ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ນໍາ ​ຝ່າຍ​ຄ້ານ​ ກໍາປູ​ເຈຍ ທ່ານ Sam Rainsy ​ໄປຂຶ້ນສານ ທີ່ ກຸງ​ພະນົມເປັນ (ວີດີໂອ)


ທ່ານ Sam Rainsy (ຂວາ) ຫົວໜ້າພັກກູ້​ຊາດກໍາປູ​ເຈຍ ຫລື CNRP.
ທ່ານ Sam Rainsy (ຂວາ) ຫົວໜ້າພັກກູ້​ຊາດກໍາປູ​ເຈຍ ຫລື CNRP.
ຜູ້​ນໍາ​ຝ່າຍ​ຄ້ານ​ຂອງ​ກໍາປູ​ເຈຍທ່ານ Sam Rainsy ​ໄດ້​ໄປປະກົດ
ຕົວທີ່ສານ​ໃນ​ກຸງ​ພະນົມ​ເປັນ​ໃນ​ວັນ​ອັງຄານ​ວານ​ນີ້ ​ເພື່ອ​ຕອບ
​ຄຳຖາມ​ໃນ​ການ​ກ່າວ​ອ້າງທີ່ວ່າ “​ເປັນ​ຜູ້​ຍຸຍົງໃຫ້ປະ ຊາຊົນເກີດ
ຄວາມວຸ້ນວາຍ” ​ໃນ​ລະຫວ່າງ​ການ​ປະ​ທ້ວງ​ຂອງ​ພວກ​ເ​ເຮ​ງ
ງານ​ເມື່ອ​ໝໍ່ໆ​ມາ​ນີ້.

​ມີ 5 ຄົນ ​ເສຍ​ຊີວິດ​ໃນລະຫວ່າງ​ການ​ປາບປາມຂອງ​ຕໍາຫຼວດ
​ ຕໍ່ພວກປະ​ທ້ວງ​ເມື່ອ​ຕົ້ນ​ເດືອນ​ມັງ​ກອນ​ນີ້ ທີ່​ໄດ້ຮຽກຮ້ອງຂໍຂຶ້ນ
ເງິນ​ເ​ດືອນ​ໃຫ້​ແກ່​ພວກ​ພະນັກງານ ​ຂອງໂຮງງານ​ຕັດຫຍິບ​
​ໃກ້ໆ​ກັບ​ນະຄອນຫຼວງ​ນັ້ນ.

ທ່ານ Sam Rainsy ຫົວໜ້າ​ພັກກູ້​ຊາດກໍາປູ​ເຈຍຫລື CNRP ​ໄດ້​ສະໜັບສະໜູນ
ພວກ​ປະ​ທ້ວງ ​ແຕ່​ປະຕິ​ເສດ​ວ່າບໍ່ໄດ້ຍຸຍົງໃຫ້ເກີດ​ຄວາມ​ຮຸນແຮງ ໂດຍ​ກ່າວ​ວ່າ
ການ​ກ່າວ​ຫາເຫຼົ່າ​ນີ້ ແມ່ນ​ມີ​ຈຸດປະສົງ​ທາງ​ການ​ເມືອງ.

ທ່ານ Sam Rainsy ​ແລະ​ຮອງ​ຂອງ​ທ່ານຄືທ່ານ Kem Sokha ​ໄດ້​ຖືກ​ຕ້ອນຮັບ​ຈາກ​
ພວກ​ທີ່​ສະໜັບ​ສະ​ນູນຫຼາຍ​ພັນ​ຄົນ ​ໃນ​ຂະນະ​ທີ່​ພວກ​ທ່ານ​ທັງ​ສອງ​ໄດ້​ຍ່າງເຂົ້າ​ໄປ​ໃນ
ສານ​ ​ກຸງ​ພະນົມ​ເປັນ ​ເພື່ອໃຫ້ການນັ້ນ.

ທ່ານ Mu Sochua ສະມາຊິກ​ສະພາຝ່າຍ​ຄ້ານ ກ່າວ​ວ່າ ​ລັດຖະບານບໍ່​ມີ​ຫຼັກ​ຖານ
​ເພື່ອ​ສະໜັບສະໜູນ ​ໃນ​ການ​ກ່າວ​ອ້າງ​ທີ່​ວ່າ ພັກກູ້​ຊາດກໍາປູ​ເຈຍ ​ເປັນ​ຜູ້​ຍຸຍົງ​ໃຫ້
ກໍ່ຄວາມຮຸນ​ແຮງ​ດັ່ງກ່າວ.

​ໃນເຫດຮ້າຍເມື່ອ​ວັນ​ທີ ​3 ມັງ​ກອນຜ່ານ​ມາ​ນີ້ ມີ 5 ຄົນ ​ໄດ້​ຖືກ​ສັງຫານ ​ແລະບາດ
​ເຈັບ ອີກ 40 ຄົນ ໃນການ​ຍິງ​ປືນເຂົ້າໃສ່​ຝູງຊົນ ທີ່​ທໍາ​ການ​ປະ​ທ້ວງ ຢູ່ນອກກຸງ​
ພະນົມ​ເປັນ​ ໂດຍທະຫານກຳລັງພິເສດນັ້ນ. ​

ທ່ານຣັງສີ ໄປຂຶ້ນສານ
please wait

No media source currently available

0:00 0:01:58 0:00
XS
SM
MD
LG