ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ນຳ​ຝ່າຍ​ຄ້ານ ກາ​ເມ​ຣູນ ແລະ ຜູ້​ສະ​ໜັບ​ສະ​ໜູນ ຖືກ​ປ່ອຍ​ຕົວ ອອກ​ຈາກ​ຄຸກ


ທ່ານ ມໍ​ຣິ​ສ ຄາມ​ໂຕ, ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ໃນ​ນະ​ຄອນຫຼວງ ຢາ​ອຸນ​ເດ, ປະ​ເທດ ກາ​ເມ​ຣູນ. 8 ຕຸ​ລາ, 2018.
ທ່ານ ມໍ​ຣິ​ສ ຄາມ​ໂຕ, ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ໃນ​ນະ​ຄອນຫຼວງ ຢາ​ອຸນ​ເດ, ປະ​ເທດ ກາ​ເມ​ຣູນ. 8 ຕຸ​ລາ, 2018.

ຜູ້​ນຳ​ພັກ​ຝ່າຍ​ຄ້ານ​ຄົນ​ສຳ​ຄັນ​ຂອງ ກາ​ເມ​ຣູນ ທ່ານ ໂມ​ຣິ​ສ ຄາມ​ໂຕ ໄດ້​ຍ່າງ​ອອກ​ຈາກ
​ຄຸກ​ຢ່າງ​ເປັນ​ອິດ​ສະຫຼະ​ໃນ​ວັນ​ເສົາ​ວານນີ້ ຫຼັງ​ຈາກ​ສານ​ທະ​ຫານ​ໄດ້​ສັ່ງ​ໃຫ້​ປ່ອຍ​ຕົວ​ທ່ານ
ພາຍ​ໃຕ້​ຄຳຮ້ອງ​ຂໍຂອງປະ​ທາ​ນາ​ທິ​ບໍ​ດີ ພອ​ລ ບີ​ຢາ.

ຜູ້​ນຳ​ພັກ​ຝ່າຍ​ຄ້ານ​ຄົນ​ດັ່ງ​ກ່າວ​ໄດ້​ຖືກ​ປ່ອຍ​ຕົວຫຼັງ​ຈາກ​ຖືກ​ຂັງ​ຄຸກ 9 ເດືອນ​ລຸນຫຼັງ​ການ​
ສະ​ແດງ​ຄວາມ​ປອງດອງ​ທີ່​ໜ້າ​ປະຫຼາດ​ໃຈ​ຂອງ​ທ່ານ ບີ​ຢາ, ຜູ້​ທີ່​ກຳ​ລັງ​ປະ​ເຊີນ​ກັບ​ວິ​
ກິດ​ການ​ພາຍ​ໃນ​ປະ​ເທດ ແລະ ການ​ຕຳ​ໜິ​ວິ​ຈານ​ຈາກ​ສາ​ກົນ ກ່ຽວ​ກັບ ເສ​ລີ​ພາບ​ທາງ​
ການ​ເມືອງ.

ທ່ານ ຄາມ​ໂຕ ໄດ້​ກ່າວ​ຕໍ່​ຜູ້​ສະ​ໜັບ​ສະ​ໜູນຫຼາ​ຍ​ຮ້ອຍ​ຄົນ​ຜູ້​ທີ່​ໄປ​ທັກ​ທາຍ​ທ່ານ​ວ່າ “ຂ້າ​
ພະ​ເຈົ້າ​ໄດ້​ເຫັນ​ພວກ​ທ່ານໃນ​ເວ​ລາ​ທີ່​ພວກ​ທ່ານບໍ່​ສາ​ມາດເຫັນ​ຂ້າ​ພະ​ເຈົ້າ.”

ທ່ານ​ໄດ້​ປະ​ກາດ “ປະ​ຫ​ວັດ​ໜ້າ​ໃໝ່​ໃນ​ການ​ດີ້ນ​ຮົນ​ຂອງ​ພວກ​ເຮົາ”, ໂດຍ​ເວົ້າ​ຕື່ມ​ວ່າ
“ຖ້າ​ມີ​ຄົນ​ຄິດ​ວ່າ ການ​ປົດ​ປ່ອຍ​ຂອງ​ພວກ​ເຮົາ​ໝາຍ​ເຖິງ​ການ​ສິ້ນ​ສຸດ​ຂອງ​ການ​ດີ້ນ​ຮົນ​
ຂອງ​ພວກ​ເຮົາ​ນັ້ນ ເຂົາ​ເຈົ້າ​ບໍ່​ເຂົ້າ​ໃຈ​ຫຍັງ.”

ການດີ້ນ​ຮົນ​ດັ່ງ​ກ່າວ​ຈະ “ງຽບ​ສະ​ຫງົບ”, ທ່ານ​ໄດ້​ກ່າວ​ກ່ອນ​ລົດ​ທີ່​ຖືກ​ປ້ອງ​ກັນ​ໂດຍ​ລົດ
ທີ່​ບີບ​ແກຫຼາຍ​ສິບ​ຄັນຂັບ​ອອກ​ໄປ.

