ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກຝ່າຍຄ້ານ ກໍາປູ​ເຈຍ​ ​ຂູ່ວ່າ​ ​ຈະ​​ນັດ​ຢຸດ​ງານ ປະທ້ວງ ລັດຖະບານ (ວີດີໂອ)


ທ່ານ ​ແຊມ ຣັງສີ ປະທານຂອງພັກກູ້​ຊາດກຳປູ​ເຈຍ
ພົບປະຝູງຊົນ ໃນສວນສາທາລະນະ Freedom Park, ກັນຍາ 17, 2013.
ທ່ານ ​ແຊມ ຣັງສີ ປະທານຂອງພັກກູ້​ຊາດກຳປູ​ເຈຍ ພົບປະຝູງຊົນ ໃນສວນສາທາລະນະ Freedom Park, ກັນຍາ 17, 2013.
ພັກຝ່າຍຄ້ານຂອງກໍາປູ​ເຈຍ​ ​ໄດ້ຂົ່ມຂູ່​ວ່າ ​ຈະ​ມີ​ການ​ນັດ​ຢຸດ​ງານ
​ໃນ​ຂະນະ​ທີ່​ພັກ​ດັ່ງກ່າວ ​ຂະຫຍາ​ຍການ​ປະ​ທ້ວງຕໍ່ຕ້ານ​ການ​ໄດ້
​ຮັບ​ໄຊຊະນະ​ ໃນ​ການ​ເລືອກ​ຕັ້ງ ທີ່​ຍັງ​ມີ​ການ​ຂັດ​ແຍ້​ງກັນ ຂອງ
ນາຍົກລັດຖະມົນຕີຮຸນເຊນ.

ຜູ້​ນໍາ​ຂອງພັກ​ກູ້​ຊາດກຳປູ​ເຈຍ ຫຼື CNRP ທ່ານ ​ແຊມ ຣັງສີ
​ໄດ້​ກ່າວ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ການ​ນັດ​ຢຸດ​ງານ​ເປັນ​ເວລາ​ນຶ່ງ​ມື້​
ຈະ​ເປັນ​ການ​ຕອບ​ໂຕ້​ຕໍ່​ອັນ​ທີ່​ທ່ານ​ເອີ້ນ​ວ່າ “ລັດຖະປະຫານ
​ທາງ​ລັດຖະທໍາ​ມະນູນ” ​ໂດຍ​ລັດຖະບານ.

​ທ່ານ​ແຊມ ຣັງ​ສີ ເວົ້າວ່າ “​ຍັງ​ມີ​ຄວາມ​ຄິດ​ລອຍໆ​ຢູ່ ກ່ຽວ​ກັບ
ຄວາມ​ຄິດ​ໃນ​ການ​ນັດ​ຢຸດ​ງານ​ທົ່ວ​ໄປ ດັ່ງນັ້ນ ​ໃນ​ທົ່ວ​ປະ​ເທດ​ທັງ​ໝົດ ​ເປັນ​ເວລາ​ນຶ່ງມື້
ພວກ​ເຮົາຈະ​ຮຽກ ​ໃຫ້​ມີ​ການ​ນັດ​ຢຸດ​ງານ. ​ໂຮງງານ​ຕ່າງໆ ພວກ​ລັດຖະກອນ​ທັງ​ໝົດ ​
ເຈົ້າຂອງຮ້ານ​ຂາຍ​ເຄື່ອງ​ທັງ​ໝົດຈະ​ພາກັນ​ຢຸດ​ເຮັດວຽກ​ໃນ​ມື້ນີ້.”

ພັກຝ່າຍຄ້ານ ​ໄດ້​ປະຕິ​ເສດ ບໍ່​ຍອມ​ເຂົ້າ​ກອງ​ປະຊຸມ​ສະ​ພາ​ແຫ່ງ​ຊາດ ຈົນ​ກວ່າ​ວ່າ​ທາງ​
ລັດຖະບານ​ຈະ​ຕົກລົງໃຫ້​ມີ​ການ​ກວດກາ​ຢ່າງ​ເປັນອິດ​ສະຫລະເບິ່ງ​ການ​ສໍ້​ໂກງ​ຄະ​ແນນ
ສຽງ​ໃນ​ການ ​ເລືອກ​ຕັ້ງ ເມື່ອເດືອນກໍລະກົດຜ່ານ​ມາ ທີ່​ພາ​ໃຫ້ພັກປະຊາຊົນ​ກໍາປູ​ເຈຍທີ່
ປົກຄອງ​ປະ​ເທດ​ມາ​ເປັນ​ເວລາ​ດົນ​ນານນັ້ນ ຢູ່​ໃນ​ອໍານາດ​ຕໍ່​ໄປ.

ທ່ານ ແຊມ ຣັງສີ ​ໄດ້​ກ່າວ​ວ່າ ພັກ CNRP ຈະ​ບໍ່ຮ່ວມມື ​“ບໍ່​ວ່າໃນວິທີໃດກໍ​ຕາມ” ກັບທາງ
​ສະພາ​ແຫ່ງ​ຊາດຫລື​ລັດຖະບານ ​ໂດຍ​ໂຕ້​ແຍ້​ງ​ວ່າ ອິດ​ທິພົນ​ໃນ​ການ​ຕໍ່​ລອງ​ຂອງ​ຕົນ​ແມ່ນ
ເຂັ້ມ​ແຂງ​ທີ່​ສຸດ ຢູ່ນອກ​ສະພາ. ທ່ານຍັງກ່າວອີກວ່າ ອາດຈະມີການປະທ້ວງເພີ່ມຂຶ້ນອີກ
ຖ້າຫາກວ່າ ພັກລັດຖະບານຍັງຈະສືບ​ຕໍ່ເມີນເສີຍຕໍ່ຄວາມຮຽກຮ້ອງຕ້ອງການຂອງປະຊາ ຊົນ.

ການ​ໃຫ້ຄວາມເຫັນຂອງທ່ານ ມີຂຶ້ນນຶ່ງມື້ ຫຼັງຈາກທ່ານຮຸນເຊນ ໄດ້​ຖືກ​ເລືອກ​ໂດຍສະພາ
ທີ່​ໄຂຂຶ້ນ​ໂດ​ຍບໍ່​ມີ​ພັກ​ຝ່າຍ​ຄ້ານ​ເຂົ້າຮ່ວມ​ໃນ​ມື້ວັນ​ຈັນ​ຜ່ານ​ມາ. ພັກ CNRP ກ່າວວ່າ ການ
ເປີດສະພາ ໂດ ບໍ່ມີສະມາຊິກຂອງພັກຝ່າຍຄ້ານ​ເຂົ້າຮ່ວມ​ຕາມ​ທີ່​ບັງຄັບ​ນັ້ນ ແມ່ນຜິດ
ກົດໝາຍ.

CAMBODIA POLITICS VOSOT.mov
please wait

No media source currently available

0:00 0:01:52 0:00
XS
SM
MD
LG