ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວອາເມຣິກັນ ເຊື້ອສາຍ ກໍາປູເຈຍ ເຊົາເປັນຄົນມິດງຽບ ຢູ່ໃນການ ເລືອກຕັ້ງ ກາງ ສະໄໝ ຂອງ ສຫລ ທີ່ຈະມາເຖິງນີ້


Cambodia Genocide Survivors Overcome Fear, Get Involved Politically
please wait

No media source currently available

0:00 0:03:08 0:00
ລິງໂດຍກົງ

ຊາວອາເມຣິກັນ ເຊື້ອສາຍກໍາປູເຈຍ ທີ່ລອດຊີວິດຈາກການ ຂ້າລ້າງເຜົ່າພັນ ໄດ້ອົດທົນຜ່ານຜ່າ ຄວາມຢ້ານກົວ ແລະຕັດ ສິນໃຈ ເຂົ້າໄປມີສ່ວນຮ່ວມ ໃນເລື້ອງການເມືອງຢູ່ ໃນສະຫະລັດ

ນາງ ລໍຣາ ສົມ (Laura Som) ຊາວອາເມຣິກັນ ເຊື້ອສາຍກໍາປູເຈຍ ເວົ້າວ່າ ແມ່ຂອງ
ລາວລ້ຽງລາວມາ ໂດຍບອກສອນວ່າ ບໍ່ໃຫ້ໄປຫຍຸ້ງກ່ຽວກັບການເມືອງຢ່າງເດັດຂາດ.
ແມ່ລາວມັກຈະເວົ້າວ່າ ການເມືອງແມ່ນ "ການອາບດ້ວຍເລືອດ ແລະພວກເຮົາບໍ່ຢາກ
ເຫັນເຈົ້າຍ່າງເຂົ້າໄປຫັ້ນ."

ຄວາມຮູ້ສຶກຢ້ານກົວ ຕໍ່ລັດຖະບານແບບຝັງເລິກໃນໃຈນີ້ ແມ່ນມີຕໍ່ຊາວກໍາປູເຈຍ
ທັງຫລາຍ ທີ່ເຄີຍພົບກັບຄວາມຮຸນແຮງຂອງການຂ້າລ້າງເຜົ່າພັນໃນກໍາປູເຈຍ, ທີ່
ດໍາເນີນໄປເປັນເວລາ 4 ປີ ໃນຊຸມປີ 1970 ເມື່ອຄອມມີວນິສຂະເໝນແດງ ໄດ້ສັງ
ຫານຊີວິດຂອງຄົນໄປ ເກືອບຮອດ 2 ລ້ານຄົນ ນັ້ນ.

"ພຽງແຕ່ໄດ້ຍິນຄໍາວ່າ 'ລັດຖະບານ' ເທົ່ານັ້ນ ມັນກໍໄດ້ເຮັດໃຫ້ຫວນຄືນໄປຫາ
ຄວາມຮູ້ສຶກທຸກລະທົມ ຍ້ອນການເຂັ່ນຂ້າ, ການໃຊ້ຄວາມຮຸນແຮງ ຊຶ່ງບໍ່ພຽງແຕ່
ເກີດຂຶ້ນກັບພວກເຮົາເອງເທົ່ານັ້ນ ແຕ່ຍັງເກີດກັບລູກເຕົ້າຫລືກັບຄົນທີ່ພວກເຮົາ
ຮັກແພງນໍາອີກ,” ນັ້ນຄືຄໍາເວົ້າຂອງນາງສົມ, ນັກເຄື່ອນໄຫວຂອງປະຊາຄົມ ທີ່
ອາໄສຢູ່ໃນເມືອງລອງບີສ (Long Beach), ລັດຄາລິຟໍເນຍ, ຊຶ່ງເປັນເມືອງທີ່ມີ
ຊາວກໍາປູເຈຍອາໄສຢູ່ຢ່າງຫລວງຫລາຍ.

ຈື່ໄດ້ວ່າ ຕອນທີ່ລາວໄດ້ມາເຂົ້າຮ່ວມພົວພັນກັບການເຄື່ອນໄຫວຊ່ວຍພົນລະເມືອງ
ຕອນທໍາອິດນັ້ນ ນາງສົມເວົ້າວ່າ "ແມ່ຂອງຂ້ອຍໄດ້ຮັບໂທລະສັບຈາກ ຜູ້ນໍາຂອງ
ປະຊາຄົມຄົນນຶ່ງທີ່ເວົ້າວ່າ ລາວເປັນແມ່ແນວໃດທີ່ປ່ອຍໃຫ້ລູກທີ່ຍັງໜຸ່ມນ້ອຍຂະ
ໜາດເປັນນັກສຶກສາໃນມະຫາວິທະຍາໄລຢູ່ ໄປມີສ່ວນຮ່ວມໃນເຫດການດ້ານພົນ
ລະເມືອງໄດ້."

ປະສົບການຂອງນາງສົມທີ່ວ່ານີ້ ໃນນາມທີ່ເປັນຊາວກໍາປູເຈຍ-ອາເມຣິກັນແມ່ນ
ບໍ່ເປັນເລື້ອງທີ່ຜິດປົກກະຕິແຕ່ຢ່າງໃດ.

ຢູ່ໃນຊ່ວງທີ່ມີການເລືອກຕັ້ງໃນແຕ່ລະຄັ້ງ, ຊາວກໍາປູເຈຍ-ອາເມຣິກັນເປັນທີ່ສັງ
ເກດໄດ້ວ່າ ຍັງພາກັນມິດງຽບຢູ່. ນາງສົມເວົ້າວ່າ ປະຊາຄົມຂອງລາວມີປະເພນີໃນ
ການຫລີກລ້ຽງທີ່ຈະໄປປ່ອນບັດຢູ່ໃນການເລືອກຕັ້ງຕ່າງໆແລະໄດ້ສັ່ງສອນໃຫ້ລູກ
ເຕົ້າ ບໍ່ໃຫ້ໄປຫຍຸ້ງກ່ຽວກັບມັນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG