ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານ ກຳປູເຈຍ ຕັດສິນ ເຫັນພ້ອມ ໃຫ້ຈຳຄຸກ ຫົວໜ້າກຸ່ມ ຂະເໝນແດງ ຕະຫຼອດຊີວິດ


ສະມາຊິກຜູ້ອາວຸດໂສທີ່ສຸດຂອງກຸ່ມ ຂະເໝນ ແດງ ທ້າວ Nuon Chea, ຊ້າຍ, ແລະ ທ້າວ Khieu Samphan ນັ່ງຟັງຄຳພິພາສາຈຳຄຸກຕະຫຼອດຊີວິດຂອງ ພວກເຂົາ ໃນສານສູງສຸດ ກຳປູເຈຍ, ນະຄອນ ພະນົມ ເປັນ, ກຳປູເຈຍ. 23 ພະຈິກ, 2016.
ສະມາຊິກຜູ້ອາວຸດໂສທີ່ສຸດຂອງກຸ່ມ ຂະເໝນ ແດງ ທ້າວ Nuon Chea, ຊ້າຍ, ແລະ ທ້າວ Khieu Samphan ນັ່ງຟັງຄຳພິພາສາຈຳຄຸກຕະຫຼອດຊີວິດຂອງ ພວກເຂົາ ໃນສານສູງສຸດ ກຳປູເຈຍ, ນະຄອນ ພະນົມ ເປັນ, ກຳປູເຈຍ. 23 ພະຈິກ, 2016.

ສານຍຸຕິທຳ ທີ່ໄດ້ຮັບການໜູນຫຼັງ ຈາກ ອົງການສະຫະປະຊາຊາດໃນ ກຳປູເຈຍ ໄດ້ຕັດ ສິນ​ເຫັນ​ພ້ອມ ​ໃຫ້ຈຳຄຸກຕະຫຼອດຊີວິດ ອະດີດຜູ້ນຳ ຂະເໝນແດງສອງຄົນ ​ໃນ​ການກໍ່ອາ ຊະຍາກຳຕໍ່ມວນມະນຸດຊາດ.

ທ້າວ Khieu Samphan, ອະດີດປະມຸກລັດ ແລະ ທ້າວ Nuon Chea ຜູ້ນຳ​ໝາຍ​ເລກ 2 ຂອງກຸ່ມ ຂະເໝນແດງ ຮອງ​ຈາກ ປົນ ປົດ, ກ່ອນໜ້ານີ້ ໄດ້ຖືກຕັດສິນລົງໂທດໃນປີ 2014 ໃນຖານມີ​ສ່ວນ ພົວພັນ​ກັບຂໍ້ຫາຂ້າລ້າງ​ເຊື້ອຊາດ, ການບັງຄັບ​ໃຫ້​ຜູ້ຄົນຫາຍສາບສູນ ແລະ ການປະ​ຫັດ​ປະຫານທາງການເມືອງ.

ຜູ້​ພິພາກສາ​ຂອງສານສູງສຸດ ທ່ານ Kong Srim ໄດ້ກ່າວໃນວັນພຸດມື້ນີ້ວ່າ ການຕັດສິນ ຈຳຄຸກຕະຫຼອດຊີວິດແມ່ນເໝາະສົມແລ້ວ, ແລະ ວ່າຜູ້ຊາຍທັງສອງຄົນໄດ້ສະແດງໃຫ້ ເຫັນ​ “ການຂາດຄວາມຮ່ວມມືທັງໝົດ ສຳລັບຊາຕາກຳຂັ້ນສຸດທ້າຍຂອງປະຊາກອນ ກຳປູເຈຍ.”

ທ້າວ Chea ແລະ ທ້າວ Samphan ແມ່ນເຈົ້າໜ້າທີ່ ອາວຸໂສທີ່ສຸດຂອງກຸ່ມ ຂະເໝນ ແດງ ທີ່ຍັງມີຊີວິດຢູ່. ພວກເຂົາຍັງຢູ່ໃນຂັ້ນຕອນການພິຈາລະນາຄະດີ, ໃນຄະດີທີສອງ ທີ່ປະກອບມີຂໍ້ກ່າວຫາ ຂ້າລ້າງເຜົ່າພັນ. ທະນາຍຄວາມຂອງພວກເຂົາໄດ້ໂຕ້ຖຽງ ການ ຕັດສິນລົງ ໂທດໃນປີ 2014 ວ່າ ​ແມ່ນ​ມີ​ຂຶ້ນໂດຍຄວາມຜິດພາດ ແລະ ຄວາມລຳອຽງຂອງ ບັນດາຜູ້​ພິພາກສາ. ແລະ ໃນຂະນະທີ່ການຕັດສິນ​ໃນວັນພຸດວານມື້ນີ້ ກໍໄດ້ເນັ້ນໃຫ້ເຫັນ​ເພິ​ງບັນຫາບາງຢ່າງ, ​ເຊິ່ງຄຳພິພາກສາໂດຍລວມແລ້ວແມ່ນຍັງຄົງ​ເດີມ.

ສານຍຸຕິທຳ ໄດ້ຕັດສິນລົງໂທດອີກຄົນໜຶ່ງ, ​ໃນ​ຂະນະ​ທີ່ຜູ້ນຳຂອງກຸ່ມ ຂະເໝນ ແດງ ຫຼາຍຄົນໄດ້ເສຍຊີວິດແລ້ວ.

ພວກ ຂະເໝນ ແດງ ​ແມ່ນໄດ້​ສັງຫານ​ປະຊາຊົນ ກຳປູເຈຍ ປະມານ 1 ລ້ານ 7 ແສນຄົນ ລະຫວ່າງປີ 1975 ຫາ 1979.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG