ພະນັກງານຊາວກຳປູເຈຍຫຼາຍສິບຄົນຢູ່ສະຖານທູດສະຫະລັດ ໃນກຳປູເຈຍ ພາກັນປະທ້ວງໂດຍກ່າວອ້າງວ່າພວກເຂົາເຈົ້າໄດ້ຖືກໄລ່ອອກຈາກການຢ່າງຜິດພາດໃນຂໍ້ກ່າວຫາວ່າໄດ້ເອົາຮູບໂປ້ເດັກນ້ອຍໃຫ້ກັນເບິ່ງ.
ໃນເດືອນເມສາທີ່ຜ່ານມາ ສະຖານທູດສະຫະລັດໄດ້ໄລ່ພະນັກງານ 32 ຄົນ ທີ່ອ້າງວ່າຕົນໄດ້ຖືກໄລ່ອອກ ຍ້ອນເຂົາເຈົ້າໄດ້ຖືກເອົາບັນຊີເຟັສບຸກຂອງຕົນ ເຊື່ອມເຂົ້າຢູ່ໃນກຸ່ມເຟສບຸກທີ່ມີສະມາຊິກຄົນນຶ່ງ ເອົາຮູບໂປ້ເດັກນ້ອຍແຊໃຫ້ ຄົນອື່ນເບິ່ງນໍາ.
ສະຖານທູດຍັງບໍ່ໄດ້ໃຫ້ຄໍາອະທິບາຍກ່ຽວກັບກໍລະນີດັ່ງກ່າວ ແຕ່ວ່າພວກປະທ້ວງກ່າວວ່າເຂົາເຈົ້າໄດ້ຖືກເອົາບັນຊີຂອງຕົນເຊື່ອເຂົ້າໃສ່ໃນກຸ່ມໂດຍບໍ່ໄດ້ສະໝັກໃຈແຕ່ຢ່າງໃດແລະຖືກໄລ່ອອກຢ່າງບໍ່ທ່ຽງທໍາ ໃນກະທົງທີ່ທຳລາຍຊື່ສຽງເຂົາເຈົ້າຢ່າງຮ້າຍແຮງ.
ທ້າວດີ ຈັນຕູທີ່ບອກວີໂອເອວ່າລາວໄດ້ເຮັດວຽກເປັນນາຍຍາມໃຫ້ແກ່ສະຖານທູດໄດ້ຫົກປີແລ້ວ ກ່າວວ່າ ລາວໄດ້ຖືກເອົາບັນຊີເພີ້ມເຂົ້າໃສ່ກຸ່ມເຟສບຸກ ໂດຍບໍ່ໄດ້ຂໍຄໍາເຫັນເຫັນພ້ອມເຕັມໃຈຂອງລາວເລີຍ.
ລາວກ່າວວ່າ “ໝູ່ຂອງລາວຄົນນຶ່ງໄດ້ເອົາບັນຊີຂອງລາວເພີ້ມເຂົ້າໃສ່ ແລ້ວໂຄງານ ສຳລັບເຟສບຸກແບບກໍໄດ້ເອົາຂ້ອຍເຂົ້າໄປຢູ່ໃນກຸ່ມທີ່ສົ່ງຂໍ້ຄວາມທີ່ຂ້າພະເຈົ້າບໍ່ໄດ້ຮັບເອົາ ຢ່າງອັດຕະໂນມັດເລີຍ.”
“ແລະຂ້າພະເຈົ້າບໍ່ໄດ້ເຫັນຫຍັງໝົດ ແລະຈາກນັ້ນ ເຂົາເຈົ້າກ່າວຫາຂ້າພະເຈົ້າວ່າໄດ້ເບິ່ງຮູບໂປ້ເດັກນ້ອຍ.”
ຄົນຈຳນວນນຶ່ງທີ່ຄືກັນກັບທ້າວຈັນຕູ ກ່າວວ່າ ເຂົາເຈົ້າພຽງແຕ່ພະຍາຍາ ຫາທາງເຮັດໃຫ້ຊື່ເຂົາເຈົ້າຖືກລົບລ້າງອອກຈາກກຸ່ມນັ້ນ ໃນຂະນະທີ່ຄົນອື່ນໆຮຽກຮ້ອງເອົາຄ່າເສຍຫາຍທີ່ໄດ້ຂາດລາຍຮັບໄປ.
ສະຖານທູດສະຫະລັດປະຕິເສດທີ່ຈະໃຫ້ຄໍາຄິດເຫັນໃດໆ ວ່າມີການສືບສວນຈາກລັດຖະບານກາງ FBI ຫຼືລາຍລະອຽດທີ່ສະເພາະເຈາະຈົງກ່ຽວກັບການໄລ່ອອກຢູ່ໃນອີແມລຕອບຄືນຫາວີໂອເອ.