວມທັງ ພະນັກງານ​ຈີນ 10 ຄົນ ​ທີ່ໄດ້​ຖືກ​ ​ພວກ​ທີ່​ສົງ​ໄສ
​ວ່າ​ ເປັນ​ກຸ່ມຫົວຮຸນ​ແຮງ Boko Haram ຈັບ​ໄປ​ເມື່ອ​ຕົ້ນ​ປີ​ນັ້ນ ​
ໄດ້​ຖືກ​ປ່ອຍ​ໂຕ​ແລ້ວ.

ທ່ານ Paul Biya ກ່າວ​ຢູ່​ໃນ​ຖະ​ແຫລ​ງການສະບັບ​ນຶ່ງ ​ໃນ​ວັນ​
ເສົາ​ມື້​ນີ້​ວ່າ ບັນດາໂຕປະກັນ ​ທີ່​ຫາ​ກໍ່​ຖືກ​ປ່ອຍໃໝ່ໆທັງໝົດ
ຊຶ່ງ​ມີຮວມທັງພັນ​ລະ​ຍາ​ຂອງ ຮອງ​ນາຍົກລັດຖະມົນຕີກາ​ເມ
ຣຸນ ນຳ​ນັ້ນ “ປອດ​ໄພດີ.”

ທ່ານ Biya ກ່າວ​ວ່າ ພວກໂຕປະກັນ ຊຶ່ງ​ຈຸ​ນຶ່ງ​ໄດ້​ຖືກ​ລັກພາ​
ໂຕໄປ​ໃນ​ເດືອນ​ພຶດສະພາຈາກ​ເມືອງ Waza ​ແລະອີກ​ຈຸ​ນຶ່ງ ໃນ​ເດືອນ​ມິຖຸນາ ຈາກ
​ເມືອງ Kilofata ​ໄດ້​ຖືກ​ມອບໂຕໃຫ້​ແກ່ ​ເຈົ້າ​ໜ້າ​ທີ່ກາ​ເມຣຸນ.

ກາ​ເມຣຸນ ມີ​ຊາຍ​ແດນທີ່​ຍາວ​ຢຽດຕິດກັບ ​ໄນ​ຈີ​ເຣຍ ບ່ອນ​ທີ່ພວກກຸ່ມ Boko Haram ​
ໄດ້ທຳ​ການ​ກະບົດ​ຢ່າງ​ນອງ​ເລືອດ ມາ​ຕັ້ງ​ແຕ່​ປີ 2009.

ກຸ່ມ​ດັ່ງ​ກ່າວ ​ໄດ້​ຖືກຖິ້ມ​ໂທດ​ໃສ່​ວ່າ ເຮັດ​ໃຫ້​ຫລາຍ​ພັນ​ຄົນ​ເສຍ​ຊີວິດ ຢູ່​ທົ່ວ​ພາກ​ເໜືອ​
ຂອງ ​ໄນ​ຈີ​ເຣຍ ​ແລະ​ໄດ້ອ້າງ​ເອົາຄວາມ​ຮັບຜິດ​ຊອບ​ ​ໃນ​ການ​ລັກພາ​ໂຕ ພວກເດັກຍິງ
​ຫລາຍ​ກວ່າ 200 ຄົນ ​ໄປຈາກ​ເມືອງ Chibok ຂອງ​ໄນ​ຈີ​ເຣຍ ​ໃນເດືອນ​ເມສາ ທີ່​ເຮັດ​
ໃຫ້​ນາໆ​ຊາດ ມີ​ຄວາມ​ໂກດ​ແຄ້ນ.

ລັດຖະບານ​ໄນ​ຈີ​ເຣຍ ​ໄດ້ປະສົບ​ກັບ​ບັນຫາ ​ໃນ​ການ​ຢຸດ​ຢັ້ງ​ການ​ໂຈມ​ຕີ ຂອງ​ພວກ
Boko Haram ນັ້ນ ​ເຖິງ​ແມ່ນ​ໄດ້​ສົ່ງ​ທະຫານ​ຫລາຍ​ພັນ​ຄົນ ​ໄປຍັງ​ພາກ​ຕາ​ເວັນ​ອອກ
ສຽງ​ເໜືອຂອງ​ປະ​ເທດ ​ແລະ​ນຳ​ໃຊ້ມາດ​ຕະການ​ພາວະສຸກ​ເສີນ ຢູ່​ໃນ​ສາມລັດ ​ໃນ​
ເຂດ​ນັ້ນ​ກໍ​ຕາມ.

ວີດີໂອກ່ຽວກັບ ຄວາມໂຫດຮ້າຍຂອງພວກ Boko Haram:

Boko Haram Execution Video
please wait

No media source currently available

0:00 0:00:52 0:00

XS
SM
MD
LG