ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ນັກ​ຮຽນທີ່ ຖ​ືກ​ພວກ ແບ່ງ​ແຍກ ດິນ​ແດນ ລັກ​ພາ​ໂຕ​ໄປ ຢູ່​ກາ​ເມ​ຣູນ ໄດ້​ຖືກ ປ່ອຍ​ໂຕ ແລ້ວ


ນັກ​ຮຽນກັບ​ຜູ້ອຳ​ນວຍ​ການ​ໃຫຍ່​ຖືກ​ລັກ​ພາ​ໂຕໄປ​ຈາກ​ໂຮງ​ຮຽນວິ​ທະ​ຍາ​ສາດ ແລະ​ເທັກ​ໂນ​ໂລ​ຈີ ໃນ​ເມືອງ​ບາ​ຟຸດ, ກາ​ເມ​ຣູນ 5 ພະ​ຈິກ 2018
ນັກ​ຮຽນກັບ​ຜູ້ອຳ​ນວຍ​ການ​ໃຫຍ່​ຖືກ​ລັກ​ພາ​ໂຕໄປ​ຈາກ​ໂຮງ​ຮຽນວິ​ທະ​ຍາ​ສາດ ແລະ​ເທັກ​ໂນ​ໂລ​ຈີ ໃນ​ເມືອງ​ບາ​ຟຸດ, ກາ​ເມ​ຣູນ 5 ພະ​ຈິກ 2018

ເຈົ້າ​ໜ້າ​ທີ່​ໂບດຄ​ຣິ​ສ​ຕຽນ ນິ​ກາຍ​ໂປ​ຣ​ແຕັດ​ຕັງ​ແຫ່ງ​ນຶ່ງ ຢູ່​ກາ​ເມ​ຣູນ​ເວົ້າ​ວ່າ ນັກ​ຮຽນ 79
ຄົນ​ທີ່​ຖືກ​ລັກ​ພາ​ໂຕໄປ​ຈາກ​ໂຮງ​ຮຽນ ພ້ອມ​ກັບ​ຜູ້ອຳ​ນວຍ​ການ​ໃຫຍ່​ຂອງ ພວກ​ເຂົາ​ໄດ້
​ຖືກ​ປ່ອຍ​ໂຕ​ແລ້ວ.

ພວກ​ນັກ​ລົບ​ຫົວ​ຮຸນ​ແຮງ ​ທີ່​ເວົ້າ​ພາ​ສາ​ອັງ​ກິດ ໄດ້​ຖືກ​ກ່າວ​ຫາ​ວ່າ ລັກ​ພາ​ໂຕ ພວກ​ນັກ​ຮຽນ​
ດັ່ງ​ກ່າວ​ໄປ ໃນ​ວັນ​ຈັນ​ທີ່​ຜ່ານ​ມາ ຈ​າກ​ໂຮງ​ຮຽນ​ຂອງ​ໂບດ​ຢູ່​ໃນ​ເມືອງບາ​ແມນ​ດາ ຢູ່​ໃນ
​ເຂດ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ກາ​ເມ​ຣູນ ທີ່​ມີ​ບັນ​ຫາ​ຢູ່ນັ້ນ.

ເຈົ້າ​ໜ້າ​ທີ່​ຄົນ​ນັ້ນ ເວົ້າ​ອີກວ່າ ພວກ​ເດັກ​ຊາຍ​ເຫລົ່າ​ນັ້ນ ມີ​ອາ​ຍຸ​ປະ​ມານ 11 ຫາ 17 ປີ
ແມ່ນ​ຖືກ​ທໍ​ລະ​ມານ​ທາງ​ດ້ານ​ຈິດ​ໃຈ ແຕ່ ກໍ​ຍັງ​ມີ​ສຸ​ຂະ​ພາບ​ແຂງ​ແຮງ​ດີຢູ່.