ທ່ານ ຄາມ​ໂຕ, ອາ​ຍຸ 65 ປີ​ໄດ້​ຖືກ​ຈັບ​ໃນ​ທ້າຍ​ເດືອນ​ມັງ​ກອນ​ທີ່​ຜ່ານ​ມາ ຫຼັງ​ຈາກ​ການ​ປະ
​ທ້ວງ​ຂອງ​ພັກ​ຝ່າຍ​ຄ້ານ​ທີ່ງຽບ​ສະ​ຫງົບ ກ່ຽວ​ກັບ ຜົນ​ຄະ​ແນນ​ຂອງ​ການ​ເລືອກ​ຕັ້ງ​ເມື່ອ​
ເດືອນ​ຕຸ​ລາ 2018.

ຜູ້​ທີ່​ຖືກ​ຈັບ​ອີກ​ປະ​ມານ 102 ຄົນ​ກໍ​ມີ​ກຳ​ນົດ​ຖືກ​ປ່ອຍ​ຕົວ​ເຊັ່ນ​ກັນ “ຖ້າ​ເຂົາ​ເຈົ້າ​ບໍ່​ຖືກ​ຈັບ​
ສຳ​ລັບ​ບັນ​ຫາ​ອື່ນ,” ອີງ​ຕາມ​ການ​ກ່າວ​ຂອງ​ສານ​ທະ​ຫານ.

“ເປັນ​ບາດ​ກ້າວ​ທີ່​ໜ້າ​ຍິນ​ດີ.”

ທ່ານ ບີ​ຢາ ຜູ້​ທີ່​ໄດ້​ປົກ​ຄອງ​ປະ​ເທດ ກາ​ມາ​ຣູນ ດ້ວຍ​ຄວາມ​ໂຫດ​ຫ້ຽມ​ເກືອ​ບ 37 ປີ​ນັ້ນ,
ໃນ​ວັນ​ສຸກ​ທີ່​ຜ່ານ​ມາ​ໄດ້​ປະ​ກາດ​ວ່າ​ທ່ານໄດ້​ສັ່ງ​ໃຫ້​ຍົກ​ເລີກ​ການ​ຟ້ອງ​ຮ້ອງ​ດຳ​ເນີນ​ຄະ​ດີ​
ຜູ້​ນຳ​ຝ່າຍ​ຄ້ານ “ບາງ​ຄົນ”, ລວມ​ທັງ​ຈຳ​ນວນ​ນຶ່ງ​ຈາກ​ກຸ່ມ​ເຄື່ອນ​ໄຫວ​ທີ່​ສຳ​ຄັນ ສຳ​ລັບ​
ການ​ເກີດ​ໃໝ່​ຂອງ ກາ​ເມ​ຣູນ ຫຼື Rebirth of Cameroon ເຊິ່ງ​ນຳ​ໜ້າ​ໂດຍ​ທ່ານ ຄາມ
ໂຕ.

ອີກຫຼາຍ​ສິບ​ຄົນ​ກໍ​ມີ​ກຳ​ນົດ​ຖືກ​ປ່ອຍ​ຕົວ​ລວມ​ທັງ ອະ​ດີດທີ່​ປຶກ​ສາ​ດ້ານ​ເສດ​ຖະ​ກິດຂອງ
​ທ່ານ ບີ​ຢາ, ທ່ານ ຄ​ຣິ​ສ​ຕຽນ ເພັນ​ດາ ເອ​ໂຄ​ກາ, ທະ​ນາຍ​ຄວາມ ​ທ່ານ ມິ​ແຊ​ລ ເອັນ​ໂດ
​ກີ ແລະ ນັກ​ຮ້ອງ​ເພງ​ແຣັບ ທີ່​ມີ​ຊື່​ສຽງ ທ້າວ ວາ​ລ​ເຊ​ໂຣ, ເຊິ່ງ​ເປັນ​ທີ່​ຮູ້​ຈັກ​ສຳ​ລັບ​ເພງ​ທີ່
​ຕຳ​ໜິ​ວິ​ຈານ​ພັກ​ປົກ​ຄອງ​ປະ​ເທດ.

ອົງ​ການ​ນິ​ລະ​ໂທດ​ກຳ​ສາ​ກົນ ໄດ້​ເອີ້ນ​ການ​ຕັດ​ສິນ​ໃຈ​ຂອງ​ທ່ານ ບີ​ຢາ ວ່າ “ເປັນ​ບາດ
​ກ້າວ​ທີ່​ໜ້າ​ຍິນ​ດີ ສູ່​ການ​ສິ້ນ​ສຸດ​ການ​ຄວບ​ຄຸມ​ການ​ອອກ​ສຽງ​ຕໍ່​ຕ້ານ​ລັດ​ຖະ​ບານ​ໃນ ກາ​
ເມຣູນ.”

ແຕ່​ອົງ​ການ​ດັ່ງ​ກ່າວ​ຍັງ​ໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ເຈົ້າ​ໜ້າ​ທີ່ “ດຳ​ເນີ​ນ​ການຫຼາຍກວ່າ​ເກົ່າ
ດ້ວຍ​ການ​ປ່ອຍ​ຕົວ​ບຸກ​ຄົນ​ອື່ນໆ​ທີ່​ຖືກ​ຄວບ​ຄຸມ​ຕົວຕາມ​ອຳ​ເພີ​ໃຈ ສຳ​ລັບ​ການ​ໃຊ້​ສິດ​ເສ
​ລີ​ພາບ​ໃນ​ການ​ສະ​ແດງ​ຄວາມ​ຄິດ​ເຫັນ ແລະ ການ​ໂຮມ​ຊຸມ​ນຸມ​ຢ່າງ​ສະ​ຫງົບ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG