ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດ ຜູ້ນຳ ຂະເໝນແດງ ປະຕິເສດ ຕໍ່ຂໍ້ຫາ ຂອງສານ ສປຊ (ວີດີໂອ)


French motorcycle police escort striking Paris taxis which take part in a demonstration over the Paris ring road, Dec. 15, 2014.
French motorcycle police escort striking Paris taxis which take part in a demonstration over the Paris ring road, Dec. 15, 2014.
ອະດີດ​ຜູ້​ນໍາຄົນ​ສໍາ​ຄັນ 2 ຄົນ ຂອງຂະ​ເໜນ​ແດງ ທີ່​ຍັງ​ມີ​ຊີວິດ​ຢູ່​
ໄດ້​ປະ​ຕິ​ເສດ​ຕໍ່​ຂໍ້​ຫາ ​ໃນການ​ກໍ່​ອາ​ຊະ​ຍາ​ກຳ​ສົງຄາມ ​ແລະ​ການ
​ກໍ່​ໂທດ​ກຳ​ຕ້ານ​ມະນຸດຊາດ ​ໃນ​ຄໍາ​ຖະ​ແຫຼ​ງປິດ​ການ​ດຳ​ເນີນ​ຄະ
ດີຕໍ່​ສານທີ່​ໜຸນ​ຫຼັງ​ໂດຍອົງການ​ສະຫະ​ປະຊາ​ຊາດໃນ​ກໍາປູ​ເຈຍ
​ໃນ​ວັນ​ພະຫັດ​ມື້​ນີ້.

ທ່ານ​ນວນ​ເຈຍ ​ຊຶ່ງຮູ້​ກັນ​ໃນ​ນາມ​ ອ້າຍ​ໝາຍ​ເລກ 2 ໄດ້​ກ່າວ​ຕໍ່
​ສານ​ທີ່ກຸງ​ພະນົມ​ເປັນ​ວ່າ ທ່ານມີ​ຄວາມ​ສູ້​ສຶກ ​“ໂສກ​ເສົ້າເສຍ
​ໃຈເປັນ​ທີ່​ສຸດ”
ຕໍ່​ພວກ​ທີ່​ໄດ້​ຮັບ​ເຄາະ ​ຈາ​ກການ​ກະທໍາ​ ຂອງ​
ພວກຂະ​ເໜນ​ແດງນັ້ນແຕ່​ກໍ​ຢືນ​ຢັດ​ວ່າທ່ານ​ບໍ່​ເຄີຍ​ອອກ​ຄຳ​ສັ່ງ​
ໃຫ້​ລູກ​ນ້ອງ​ຂອງ​ທ່ານ ກໍ່ອາ​ຊະ​ຍາ​ກຳ​ໃດໆ ຊຶ່ງ​ທ່ານ​ກ່າວ​ວ່າ:
“​ໃນຂັ້ນຕອນຂອງການດໍາເນີນຄະດີນີ້ມັນກໍເປັນທີ່ແຈ້ງຂາວແລ້ວວ່າຂ້າພະເຈົ້າ
ບໍ່ໄດ້ປະກອບສ່ວນໃນ ການກໍ່​ອາ​ຊະ​ຍາ​ກຳ​ໃດໆ ຕາມ​ທີ່​ມີ​ການ​ກ່າວ​ຫາໂດຍ​ໄອ
ຍະການ​ຮ່ວມ ຄືສະຫຼຸບຄວາມສັ້ນໆແລ້ວແມ່ນວ່າຂ້າພະເຈົ້າບໍລິສຸດຕໍ່ການກ່າວ ຫານັ້ນ.”

ທ່ານ​ນວນ​ເຈຍ ໄວ 87 ປີ ຜູ້ຊຶ່ງໄດ້ເປັນຫົວໜ້າດ້ານ​ອຸດົມ​ການ​ຂອງຂະ​ເໜນ​ແດງນັ້ນໄດ້
ຢືນຢັດວ່າ ທ່ານ​ເຮັດ​ໜ້າ​ທີ່​ຂອງ​ທ່ານ ເພື່ອຮັບໃຊ້ປະເທດຊາດ ແລະເພື່ອປະຊາຊົນອັນ
ເປັນທີ່ຮັກເທົ່ານັ້ນ.

ສ່ວນທ່ານຂຽວ ສໍາພັນ ອະດີດປະມຸກ​ຂອງ​ປະ​ເທດ ໄວ 82 ປີ ນັ້ນ ບໍ່ໄດ້ກ່າວ​ສຳນຶກ​ຜິດ​
ໃດໆແຕ່​ກັບ​ເວົ້າວ່າ ທ່ານ​ບໍ່​ມີ​ອຳນາດຫລື​ຄວາມ​ຮູ້ ​ເພື່ອ​ຍຸຕິ​ການ​ກຳ​ທຳ​ຜິດ.

ມີ​ຊາວກໍາປູເຈຍຫຼາຍ​ເຖິງ 2 ລ້ານຄົນ​ໄດ້​ເສຍ​ຊີວິດ ຍ້ອນ​ຄວາ​ມອຶດ​ຢາກ ​ເຮັດ​ວຽກ​ຫຼາຍ
​ເກີນ​ຂອບ​ເຂດ ​ແລະ​ຖືກ​ປະຫານ​ຊີວິດ ​ໃນ​ລະຫວ່າງ​ການ​ປົກຄອງ​ ເປັນ​ເວລາ 4 ປີ​ ຂອງ​
ພວກ​ຂະ​ເໝນ​ແດງ ຊຶ່ງ​ພະຍາຍາມ​ຈະ​ສ້າງຕັ້ງລັດ​ສັງຄົມ​ນິຍົມ ຕາມ​ອຸດົມ​ການ​ຂຶ້ນນັ້ນ.

ໃນບັນດາຫຼາຍຮ້ອຍຄົນຂອງຜູ້ທີ່ລອດຊີວິດມາໄດ້ ທີ່​ໄປ​ຮ່ວມ​ການ​ດຳ​ເນີນ​ຄະດີ ກໍແມ່ນ
ທ່ານ Bin Sivla ຈາກແຂວງ Porsat ທີ່ຫວັງ​ວ່າ​ ຈະ​ມີ​ການ​ລົງ​ໂທດ​ຢ່າງ​ໜັກ​ ຕໍ່​ບຸກຄົນ
​ທັງ​ສອງ​ນັ້ນ.

CAMBODIA KHMER ROUGE SOTVO.mov
please wait

No media source currently available

0:00 0:00:58 0:00
XS
SM
MD
LG