ນັກ​ຮຽນຢູ່​ໂຮງ​ຮຽນ ວິ​ທະ​ຍາ​ສາດ ແລະ​ເທັກ​ໂນ​ໂລ​ຈີ ໃນ​ກາ​ເມ​ຣູນ ພາ​ກັນ​ມາ​ໂຮມ​ກັນ​ຢູ່ ພາຍ​ຫລັງ​ທີ່​ໝູ່ ແລະ​ຜູ້​ອຳ​ນວຍ​ການ​ໃຫຍ່​ຂອງ​ພວກ​ເຂົາ​ຖືກ​ລັກ​ພາ​ໂຕໄປ​ໃນ​ວັນ​ທີ 5 ພະ​ຈິກ 2018
ນັກ​ຮຽນຢູ່​ໂຮງ​ຮຽນ ວິ​ທະ​ຍາ​ສາດ ແລະ​ເທັກ​ໂນ​ໂລ​ຈີ ໃນ​ກາ​ເມ​ຣູນ ພາ​ກັນ​ມາ​ໂຮມ​ກັນ​ຢູ່ ພາຍ​ຫລັງ​ທີ່​ໝູ່ ແລະ​ຜູ້​ອຳ​ນວຍ​ການ​ໃຫຍ່​ຂອງ​ພວກ​ເຂົາ​ຖືກ​ລັກ​ພາ​ໂຕໄປ​ໃນ​ວັນ​ທີ 5 ພະ​ຈິກ 2018

ເຫດ​ຜົນ​ແທ້ໆ ວ່າ​ເປັນ​ຫຍັງ​ພວກ​ເຂົາ​ຈຶ່ງ​ຖືກ​ປ່ອຍ​ຕົວຍັງ​ບໍ່​ມີ​ໃຜ​ຮູ້​ເທື່ອ ແຕ່​ວ່າພະ​ນັກ​ງານ
3 ຄົນ ທີ່​ຖືກ​ລັກ​ພາ​ໂຕ​ໄປ​ພ້ອມ​ກັບ​ນັກ​ຮຽນ​ພວກ​ນັ້ນ ຍັງ​ຖືກ​ກັກ​ຂັງ ໄວ້​ຢູ່​ໃນ​ວັນ​ພຸດ​ວານນີ້.

ນັກ​ຮຽນ 11 ຄົນ ກໍ​ຖືກ​ລັກ​ພາ​ໂຕ​ເຊັ່ນ​ກັນ​ໃນ​ວັນ​ທີ 31 ຕຸ​ລາ ແລະ​ກໍ​ຖືກ​ປ່ອຍ​ໂຕໃນ​ເວ​ລາ​ຕໍ່​ມາ.

ຢູ່​ໃນ​ວີ​ດິ​ໂອສາກ​ນຶ່ງທີ່​ເປີດ​ເຜີຍ​ຜ່ານ​ສື່​ສັງ​ຄົມ​ອອນ​ລາຍ ສະ​ແດງ​ໃຫ້​ເຫັນວ່າ ພວກ​ລັກ​ພາ​
ໂຕພາ​ກັນ​ຮ້ອງນັກ​ຮຽນ​ພວກນັ້ນວ່າ "ເດັກ​ຊາຍອາມ​ບາ," ຊຶ່ງ​ໝາຍ​ເຖິງເຂດ Ambazonia
ທີ່​ປະ​ກາດ​ຕົນ​ເອງວ່າ ເປັນ​ເຂດ​ເວົ້າ​ພາ​ສາ​ອັງ​ກິດ ທີ່​ພວກ​ແບ່ງ​ແຍກ​ດິນ​ແດນ​ທີ່​ປະ​ກອບ
​ອາ​ວຸດ​ໃນ​ກາ​ເມ​ຣູນ ກຳ​ລັງ​ຕໍ່​ສູ້​ເພື່ອ​ຍາດ​ເອົາ​ເອ​ກະ​ລາດ.

ການສູ້ລົບກັນໄດ້ມີຂຶ້ນຢູ່ໃນພາກຕາເວັນຕົກສຽງເໜືອ ບ່ອນທີ່ປາກພາສາອັງກິດແລະ
ເຂດຕາເວັນຕົກສຽງໃຕ້ຂອງກາເມຣູນ ເວລາພວກນາຍຄູແລະທະນາຍຄວາມຈົ່ມວ່າ ມີ
ການຈຳແນກ ເລື້ອງການສຶກສາ ແລະລະບົບຍຸຕິທຳໂດຍພວກທີ່ປາກພາສາຟຣັ່ງເປັນ
ສ່ວນໃຫຍ່ນັ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG