ປະຊາຊົນຊາວກໍາປູເຈຍມີຄວາມຍິນດີກ່ຽວກັບການຕັດສິນຂອງສານຕັດສິນໂທດພວກຂະເໝນແດງ ໃນວັນພະຫັດວານນີ້ ຫຼັງຈາກສານທີ່ສະໜັບສະໜຸນ ໂດຍອົງການສະຫະປະຊາຊາດ ເຫັນພ້ອມການລົງໂທດໃນຖານຂ້າລ້າງເຜົ່າພັນຕໍ່ອະ ດີດຜູ້ນໍາຂະເໝນແດງ ທ່ານຂຽວ ສຳພັນ ໃນການຕັດສິນຂັ້ນທຸດທ້າຍໃນຄວາມພະຍາຍາມທີ່ມີມາຍາວນານ ເພື່ອໃຫ້ຄວາມຍຸຕິທໍາແກ່ຜູ້ເຄາະຮ້າຍຂອງລະບອບຜະເດັດການ ໂປນ ປົດ.
ໃນການພິຈາລະນາຄໍາຕັດສິນ, ຜູ້ພິພາກສາ ກົງ ຊຣິມ (Kong Srim) ຈາກສານສູງສຸດຂອງສານພິເສດກໍາປູເຈຍ ຫຼື ECCC ພົບວ່າ ສານຊັ້ນຕົ້ນ, ເຊິ່ງຮູ້ໃນອີກຊື່ນຶ່ງວ່າ ເປັນສະພາພິຈາລະນາຄະດີ, ບໍ່ມີຄວາມຜິດໃດໆ ໃນປີ 2018 ທີ່ພົບວ່າ ຜູ້ຕ້ອງຫາຊຶ່ງປັດຈຸບັນນີ້ ມີອາຍຸ 91 ປີ, ມີຄວາມຜິດໃນຂໍ້ຫາຂ້າລ້າງເຜົ່າພັນ.
ທ່ານຜູ້ພິພາກສາກ່າວຢູ່ໃນຫ້ອງພິຈາລະນາຄະດີທີ່ບັນຈຸຜູ້ຄົນຈໍານວນຫຼາຍວ່າ “ຄໍາຕັດສິນກ່ຽວກັບອາຊະຍາກໍາໃນການຂ້າລ້າງເຜົ່າພັນຂອງຂຽວ ສໍາພັນ ໄດ້ຮັບການຢືນຢັນ,” ໃນລະຫວ່າງທີ່ຜູ້ເຄາະຮ້າຍຫຼາຍຮ້ອຍຄົນ ລວມທັງປະຊາຊົນເຊື້ອຊາຍຊາວຫວຽດນາມ ແລະຊາວມຸສລິມຈາມ ພ້ອມທັງບັນດາຄອບຄົວຂອງພວກເຂົາເຈົ້າ ທີ່ພາກັນລໍຖ້າຮັບຟັງການຕັດສິນຢູ່ເດີ່ນດ້ານນອກຂອງສານ ແລະເບິ່ງການດໍາເນີນຄະດີ ຜ່ານໜ້າຈໍໂທລະພາບຂະໜາດໃຫຍ່.
ສະພາພິຈາລະນາຄະດີພົບວ່າ ຂຽວ ສໍາພັນ ແລະອະດີດຜູ້ນໍາຂະເໝນແດງ ນວນ ເຈຍ ມີຄວາມຜິດໃນຂໍ້ຫາການຂ້າລ້າງເຜົ່າພັນ ເມື່ອປີ 2018.
ນວນ ເຈຍ, ເປັນເຈົ້າໜ້າທີ່ຂັ້ນສູງອັນດັບສອງ ຮອງຈາກຜູ້ນໍາຂະເໝນແດງ ໂປນ ປົດ, ແລະດ້ວຍເຫດນັ້ນ ຈຶ່ງຮູ້ກັນໃນອີກຊື່ນຶ່ງວ່າ “ອ້າຍໝາຍເລກສອງ.” ນວນ ເຈຍ, ເສຍຊີວິດກ່ອນການຮັບຟັງການພິຈາລະນາຄະດີຂອງລາວ.
ຂຽວ ສໍາພັນ, ເປັນຜູ້ນໍາຄົນສຸດທ້າຍທີ່ຍັງມີຊີວິດ ແລະຮັບຜິດຊອບຕໍ່ການເສຍຊີວິດຂອງປະຊາຊົນປະມານ 2 ລ້ານຄົນ ໃນປີ 1975, ເມື່ອ ໂປນ ປົດ ແລະບັນດາຜູ້ນໍາຫົວຮຸນແຮງ ລັດທິເໝົາເຊຕຸງ ມີການກໍານົດກົດເກນສັງຄົມຊາວນາຂອງພວກເຂົາ ໄປທົ່ວປະເທດກໍາປູເຈຍ.
ລະບົບສະກຸນເງິນຂອງຊາດ, ການສຶກສາ ແລະຮ່ອງຮອຍວັດທະນະທໍາຂອງຂະເໝນ ໄດ້ຖືກລຶບລ້າງທໍາລາຍໄປໝົດ, ເນື່ອງຈາກມີການສັງຫານໝູ່ດໍາເນີນໄປຢູ່ນັ້ນ ບໍ່ມີຜູ້ໃດມີຄວາມສໍາຄັນພໍທີ່ຈະໄດ້ຮັບການຍົກເວັ້ນເລີຍ.