ພວກເຈົ້າໜ້າທີ່ຂອງກຸ່ມປົກປ້ອງສິດທິມະນຸດກຳປູເຈຍ
ຮຽກຮ້ອງໃຫ້ລັດຖະບານປະຕິຮູບກົດໝາຍຄົນເຂົ້າເມືອງ
ຫຼັງຈາກຝູງຊົນໄດ້ທຸບຕີຊາຍຊາວຫວຽດນາມຄົນນຶ່ງເຖິງ
ຕາຍນັ້ນ.
ພວກນັກເຄື່ອນໄຫວກ່າວວ່າ ການຕາຍຂອງທ້າວ Nguyen
Van Chyen ທີ່ໄດ້ຖືກສັງຫານໃນກຸງພະນົມເປັນ ຫຼັງຈາກທີ່
ໄດ້ເກີດອຸປະຕິເຫດທາງລົດຍົນ ໃນເດືອນແລ້ວນີ້ ທີ່ໄດ້
ສະແດງອອກໃຫ້ເຫັນເຖິງບັນຫາການແບ່ງແຍກກີດກັນທາງ
ດ້ານຜີວພັນທີ່ຍັງແຝງຢູ່ໃນກຳປູເຈຍ.
ພວກນັກວິເຄາະບາງຄົນກ່າວວ່າ ການປະຕິຮູບດ້ານຄົນເຂົ້າເມືອງ ອາດຈະຊ່ອຍຫລຸດ
ຄວາມເຄັ່ງຕຶງແລະບັນເທົາຄວາມຮູ້ສຶກຕໍ່ຕ້ານຊາວຫວຽດນາມໜ້ອຍລົງ.
ທ່ານ Am Sam Ath ຫົວໜ້າດ້ານເທັກນິກຂອງກຸ່ມປົກປ້ອງສິດທິມະນຸດ Licado
ໄດ້ບອກກັບ VOA ພາກພາສາຂະເໝນວ່າ ທ່ານເຫັນພ້ອມນຳວ່າ ການປະຕິບັດຈັດຕັ້ງ
ກົດໝາຍຄົນເຂົ້າເມືອງທີ່ດີຂຶ້ນ ແມ່ນເປັນກະແຈອັນສຳຄັນ.
ທ່ານ Chea Vannath ນັກວິເຄາະອິດສະຫຼະ ໄດ້ບອກກັບ VOA ພາກພາສາຂະເໝນ
ເຊັ່ນກັນວ່າ ການປະຕິບັດກົດໝາຍຄົນເຂົ້າເມືອງ ຈະຊ່ອຍຫລຸດຜ່ອນບັນຫານີ້ລົງ.
This report was produced in collaboration with the VOA Khmer service.