ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍ​ລິ​ສັດ ຂອງ​ນັກ​ທຸ​ລະ​ກິດ ທີ່​ມີ​ອິດ​ທິ​ພົນ​ກຳ​ປູ​ເຈຍ ເລີ້ມ​ຂັ້ນ​ຕອນ​ຂໍ​ອະ​ນຸ​ຍາດ ຕໍ່​ໂຄງ​ການ​ສ້າງ​ເຂື່ອນ ເອກ​ກະ​ສານ​ກ່າວ


​ແຟ້ມ - ນາ​ຍົກ​ລັດ​ຖະ​ມົນ​ຕີ​ຮຸນ​ເຊນ, ກາງ, ຍ່າງ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ເກົາ​ຫຼີ​ໃຕ້ ທ່ານ​ມູນ ແຈ ອິນ, ຊ້າຍ, ​ຂະ​ນະ​ທີ່​ນັກ​ທຸ​ລະ​ກິດ​ກຳ​ປູ​ເຈຍ ທ່ານ​ຄິດ ເມັງ, ຂວາ, ຕິດ​ຕາມ​ພວກ​ທ່ານ ກ່ອນກອງ​ປະ​ຊຸມ​ທຸ​ລະ​ກິດ ທີ່​ທຳ​ນຽບ​ສັນ​ຕິ​ພາບ ນະ​ຄອນ​ຫຼວງງ​ພະ​ນົມ​ເປັນ ວັນ​ທີ 15 ມີ​ນາ 2019.
​ແຟ້ມ - ນາ​ຍົກ​ລັດ​ຖະ​ມົນ​ຕີ​ຮຸນ​ເຊນ, ກາງ, ຍ່າງ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ເກົາ​ຫຼີ​ໃຕ້ ທ່ານ​ມູນ ແຈ ອິນ, ຊ້າຍ, ​ຂະ​ນະ​ທີ່​ນັກ​ທຸ​ລະ​ກິດ​ກຳ​ປູ​ເຈຍ ທ່ານ​ຄິດ ເມັງ, ຂວາ, ຕິດ​ຕາມ​ພວກ​ທ່ານ ກ່ອນກອງ​ປະ​ຊຸມ​ທຸ​ລະ​ກິດ ທີ່​ທຳ​ນຽບ​ສັນ​ຕິ​ພາບ ນະ​ຄອນ​ຫຼວງງ​ພະ​ນົມ​ເປັນ ວັນ​ທີ 15 ມີ​ນາ 2019.

ບັນ​ດາບໍ​ລິ​ສັດ​ ພາຍ​ໃຕ້​ການ​ເປັນ​ປະ​ທານ​ ຂອງ​ນັກ​ທຸ​ລະ​ກິດ​ທີ່​ມີ​ອິ​ດ​ທິ​ພົນ​ຄົນ​ນຶ່ງ​ ຂອງ​ກຳ​ປູ​ເຈຍ​ເລີ້ມ​ຂໍ​ອະ​ນຸ​ຍາດ​ຢ່າງ​ງຽບໆ​ ຕໍ່​ໂຄງ​ການ​ສ້າງ​ເຂື່ອນ​ໄຟ​ຟ້າ​ພະ​ລັງ​ນ້ຳ 2 ແຫ່ງ ທີ່​ຢຸດ​ເຊົາ​ມາ​ຊົ່ວ​ໄລ​ຍະ​ນຶ່ງ ​ໃນ​ແຂວງ​ຣັດ​ຕະ​ນະ​ຄີ​ຣີ ​ຂອງ​ກຳ​ປູ​ເຈຍ ອີງ​ຕາມ​ເອກ​ກະ​ສານ​ທີ່​ໄດ້​ຮັບ​ການ​ທົບ​ທວນ​ເບິ່ງ​ຂອງວີ​ໂອ​ເອ ຊຶ່ງ​ໄດ້​ສ້າງ​ຄວາມ​ຕື່ນ​ຕົກ​ໃຈ​ໃຫ້​ແກ່​ພວກ​ນັກ​ປົກ​ປ້ອງ​ສິ່ງ​ແວດ​ລ້ອມ​ ທີ່​ກ່​າວ​ວ່າ ໂຄງ​ການ​ດັ່ງ​ກ່າວ​ອາດ​ຈະ​ລົບ​ກວນວິ​ຖີ​ຊິ​ວິດ​ຂອງ​ພວກ​ຊົນ​ເຜົ່າ​ພື້ນ​ເມືອງ ແລະ​ລະ​ບົບ​ນິ​ເວດ​ຂອງ​ແມ່​ນ້ຳ​ຂອງ.

