ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເຈົ້າຄອງນະຄອນຫຼວງ ລອນດອນ ຢາກໃຫ້ ອັງກິດ ຖອນໂຕ ອອກຈາກ ສະຫະພາບຢູໂຣບ


London Mayor Wants Britain to Exit EU
please wait

No media source currently available

0:00 0:01:00 0:00

ເຊີນຊົມ ວີດີໂອ ລາຍງານນີ້

ເຈົ້າຄອງນະຄອນຫຼວງລອນດອນ ທ່ານ Boris Johnson
ໄດ້ແຍກ ທາງກັບ ນາຍົກລັດຖະມົນຕີອັງກິດ ທ່ານ David
Cameron ໃນວັນອາທິດວານນີ້ ໂດຍປະກາດວ່າ ທ່ານຈະ
ເຂົ້າຮ່ວມນຳ ການລົນນະລົງເພື່ອຮຽກຮ້ອງໃຫ້ອັງກິດ ຖອນ
ໂຕອອກຈາກການເປັນສະມາຊິກ ສະຫະພາບຢູໂຣບ.

ທ່ານຈອນຊັ້ນ ເປັນຜູ້ທີ່ໄດ້ຮັບຄວາມນິຍົມຊົມຊອບ ຫຼາຍທີ່
ສຸດຄົນໜຶ່ງຂອງອັງກິດ ແຕ່ເປັນນັກການເມືອງ ທີ່ບໍ່ໄປຕາມ
ຫຼັກການ ຜູ້ທີ່ໄດ້ກາຍມາມີຊື່ສຽງສູງສຸດຄົນໜຶ່ງ ຂອງ ພັກ
ອະນຸລັກນິຍົມ ທີ່ໄດ້ແຍກໂຕຈາກ ແນວຄິດ ພັກອະນຸລັກນິຍົມ ຂອງທ່ານ Cameron
ທີ່ວ່າ ອັງກິດແມ່ນຈະດີສຸດ ຄັນຍັງຄົງຢູ່ເປັນສະມາຊິກ ຂອງ 28 ປະເທດຕໍ່ໄປ ໃນສະຫະ
ພາບຢູໂຣບ. ທ່ານແຄມເມີລອນ ໄດ້ກຳນົດໃຫ້ ວັນທີ 23 ມິຖຸນາ ເປັນມື້ລົງປະຊາມະຕິ
ກ່ຽວກັບເລື່ອງນີ້.

ນາຍົກລັດຖະມົນຕີ ອັງກິດ ທ່ານ David Cameron ກ່າວຖະແຫລງຢູ່ນອກ ບ້ານພັກຂອງນາຍົກ ເຮືອນເລກທີ 10 ຖະໜົນ Downing ໃນນະຄອນລອນດອນ, ວັນທີ 20 ກຸມພາ 2016.
ນາຍົກລັດຖະມົນຕີ ອັງກິດ ທ່ານ David Cameron ກ່າວຖະແຫລງຢູ່ນອກ ບ້ານພັກຂອງນາຍົກ ເຮືອນເລກທີ 10 ຖະໜົນ Downing ໃນນະຄອນລອນດອນ, ວັນທີ 20 ກຸມພາ 2016.

ເມື່ອສັບປະດາແລ້ວນີ້ ທ່ານແຄມເມີລອນ ໄດ້ຮັບການຍິນຍອມໃຫ້ ໃນບາງສ່ວນ ຈາກຜູ້ນຳ
ປະເທດໃນຢູໂຣບອື່ນໆ ເພື່ອເຮັດໃຫ້ອັງກິດ ໄດ້ຢູ່ເປັນສະມາຊິກ ໃນສະຫະພາບຢູໂຣບ ຕໍ່ໄປ.

ການຕົກລົງກັນນັ້ນ ຈະໃຫ້ລອນດອນໄດ້ຮັບການປົກປ້ອງ ຈາກເງື່ອນໄຂ ທີ່ຕ້ອງການບາງ
ສ່ວນ ທີ່ຕົນບໍ່ມັກ ເຊັ່ນວ່າ ການສະໜອງຜົນປະໂຫຍດທີ່ເທົ່າທຽມກັນ ຕໍ່ພົນລະເມືອງຂອງ
ສະຫະພາບຢູໂຣບທັງໝົດ ຜູ້ທີ່ອາໄສຢູ່ໃນອັງກິດ ແລະ ປະກອບສ່ວນເຂົ້າໃນການກອບກູ້
ເສດຖະກິດ ທາງດ້ານການເງິນ ສຳລັບບັນດາສະມາຊິກ ຂອງ 19 ປະເທດ ໃນກຸ່ມທີ່ໃຊ້
ເງິນຢູໂຣ ເຖິງແມ່ນວ່າ ອັງກິດຈະບໍ່ໃຊ້ເງິນຢູໂຣກໍ່ຕາມ.

XS
SM
MD
LG