ຊາວບ້ານກຳປູເຈຍພາກັນເດີນຂະບວນປະທ້ວງ ຕໍ່ຕ້ານການສ້າງເຂື່ອນໄຟຟ້າພະລັງນໍ້າຢູ່ໃນ
ພາກເໜືອຂອງລາວທີ່ພວກນັກເຄື່ອນໄຫວກ່າວວ່າພວມມີການສ້າງຂຶ້ນໂດຍເປັນການຝ່າຝືນ
ຕໍ່ຂໍ້ຕົກລົງ ເພື່ອຊັ່ງຊາຕີລາຄາຄວາມສ່ຽງກ່ຽວກັບຜົນກະທົບທີ່ອາດສ້າງຄວາມເສຍຫາຍໃຫ້
ແກ່ປະຊາຊົນຈຳນວນຫຼາຍໆລ້ານຄົນນັ້ນກ່ອນ.
ຊາວບ້ານກຳປູເຈຍ ປະມານ 200 ຄົນ ທີ່ຊີວິດການເປັນຢູ່ຂອງພວກເຂົາເຈົ້າໄດ້ກາງຕໍ່ແມ່ນໍ້າ
ຂອງນັ້ນ ໄດ້ຮຽກຮ້ອງໃຫ້ຍຸຕິໂຄງການສ້າງເຂື່ອນໄຊຍະບູລີມູນຄ່າ 3 ພັນ 500 ລ້ານໂດລາ
ໂດຍບໍລິສັດກໍ່ສ້າງຂອງໄທ ຊຶ່ງໄດ້ສ້າງຄວາມໂກດແຄ້ນ ໃຫ້ແກ່ລັດຖະບານກຳປູເຈຍ ແລະພາ
ໃຫ້ມີການຕຳໜິຕິຕຽນ ແບບບໍ່ຄ່ອຍເຫັນກັນ ໂດຍຫວຽດນາມ ຊຶ່ງເປັນພັນທະມິດທີ່ສຳຄັນ
ຂອງລາວນັ້ນ.
ພະໂສພາ ຫົວໜ້າຈັດການໂຮມຊຸມນຸມປະທ້ວງທີ່ແຂວງກຳປົງຈາມໃນຄັ້ງນີ້ ກ່າວວ່າ ເຂື່ອນ
ດັ່ງກ່າວນີ້ຈະບໍ່ສ້າງຜົນກະທົບໃສ່ປະຊາຊົນໃນກຳປູເຈຍທໍ່ນັ້ນແຕ່ຍັງຈະມີຜົນກະທົບຕໍ່ຫຼາຍ
ເຂດຂອງລາວນຳອີກ.
ເຂື່ອນໄຊຍະບູລີແມ່ນນຶ່ງ ໃນຈຳນວນສິບກວ່າເຂື່ອນ ທີ່ຈະສ້າງໃສ່ລຳແມ່ນໍ້າຂອງ ອັນເປັນ
ພາກສ່ວນນຶ່ງຂອງລາວທີ່ຈະເສີມຂະຫຍາຍເສດຖະກິດຂອງຕົນແລະກາຍເປັນໝໍ້ໄຟໃນເຂດ
ເອເຊຍຕາເວັນອອກສຽງໃຕ້ ດ້ວຍການສົ່ງໄຟຟ້າອອກໄປຂາຍໃຫ້ຕ່າງປະເທດ.
ບັນດາລັດຖະບານຂອງຕ່າງປະເທດໄດ້ມີຄວາມວິຕົກກັງວົນ ຢ້ານລາວເນັ້ນໜັກຄວາມສຳ
ຄັນໃນການເຕີບໂຕຂອງເສດຖະກິດ ຫຼາຍກວ່າການປົກປ້ອງ ລະບົບນິເວດ ແລະສິ່ງແວດ
ລ້ອມ.
ພາຍໃຕ້ຄວາມກົດດັນຂອງປະເທດເພື່ອນບ້ານທີ່ຮູ້ສຶກວ່າການສຶກສາກ່ຽວກັບຜົນກະທົບ
ຕໍ່ສິ່ງແວດລ້ອມຂອງລາວບໍ່ພຽງພໍນັ້ນ ທາງການລາວໄດ້ຕົກລົງໃນເດືອນທັນວາ ປີກາຍນີ້
ທີ່ຈະໂຈະໂຄງການສ້າງເຂື່ອນດັ່ງກ່າວ ໄວ້ຊົ່ວຄາວ ລໍຖ້າການຊັ່ງຊາຕີລາຄາຂອງພວກນັກ
ຊ່ຽວຊານຕ່າງປະເທດ. ສີ່ປະເທດໃນເຂດລຸ່ມແມ່ນໍ້າຂອງແມ່ນປະກອບດ້ວຍລາວ ໄທ ກຳ
ປູເຈຍແລະຫວຽດນາມ.
ເຄືອຂ່າຍອະນຸລັກແມ່ນໍ້າສາກົນ ແລະໃນປະເທດໄທ ໄດ້ອອກລາຍງານໃນສັບປະດານີ້ວ່າ
ບໍລິສັດ ຊ. ການຊ່າງຂອງໄທ ຊຶ່ງເປັນກຸ່ມລົງທຶນ ໃນການກໍ່ສ້າງເຂື່ອນໄຊຍະບູລີ ໃສ່ບໍລິ
ເວນແມ່ນໍ້າຂອງຕອນເໜືອໃນເຂດປະເທດລາວນັ້ນຍັງຄົງຝ່າຝືນຕໍ່ຂໍ້ຕົກລົງວ່າດ້ວຍການ
ໃຊ້ປະໂຫຍດຈາກແມ່ນໍ້າຂອງທີ່ເປັນການຕົກລົງຮ່ວມກັນລະຫວ່າງລັດຖະບານລາວ, ໄທ,
ກໍາປູເຈຍ, ແລະ ຫວຽດນາມ ທີ່ເອີ້ນວ່າ ຄະນະກໍາມາທິການແມ່ນໍ້າຂອງສາກົນຫຼື MRC
ດ້ວຍການດໍາເນີນງານໃນໂຄງການເລື້ອຍມາ ຈົນເຖິງປັດຈຸບັນນີ້ ໂດຍໄດ້ອ້າງເຖິງຂໍ້ມູນທີ່
ໄດ້ມາ ຈາກການເດີນທາງໄປສໍາຫຼວດເຂດທີ່ຕັ້ງຂອງໂຄງການໃນລາວເມື່ອໄວໆມານີ້ ວ່າ ກຸ່ມຜູ້ລົງທຶນໄດ້ຂຸດແລະຂະຫຍາຍຮ່ອງນໍ້າໃນເຂດທີ່ຕັ້ງຂອງໂຄງການໃຫ້ເລິກແລະກ້ວາງ
ຂຶ້ນ ທັງຍັງໄດ້ທໍາການກໍ່ສ້າງກໍາແພງເປັນຊີມັງຂະໜາດໃຫຍ່ ແລະສູງເພື່ອລ້ອມຮອບເຂດ
ທີ່ຕັ້ງຂອງໂຄງການອີກດ້ວຍ ຂະນະທີ່ການຍົກຍ້າຍປະຊາຊົນອອກຈາກບ້ານນຶ່ງໄປແລ້ວ
ແລະພວມມີການກະກຽມສຳຫຼັບອີກ 14 ບ້ານ.