​ເຂດ​ລຸ່ມເຊ​ປົກ 3 ແລະ​ລຸ່ມ​ເຊ​ສານ​ 3 ແມ່ນ​ຖືກ​ລ​ະ​ບຸ​ວ່າ ​ເປັນ​ສາ​ຂາ​ທີ່​ສຳ​ຄັນ​ຂອງ​ແມ່​ນ້ຳ​ຂອງ​ຊຶ່ງ​ຈະ​ມີ​ການ​ສ້າງ​ເຂື່ອນ​ໃສ່​ໃນ​ກຳ​ປູ​ເຈຍ​ມາ​ຕັ້ງ​ແຕ່​ປີ 2003 ເວ​ລາ​ລັດ​ຖະ​ບານ​ເລີ້ມ​ວາງ​ແຜນ ​ສຳ​ລັບ​ການ​ລົງ​ ທຶນ​ສ້າງ​ເຂື່ອນ​ໄຟ​ຟ້າ​ພະ​ລັງ​ນ້ຳ. ບໍ​ລິ​ສັດ​ຈີນ​ຫຼາຍ​ບໍ​ລິ​ສັດໄດ້​ດຳ​ເນີນ​ການ​ຂໍ​ອະ​ນຸ​ຍາດ​ສ້າງ​ເຂື່ອນ​ດັ່ງ​ກ່າວ​ເມື່ອ​ນຶ່ງ​ທົດ​ສະ​ວັດ​ກ່ອນ ແຕ່​ໂຄງ​ເຫຼົ່າ​ນີ້​ບໍ່​ໄດ້​ດຳ​ເນີນ​ການ​ໄປ​ໜ້າ.

ເວ​ລາ​ນີ້ ພວມ​ມີ​ການ​ຊັ່ງ​ຊາ​ວຽກ​ງານ​ຢູ່​ທີ່​ເຂື່ອນ​ເຂດ​ລຸ່ມ​ເຊ​ປົກ 3 ຄືນ​ອີກ ໂດຍ​ມີ​ແຜນ​ທີ່​ຈະ​ດຳ​ເນີນ​ການ​ເຊັ່ນ​ດຽວ​ກັນ​ຢູ່​ທີ່​ເຂດ​ລຸ່ມ​ເຊ​ສານ 3 ເທື່ອນີ້ ແມ່ນ​ຢູ່​ພາຍ​ໃຕ້​ການ​ນຳ​ພາ​ຂອງ 2 ບໍ​ລິ​ສັດ ທີ່​ເປັນ​ປະ​ທານ ​ໂດຍ​ນັກ​ທຸ​ລະ​ກິດ​ທີ່​ມີ​ອິດ​ທິ​ພົນ​ຄິດ​ເມັງ. ຈົດ​ໝາຍ​ສະ​ບັບ​ນຶ່ງ ​ທີ່​ສົ່ງ​ໄປ​ເຖິງ​ຫ້ອງ​ການ​ເມືອງ​ຣັດ​ຕະ​ນະ​ຄີ​ຣີ ຮູບ​ພາບ​ໃນ​ການ​ສຶກ​ສາ​ເບິ່ງ​ຄວາມ​ເປັນ​ໄປ​ໄດ້ ແລະ​ປະ​ຫວັດ​ຂອງ​ບໍ​ລິ​ສັດ​ສະ​ແດງ​ໃຫ້​ເຫັນ​ວ່າ ບໍ​ລິ​ສັດ​ທ່ານ​ເມັງ ແລະ​ບໍ​ລິ​ສັດ​ຈີນ Rich International Co ແລະກຸ່ມ Royal ພວມ​ເຮັດ​ວຽກ ​ເພື່ອ​ເສັດ​ສິ້ນ​ການ​ສຶກ​ສາ​ເບິ່ງ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ສ້າງ​ເຂື່ອນ ລຸ່ມ​ເຊ​ປົກ 3 ​ແລະ​ລຸ່ມ​ເຊ​ສານ 3. ການ​ສຶກ​ສາ​ດັ່ງ​ກ່າວ ​ຈະ​ແຜ້ວ​ທ້າງ​ໄປ​ສູ່ ​ການໄດ້​ຮັບ​ການ​ອະ​ນຸ​ມັດ ​ໃນ​ການ​ສ້າງ​ເຂື່ອນ.

ມີ​ປະ​ມານ 10,000 ຄອບ​ຄົວ​ໂດຍ​ລວມ ອາດ​ຈະ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ສ້າງ​ເຂື່ອນ​ທັງ​ສອງ ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ລຽງ ບຸນ​ລຽບ ຜູ້​ອຳ​ນວຍ​ການ​ຕາ​ໜ່າງ​ປົກ​ປ້ອງ 3S ແມ່​ນ້ຳ​ໃນ​ເຂດ​ຣັດ​ຕະ​ນະ​ຄີ​ຣີ ຊຶ່ງ​ເຮັດ​ວຽກ​ກັບ​ພວກ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ ​ຈາກ​ການ​ສ້າງ​ເຂື່ອນ​ ຢູ່​ໃນ​ສາ​ຂາ​ຂອງ​ແມ່​ນ້ຳ​ຂອງ​ທັງ​ສາມ​ແຫ່ງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG