ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວໜຸ່ມກຳ​ປູ​ເຈຍ ຍື່ນໜັງ​ສື​ຮ້ອງ​ຮຽນ ຕໍ່​ລັດ​ຖະ​ບານ ​ໃຫ້ອະ​ນຸ​ຍາດອົງ​ການຂ່າວ ກັບ​ມາ​ອອກ​ຂ່າວ​ໄດ້​ອີກ

(ພາບ​ໃນ​ແຟມ) ຮູບຫ້ອງ​ອັດ​ຂ່າວ​ຢູ່​ຫ້ອງ​ການ​ຂອງ​ອົງ​ການ​ຂ່າວ​ທາງ​ອອນ​ລາຍ, Voice of Democracy ຫລື VOD ​ໃນ​ນະ​ຄອນ​ຫລວງ​ພະ​ນົ​ມ​ເປັນ, ວັນ​ທີ 13 ກຸມ​ພາ, 2023, ພາຍ​ຫລັງ​ທີ່​ນານ​ຍົກລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ​ເວົ້າ​ວ່າ ຈະ​ຖອນ​ໃບ​ອະ​ນຸ​ຍາດ​ດຳ​ເນີນ​ງານຂອງ VOD.

ໂດຍ​ທີ່ຍັງບໍ່​ພໍເທົ່າ​ໃດ​ເດືອນ ກໍ​ຈະ​ມີ​ການ​ເລືອກ​ຕັ້ງ​ແລ້ວ ຊາວ​ໜຸ່ມ​ກຳ​ປູ​ເຈຍ​ມີ​ຂໍ້​ຄວາມສົ່ງ​ໃຫ້ລັດ​ຖະ​ບານ​ຂອງ​ເຂົາ​ເຈົ້າຊາບ​ວ່າ “ພວກ​ເຮົາ​ຫິວ​ຂ່າວທີ່​ເວົ້າ​ຄວາມ​ຈິງ ແລະ​ ເປັນອິດ​ສະ​ຫ​ລະ.”

ອົງການ​ຊາວ​ໜຸ່ມ​ຫຼາຍ​ກວ່າ 10 ​ແຫ່ງ ​ໃນ​ປະ​ເທດ​ ໄດ້​ຍື່ນໜັງ​ສື​ຮ້ອງ​ຮຽນ​ຕໍ່​ກະຊວງ​ຖະ​ແຫຼ​ງຂ່າວ​ກຳປູ​ເຈຍ ໂດຍຮຽກຮ້ອງ​ໃຫ້​ເຈົ້າ​ໜ້າ​ທີ່ປະຕິ​ຮູບ​ສື່​ມວນ​ຊົນອິດ​ສະ​ຫລະສຽງ​ປະ​ຊາ​ທິ​ປະ​ໄຕ ຫລື Voice of Democracy.

(ພາບ​ໃນ​ແຟ​ມ) ພວກ​ສະ​ໜັບ​ສະ​ໜຸນ​ອົງ​ການ​ຂ່າວ​ທາງ​ອອນ​ລາຍ Voice of Democracy (VOD) ຖື​ປ້າຍໄປ​ຢູ່​ຕໍ່​ໜ້າ​ຫ້ອງ​ການ VOD ໃນ​ນະ​ຄອນ​ຫລວງ​ພະ​ນົມ​ເປັນ, ວັນ​ທີ 13 ກຸມ​ພາ, 2023.
(ພາບ​ໃນ​ແຟ​ມ) ພວກ​ສະ​ໜັບ​ສະ​ໜຸນ​ອົງ​ການ​ຂ່າວ​ທາງ​ອອນ​ລາຍ Voice of Democracy (VOD) ຖື​ປ້າຍໄປ​ຢູ່​ຕໍ່​ໜ້າ​ຫ້ອງ​ການ VOD ໃນ​ນະ​ຄອນ​ຫລວງ​ພະ​ນົມ​ເປັນ, ວັນ​ທີ 13 ກຸມ​ພາ, 2023.

​ອົງ​ການ​ຂ່າວດັ່ງກ່າວ ​ໄດ້​ຖືກປິດ​ລົງ​ໃນ​ວັນ​ທີ 13 ກຸມພາ​ຜ່ານ​ມານີ້ ຕາມ​ຄຳ​ສັ່ງ​ຂອງ​ນາຍົກລັດຖະມົນຕີຮຸນ ເຊນ ຍ້ອນ​ໄດ້ລາຍ​ງານ​ຂ່າວກ່ຽວ​ກັບ​ການ​ຊ່ວຍ​ເຫຼືອ​ຂອງ​ກຳປູ​ເຈຍແກ່​ເທີກີ ພາຍຫຼັງ​ເກີດ​ເຫດແຜ່ນດິນ​ໄຫວ​ຄັ້ງ​ໃຫຍ່ ​ໃນ​ຕົ້ນ​ປີ 2023.

ພວກເຈົ້າ​ໜ້າ​ທີ່​ໄດ້​ຖອນ​ໃບ​ອະ​ນຸ​ຍາດ​ຂອງອົງ​ການ​ຂ່າວ Voice of Democracy ແລະ​ໄດ້​ປິດ​ກັ້ນ​ ການ​ເຂົ້າ​ເຖິງ​ເວັບ​ໄຊ​ຂ່າວ ເປັນ​ພາ​ສາ​ອັງ​ກິດ​ແລະ​ພາ​ສາ​ຂະ​ແມຂອງ​ອົງ​ການ​ນັ້ນ.

ການ​ປິດ​ອົງ​ກາ​ນ​ຂ່າວ​ດັ່ງ​ກ່າວ​ເຮັດ​ໃຫ້​ຊາວ​ກຳປູ​ເຈຍ​ບໍ່​ມີ​ແຫຼ່ງຂ່າວອິດ​ສະ​ຫລະ​ທີ່​ໜ້າ​ເຊື່ອ​ຖືໄດ້, ອີງ​ຕາມອົງການ​ຊາວ​ໜຸ່ມ​ກ່າວ.

ບັນດາ​ສະມາຊິກ​ຂອງ​ອົງການ​ຈັດ​ຕັ້ງ​ຕ່າງໆ​ໄດ້​ເຕົ້າ​ໂຮມ​ກັນຢູ່​ທີ່​ກະຊວງ​ຖະ​ແຫລ​ງຂ່າວ ​ໃນ​ນະຄອນຫລວງ​ພະນົມ​ເປັນ​ ໃນ​ວັນ​ສຸກຜ່ານ​ມາ ​ເພື່ອ​ສົ່ງ​ຄຳ​ຟ້ອງ​ຮ້ອງຂອງ​ຕົນ. ໃນ​ບັນ​ດາກຸ່ມ​ດັ່ງກ່າວ​ ລວມມີ​ກຸ່ມ​ພັດທະນາ​ຄວາມ​ສາມາດ​ຂອງ​ຊາວ​ໜຸ່ມ​ຂະ​ແມ, ຊາວ​ໜຸ່ມ​ເພື່ອ​ການ​ພັດທະນາ​ສັງຄົມ ​ແລະ ປະຊາທິປະ​ໄຕ, ​ແລະ ສະ​ໂມ​ສອນ​ຊາວ​ໜຸ່ມ​ເພື່ອ​ຄວາມ​ຮອບ​ຮູ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG