ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳປູເຈຍ ຮຽກຮ້ອງ ໃຫ້ອາຊ່ຽນ ມີຄວາມສຳພັນ ໃກ້ຊິດ ກັບຈີນ


ລັດຖະມົນຕີຕ່າງປະເທດຈີນ ທ່ານ Wang Yi (ຊ້າຍ) ແລະ ນາຍົກລັດຖະມົນຕີກຳປູເຈຍ ທ່ານ Hun Sen ທີ່ກຸງພະນົມເປັນ.
ລັດຖະມົນຕີຕ່າງປະເທດຈີນ ທ່ານ Wang Yi (ຊ້າຍ) ແລະ ນາຍົກລັດຖະມົນຕີກຳປູເຈຍ ທ່ານ Hun Sen ທີ່ກຸງພະນົມເປັນ.
ລັດຖະມົນຕີຕ່າງປະເທດກໍາປູເຈຍ ກ່າວວ່າ ການປະຊຸມພິເສດ
ລະຫວ່າງບັນດາລັດຖະມົນຕີກຸ່ມ ASEAN ແລະຈີນເປັນເລື່ອງ
“ສໍາຄັນຫຼາຍ” ລຸນຫລັງທີ່ທ່ານໄດ້ພົບປະກັບຄູ່ຕໍາແໜ່ງຝ່າຍຈີນ
ໃນອາທິດນີ້.

ລັດຖະມົນຕີການຕ່າງປະເທດກໍາປູເຈຍທ່ານ Hor Namhong
ໄດ້ພົບປະໃນວັນພະຫັດວານນີ້ກັບທ່ານ Wang Yi ທີ່ໄດ້ເດີນ
ທາງໄປຢ້ຽມຢາມກຳປູເຈຍ ເປັນເວລາສອງວັນ ເພື່ອສົນທະນາ ຫາລືສອງຝ່າຍກ່ຽວກັບເລື່ອງຄວາມປອດໄພ ເສດຖະກິດ ແລະ
ການຄ້າ. ທ່ານ Wang ກ່າວຕໍ່ບັນດານັກຂ່າວວ່າ ຈີນມີຄວາມ
ສົນໃຈ ໃນການປ້ອງກັນກໍາປູເຈຍ ຈາກ ກຸ່ມຜົນປະໂຫຍດພາຍ
ນອກ.

ທ່ານ Hor Namhong ກ່າວວ່າ ລັດຖະມົນຕີ ASEAN ຄວນພິຈາລະນາ ໃນການມີຄວາມ ສໍາພັນອັນໃກ້ຊິດກັບຈີນ ໃນຂະນະທີ່ເຂົາເຈົ້າກໍາລັງກ້າວໄປສູ່ການເຈລະຈາແນໃສ່ເພື່ອຫຼຸດ ຜ່ອນຄວາມຕຶງຄຽດ ໃນເຂດທະເລຈີນໃຕ້ ໃນອາທິດໜ້າ ຢູ່ທີ່ກຸງປັກກິ່ງ.

ທ່ານ Hor Namhong ກ່າວວ່າ “ການປະຊຸມພິເສດ ຂອງບັນດາລັດຖະມົນຕີການຕ່າງປະ ເທດ ASEAN ກັບຈີນແມ່ນມີຄວາມສຳຄັນຫຼາຍເພື່ອເສີມຂະຫຍາຍມິດຕະພາບແລະແຜນ ການຮ່ວມມືຍຸດທະສາດ ລະຫວ່າງ ASEAN ແລະຈີນ”

ການປະຊຸມທີ່ກຸງປັກກິ່ງ ມີຂຶ້ນລຸນຫລັງການພົບປະຂອງລັດຖະມົນຕີຕ່າງປະເທດ ASEAN ຊຶ່ງໃນລະຫວ່າງນັ້ນ ພວກເຂົາເຈົ້າກ່າວວ່າເຂົາເຈົ້າຈະເວົ້າ “ເປັນສຽງດຽວ” ກັບຈີນ. ລັດຖະ ມົນຕີຕ່າງປະເທດກໍາປູເຈຍ ບໍ່ໄດ້ເຂົ້າຮ່ວມ ໃນການພົບປະດັ່ງກ່າວ.

ບຣູໄນ ມາເລເຊຍ ຟິລິບປີນ ແລະ ຫວຽດນາມ ຕ່າງກໍໄດ້ອ້າງກຳມະສິດກວມ ກັນກັບຈີນ ຢູ່ ໃນເຂດທະເລຈີນໃຕ້ທີ່ນໍາໄປສູ່ຄວາມເຄັ່ງຕຶງທາງທະເລ ຮວມທັງການປະເຊີນໜ້າຂອງກໍາ ປັ່ນລົບ.
XS
SM
MD
LG