ກຳປູເຈຍໄດ້ປ່ອຍບັນດາສະມາຊິກພັກຝ່າຍຄ້ານຂອງປະເທດ ທີ່ໄດ້ຖືກຍຸບ ຈຳນວນ
14 ຄົນ ຫຼັງຈາກການເລືອກຕັ້ງ ທີ່ເປັນຂ່າວນອງນັນ ທີ່ໄດ້ແກ່ຍາວການກຳອຳນາດຂອງ
ນາຍົກລັດຖະມົນຕີຮຸນເຊນ ທີ່ໄດ້ປົກຄອງປະເທດມາໄດ້ 3 ທົດສະວັດແລ້ວນັ້ນ
ອອກໄປຕື່ມອີກ.
ບັນດາສະມາຊິກພັກຝ່າຍຄ້ານດັ່ງກ່າວ ໄດ້ຖືກປ່ອຍ ໃນເຊົ້າວັນອັງຄານມື້ນີ້ ຈາກຄຸກເປຣ
ຊາຣ໌ ໃນນະຄອນພະນົມເປັນ ຫຼັງຈາກທີ່ໄດ້ຮັບການໃຫ້ອະໄພຍະໂທດຈາກກະສັດຂອງ
ກຳປູເຈຍ. ພວກເຂົາເຈົ້າຖືກພົບເຫັນວ່າມີຄວາມຜິດໃນຖານກໍ່ຈະລາຈົນ ຫຼັງຈາກທີ່ໄດ້ປະກອບສ່ວນເຂົ້າຮ່ວມ ໃນການປະທ້ວງຢູ່ຕາມຖະໜົນຫົນທາງ ທີ່ພາໃຫ້ເກີດຄວາມຮຸນ
ແຮງ ປີ 2014 ນັ້ນ. ພວກເຂົາເຈົ້າໄດ້ຖືກຕັດສິນໂທດ ໃຫ້ຕິດຄຸກ ລະຫວ່າງ 7 ຫາ 20 ປີ.
ການໃຫ້ອະໄພຍະໂທດ ໄດ້ມີຂຶ້ນ ຫຼັງຈາກທີ່ພວກເຂົາເຈົ້າອອກຖະແຫຼງການຂໍຂະມາໂທດ
ໃນການເອົາບາດກ້າວດັ່ງກ່າວນັ້ນ.
ບັນດາສະມາຊິກຈຳນວນ 14 ຄົນ ຂອງພັກກູ້ຊາດ ຊຶ່ງເປັນຝ່າຍຄ້ານກຳປູເຈຍ ຫຼື Cam-
bodia National Rescue Party ທີ່ໄດ້ຖືກຍຸບ ໃນປີກາຍນີ້ ໂດຍສານສູງສຸດຂອງປະເທດ
ເພື່ອແຜ້ວທາງໃຫ້ແກ່ພັກປະຊາຊົນກຳປູເຈຍ ຂອງທ່ານຮຸນເຊນ ທີ່ເປັນພັກລັດຖະບານ
ປົກຄອງປະເທດຢູ່ໃນເວລານີ້ ຊະນະການເລືອກຕັ້ງຢ່າງຂາດຮອຍໝົດ ທັງ 125 ບ່ອນນັ່ງ
ຢູ່ໃນສະພາ ໃນການເລືອກຕັ້ງທົ່ວໄປໃນເດືອນແລ້ວນີ້. 19 ພັກການເມືອງນ້ອຍໆ ໄດ້ເຂົ້າ
ຮ່ວມ ໃນການເລືອກຕັ້ງ, ແຕ່ເປັນພຽງການຄັດຄ້ານເລັກໆນ້ອຍໆເທົ່ານັ້ນ.
ການຊະນະຢ່າງຖ້ວມລົ້ນດັ່ງກ່າວນີ້ ຈະເຮັດໃຫ້ທ່ານຮຸນເຊນ ທີ່ປົກຄອງປະເທດ ມາໄດ້
33 ປີແລ້ວນັ້ນ ແກ່ຍາວການກຳສູ່ອຳນາດ ອອກໄປຕື່ມອີກ ເວລາສະພາເປີດສະໄໝ
ປະຊຸມ ໃນເດືອນໜ້ານີ້.